Platform Video call “Zoom” ໄດ້ຮັບຄວາມນິຍົມສູງ ແລະ ມີຍອດຂາຍຫຼາຍກວ່າ 326%


Platform Videocall “Zoom” ໄດ້ຖະແຫຼງການວ່າ ປີ 2020 ບໍລິສັດໄດ້ເຮັດຍອດຂາຍໄດ້ 2.6 ພັນລ້ານໂດລາສະຫະລັດ ເພີ່ມຂຶ້ນຈາກປີກ່ອນໜ້າເຖິງ 326% ຫຼັງຈາກການລັອກດາວທົ່ວໂລກເຮັດໃຫ້ຫຼາຍໆທຸລະກິດຫັນມາໃຊ້ Zoom ເພື່ອການສື່ສານລະຫວ່າງການເຮັດວຽກ.

ວັນທີ 2 ມີນາ 2021 ທີ່ຜ່ານມາສຳນັກຂ່າວ BBC ລາຍງານວ່າບໍລິສັດ Zoom Video Communication, Inc. ແບຣນເຈົ້າຂອງ Platform Video Call “Zoom” ເຊິ່ງທາງ Zoom ກໍໄດ້ຖະແຫຼງການວ່າເມື່ອປີ 2020 ບໍລິສັດໄດ້ເຮັດຍອດຂາຍເພີ່ມຂຶ້ນ 2.6 ພັນລ້ານໂດລາສະຫະລັດເຊິ່ງເພີ່ມຂຶ້ນຈາກປີກ່ອນເຖິງ 326%.

ຫຼັງຈາກການລະບາດຂອງໂຣກໂຄວິດ-19 ເຊິ່ງເຮັດໃຫ້ຜູ້ຄົນທົ່ວໂລກຕ້ອງພົບກັບມາດຕະການລັອກດາວຫັນມາເຮັດວຽກຢູ່ເຮືອນ,  ຊູມ ກໍໄດ້ກາຍເປັນ Platform ຊື່ດັງໃນຊ່ວງເວລາພຽງ 2–3 ມື້  ແລະ ໄດ້ກາຍເປັນ Platform ຫຼັກໆທີ່ນັກທຸລະກິດໃຊ້ສຳລັບການສື່ສານລະຫວ່າງການເຮັດວຽກ.

“ເອຣິກ ຍວນ” ຜູ້ກໍ່ຕັ້ງບໍລິສັດ ຊູມ ວີດີໂອ ຄອມມູນິຊັນ ກ່າວວ່າ ຕົວເລກຍອດຂາຍໄຕມາດສຸດທ້າຍເມື່ອປີທີ່ຜ່ານມາຢູ່ໃນຊ່ວງເດືອນ ຕຸລາ-ທັນວາ 2020 ຖືເປັນສິ່ງທີ່ໜ້າຍິນດີສຳຫຼັບປີທີ່ຜ່ານມາ ເພາະມີຫຍັງຫຼາຍໆຢ່າງທີ່ຄາດບໍ່ເຖິງ.

ໂດຍເມື່ອໄຕມາດສຸດທ້າຍຂອງປີທີ່ຜ່ານມາຍອດຂາຍຂອງບໍລິສັດຢູ່ທີ່ 882.5 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 370% ເມື່ອທຽບກັບໄລຍະເວລາດຽວກັບເມື່ອປີກ່ອນໜ້ານີ້ ແລະ ກຳໄລບໍລິສັດໝົດປີ ເພີ່ມຂຶ້ນຈາກ 21.7 ລ້ານໂດລາສະຫະລັດ, ເມື່ອປີ 2019 ມີຢູ່ທີ່ 617.5 ລ້ານໂດລາສະຫະລັດ ແລະ ໃນປີ 2020 ເພີ່ມຂຶ້ນຫຼາຍກວ່າ 30 ເທົ່າ.

ທັງນີ້ ເຖິງແມ່ນວ່າໃນປີ 2021 ບໍລິສັດຄາດການວ່າ ຈະບໍ່ໄດ້ມີອັດຕາການຂະຫຍາຍຕົວຂອງ Platform ເທົ່າກັບປີທີ່ຜ່ານມາ ແຕ່ບໍລິສັດຍັງຄາດວ່າຍອດຂາຍໝົດປີຈະເພີ່ມຂຶ້ນ 40% ມາຢູ່ທີ່ 3.7 ພັນລ້ານໂດລາສະຫະລັດ.

“ເອຣິກ ຍວນ” ກ່າວກັບນັກລົງທຶນພາຍໃນບໍລິສັດວ່າ ອະນາຄົດຫຼັງຈາກນີ້ ເທຣນການເຮັດວຽກ “ຢູ່ໃສກໍໄດ້” (Remote working) ຈະຍັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ແລະ Platform ຂອງບໍລິສັດຈະຍັງເຂົ້າມາຕອບສະໜອງກັບເທຣນນີ້ຕໍ່ໄປ.

“ຂະນະທີ່ໂລກຢູ່ໃນຊ່ວງປ່ຽນຜ່ານຈາກຍຸກໂຄວິດ-19 ກັບເຂົ້າສູ່ສະຖານະການປົກກະຕິ ການເຮັດວຽກຂອງບໍລິສັດຍັງຢູ່ໃນໄລຍະແຫ່ງການເລີ່ມຕົ້ນເທົ່ານັ້ນ” ເອຣິກ ຍວນ ໄດ້ກ່າວໄວ້.

ຂອບໃຈຂໍ້ມູນຈາກ: