Robert Kiyosaki ກ່າວວ່າ ລາຄາຂອງ Bitcoin ຈະສາມາດເພີ່ມຂຶ້ນໄປແຕະ 135,000 ໂດລາ, ໃນຂະນະທີ່ເງິນໂດລາສະຫະລັດກຳລັງປະສົບກັບບັນຫາຄັ້ງໃຫຍ່


Robert Kiyosaki ນັກລົງທຶນ ແລະ ນັກຂຽນປື້ມທີ່ຂາຍດີທີ່ສຸດຄື “Rich Dad Poor Dad” ພໍ່ລວຍສອນລູກ ໄດ້ຄາດການວ່າ ລາຄາຂອງ Bitcoin ນັ້ນຈະມີການເພີ່ມຂຶ້ນຈົນໄປແຕະທີ່ລະດັບ 135,000 ໂດລາ, ໃນສ່ວນຄຳນັ້ນກໍໄດ້ມີການເຕີບໂຕຫຼາຍ ແລະ ຈະມີລາຄາເພີ່ມຂຶ້ນແຕະລະດັບ 3,700 ໂດລາໃນໄວໆນີ້.

Robert Kiyosaki ກ່າວຕື່ມວ່າ ໃນຂະນະທີ່ລາຄາຂອງ Bitcoin ແລະ ຄຳນັ້ນກຳລັງເພີ່ມຂຶ້ນເລື້ອຍໆ, ໃນທາງກົງກັນຂ້າມເງິນໂດລາສະຫະລັດກັບຕ້ອງປະສົບກັບບັນຄັ້ງໃຫຍ່ຈາກໜີ້ສິນໃນປະເທດ.

“ໃນອີກບໍ່ດົນລາຄາຂອງຄຳກໍເພີ່ມຂຶ້ນຈາກ 2,100 ໂດລາໄປຫາແຕະລະດັບ 3,700 ໂດລາ, ໂດຍຄາດການວ່າລາຄາຈະເພິ່ມຂຶ້ນຈາກ 23 ໂດລາ ເປັນ 68 ໂດລາຕໍ່ອອນສ໌.

ໂດຍໃນສ່ວນຂອງ Bitcoin ເອງໃນປັດຈຸບັນກໍໄດ້ຢືນເໜືອລະດັບ 30,000 ໂດລາ ແລະ ຈຸດມຸ່ງໝາຍຖັດໄປກໍຄືແຕະລະດັບ 135,000 ໂດລາ. ດັ່ງນັ້ນບອກໝູ່ເພື່ອນຂອງເຈົ້າໃຫ້ຕື່ນຕົວຈາກເງິນໂດລາສະຫະລັດ ແລ້ວຫັນມາລົງທຶນໃນ crypto ສາ”

ໃນວັນຄານຂອງອາທິດທີ່ຜ່ານມາ, Robert Kiyosaki ໄດ້ໂພສໃນແພລັດຟອມ X ໂດຍມີເນື້ອໃນວ່າ

“ພາວະເງິນເຟີ້ເຮັດໃຫ້ຜູ້ທີ່ທຸກຍາກຢູ່ແລ້ວ ແລະ ຜູ້ຄົນທີ່ເຮັດວຽກປະຈຳທຸກຍາກຕື່ມ, ເພາະພວກເຂົາເຮັດວຽກປະຈຳເພື່ອຫາເງິນ ແລະ ປະຢັດມັນໃນການໃຊ້ສອຍໄປຕາມໆກັນ. ແຕ່ໃນທາງກົງກັນຂ້າມ ພາວະເງິນເຟີ້ກັບເຮັດໃຫ້ຄົນທີ່ລ້ຳລວຍຢູ່ແລ້ວ ແຮງລ້ຳລວຍຂຶ້ນຕື່ມ ເພາະເຂົາເຈົ້ານັ້ນລົງທຶນໃນຄຳ ແລະ Bitcoin” ໃນຫຼາຍໆຄັ້ງຂ້ອຍມັກທີ່ຈະເອີ້ນສະກຸນເງິນ Fiat ຫຼື USD ວ່າແມ່ນ “ເງິນປອມ”, ໃນຂະນະທີ່ຄໍາ ແລະ ເຄື່ອງເງິນເປັນ “ເງິນຂອງພຣະເຈົ້າ” ແລະ Bitcoin ເອງກໍເປັນ “ເງິນຂອງປະຊາຊົນ”

ໃນເດືອນທີ່ຜ່ານມາ, Robert Kiyosaki ໄດ້ກ່າວວ່າ Bitcoin ຈະ “ບໍ່ມີຄ່າ” ເມື່ອ Federal Reserve ເປີດຕົວສະກຸນເງິນດິຈິຕອນຂອງທະນາຄານກາງ (CBDC) ແລະ ໃນມື້ນີ້ກັບແນະນຳໃຫ້ນັກລົງທຶນຊື້ Bitcoin (BTC) ເກັບໄວ້ເພາະຄາດວ່າຄວາມຕ້ອງການສະກຸນເງິນດິຈິຕອນຈະເພີ່ມຂຶ້ນ, ເນື່ອງຈາກວ່າຮຸ້ນ, ພັນທະບັດ, ແລະ ຕະຫຼາດອະສັງຫາລິມະສັບກຳລັງຈະລົ້ມລົງ.

Robert Kiyosaki ໄດ້ມີການຄາດການຫຼາຍຢ່າງກ່ຽວກັບລາຄາ bitcoin, ຄໍາ, ແລະ ເງິນຄືນຢ້ອນກັບໄປໃນເດືອນສິງຫາ, ໂດຍລະບຸວ່າ ຖ້າມີວິກິດການເສດຖະກິດທົ່ວໂລກ, ລາຄາຂອງ bitcoin ຈະເພີ່ມຂຶ້ນສູງເຖິງ 1 ລ້ານໂດລາ, ຄໍາຈະເພິ່ມຂຶ້ນສູງເຖິງ 75,000 ໂດລາ ແລະ ເຄື່ອງເງິນຈະເພີ່ມຂຶ້ນເງິນສູງເຖິງ 60,000 ໂດລາໃນເດືອນກຸມພາ. Robert Kiyosaki ກ່າວຕື່ມອີກວ່າ ລາຄາຂອງ bitcoin ຄາດວ່າຈະບັນລຸ 500,000 ໂດລາພາຍໃນປີ 2025, ໃນຂະນະທີ່ຄໍາຄາດວ່າຈະເພີ່ມຂຶ້ນເຖິງ 5,000 ໂດລາ ແລະ ເຄື່ອງເງິນຄາດວ່າຈະບັນລຸ 500 ໂດລາພາຍໃນເວລາດຽວກັນ.

ທີ່ມາ:

news.bitcoin

news.bitcoin2

news.bitcoin3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/