ເລີ່ມເປີດຕົວອຸປະກອນໃໝ່ອອກມາເລື້ອຍໆ ຫຼັງຈາກທີ່ກ່ອນໜ້ານີ້ Anker ໄດ້ເປີດຕົວພາວເວີແບ້ງຮຸ່ນທີ່ສາກແບບໄຮ້ສາຍ iPhone 12 series ໄປ ແລະ ຕໍ່ມາກໍໄດ້ເປີດຕົວອຸປະກອນສາກຮຸ່ນພິເສດອອກມາ ນັ້ນກໍຄື Doraemon Edition ທີ່ເນັ້ນການໃຊ້ງານຮ່ວມກັບໂທລະສັບມືຖື Series iPhone 12 ໂດຍສະເພາະທີ່ມີໃຫ້ເລືອກທັງຫົວສາກ 20W, ຫົວສາກ 65W, ສາຍສາກ USB–C > Lightning ຫຼື ຈະເປັນແບບ Mag Safe ກໍມີໃຫ້ເລືອກຄືກັນ.
ສຳລັບອຸປະກອນສາກຮຸ່ນພິເສດ Doraemon Edition ຂອງ Anker ຈັດມາໃຫ້ແບບໝົດທັງຊຸດໃຫ້ເລືອກໃຊ້ກັນໄດ້ເຕັມທີ່ ແລະ ມີໃຫ້ເລືອກຫຼາຍແບບບໍ່ວ່າຈະເປັນຫົວສາກ 20W ຂະໜາດນ້ອຍ ສີຂາວຕິດລາຍໂດເລມ້ອນ ສາມາດສາກ iPhone 12 ຫຼື iPhone 12 Pro ຈາກ 0% ໃນເວລາພຽງເຄິ່ງຊົ່ວໂມງ.

ນອກຈາກນີ້ຍັງມີຫົວສາກໄວແບບ 65W ສຳລັບສາກ MacBook Pro ແລະ ຫົວສາກແບບ 2 ພອດ USB–C ແລະ USB–A.
ສຸດທ້າຍກັບບ່ອນຕັ້ງສາຍສາກແມ່ເຫຼັກທີ່ໃຊ້ງານກັບລະບົບ Mag Safe ຂອງ iPhone 12 series ຫຼື ຈະໃຊ້ອຸປະກອນທີ່ຮອງຮັບເຕັກໂນໂລຊີສາກແບບ Qi ກໍໄດ້ຄືກັນໂດຍການສາກແບບ Mag Safe ຈະໄດ້ຄວາມໄວສູງສຸດທີ່ 15W.

ນອກຈາກນີ້ຍັງມີສາຍສາກແບບ USB–C > Lightning ແລະ USB–C > USB–C ລາຍໂດເລມ້ອນສີຟ້າ-ຂາວ ຕິດລາຍກະດິ່ງຫ້ອຍຄໍ ພ້ອມສາຍຮັດລາຍໂດເລມ້ອນທີ່ແສນໜ້າຮັກ, ໂດຍ Anker ໄດ້ເວົ້າວ່າສາຍດັ່ງກ່າວໄດ້ມີຄວາມທົນທານຈົນສາມາດງໍໄປມາໄດ້ຫຼາຍກວ່າ 12,000 ຄັ້ງ.

ອຸປະກອນສາກສຳລັບ iPhone 12 series ເວີຊັນພິເສດ Doraemon Edition ຕອນນີ້ມີວາງຈຳໜ່າຍແລ້ວໃນປະເທດຈີນ. ຫາກໃຜທີ່ສົນໃຈກໍສາມາດສັ່ງຊື້ຢູ່ຕາມຮ້ານຄ້າອອນລາຍໄດ້ເລີຍ.
ຂອບໃຈຂໍ້ມູນຈາກ:
–https://droidsans.com/anker-iphone-12-series-doraemon-edition/