ເບິ່ງຄືວ່າເຕັກນິກການແພດຂອງສິງກະໂປຈະມີການພັດທະນາຍິ່ງຂຶ້ນຫຼັງຈາກນຳເອົາເຕັກໂນໂລຊີປັນຍາປະດິດ (AI) ເຂົ້າມາໃຊ້ໃນການປິ່ນປົວ ເພື່ອແກ້ໄຂບັນຫາຂາດແຄນແຮງງານ ແລະ ສະໜອງການປິ່ນປົວສຸຂະພາບແບບຍືນຍົງ.
ໂດຍກະຊວງສາທາລະນະສຸກສິງກະໂປໄດ້ມີການຄາດການວ່າ ຈະຕ້ອງມີຜູ້ຊ່ຽວຊານດ້ານສຸຂະພາບ ແລະ ເຈົ້າໜ້າທີ່ດູແລຜູ້ປ່ວຍເພີ່ມຂຶ້ນອີກ 24,000 ຄົນໃນປີ 2030, ເພື່ອທີ່ຈະຕອບສະໜອງກັບປະຊາກອນຜູ້ສູງອາຍຸທີ່ນັບມື້ນັບເພີ່ມຂຶ້ນ.
ແລະເພື່ອທີ່ຈະຈັດການກັບບັນຫາເຫຼົ່ານີ້, ຜູ້ບໍລິຫານ ແລະ ແພດໝໍຫຼາຍກວ່າ 75% ຈາກການສຳຫຼວດທັງໝົດ 200 ຄົນເປີດເຜີຍວ່າ ພວກເຂົາກຳລັງວາງແຜນທີ່ຈະໃຊ້ເຕັກໂນໂລຊີດ້ານສຸຂະພາບດິຈິຕອນຕ່າງໆທີ່ມີຢູ່ແລ້ວ ເພື່ອເຂົ້າມາຊ່ວຍປິ່ນປົວຄົນໄຂ້ ບໍ່ວ່າຈະເປັນ : ການບັນທຶກສຸຂະພາບດິຈິຕອນ ຫຼື ລະບົບທີ່ສາມາດຕິດຕາມການໄຫຼວຽນຂອງຄົນເຈັບໂດຍອັດຕະໂນມັດ ແລະອື່ນໆ.
ຈາກການສຳຫຼວດຍັງພົບອີກວ່າ ກຸ່ມຄົນອີກ 25% ກໍາລັງລົງທຶນໃນເຕັກໂນໂລຊີ AI ແລະ 84% ມີຄວາມສົນໃຈໃນການລົງທຶນໃນ AI ດ້ານສຸຂະພາບໃນອີກສາມປີຂ້າງໜ້າ. ສິ່ງນີ້ໄດ້ສະທ້ອນໃຫ້ເຫັນເຖິງຄວາມປາຖະໜາຂອງເຈົ້າໜ້າທີ່ທີ່ຕ້ອງການຈະໃຊ້ AI ເຂົ້າມາໃນໄລຍະຄາດການ ແລະ ການສະໜັບສະໜູນການຕັດສິນໃຈເພື່ອໃຊ້ສໍາລັບການປິ່ນປົວຫຼາຍຂຶ້ນ.
ຜູ້ນໍາດ້ານການດູແລສຸຂະພາບທີ່ໄດ້ຮັບການສໍາຫຼວດປະມານເຄິ່ງໜຶ່ງທີ່ລົງທຶນໃນ AI ນີ້່ ຍອມຮັບວ່າພວກມັນມີສ່ວນຊ່ວຍຫຼາຍໃນການປັບປຸງການດູແລຄົນເຈັບໃຫ້ດີຂຶ້ນ. ເນື່ອງຈາກວ່າມັນຈະຊ່ວຍໃຫ້ເຈົ້າໜ້າທີ່ຊອກຫາຄວາມສົມດຸນລະຫວ່າງຊີວິດ ແລະ ການເຮັດວຽກ. ລວມທັງການປັບປຸງການປະຕິບັດຕາມຄວາມຕ້ອງການຂອງຄົນເຈັບ ແລະ ຮັກສາຄວາມສະໝໍ່າສະເໝີໃນການເຮັດວຽກໃຫ້ດີຍິ່ງຂຶ້ນ.
ເມື່ອຄວາມມຸ່ງໝັ້ນອັນແຮງກ້າຂອງສິງກະໂປໃນການນຳໃຊ້ AI ເຂົ້າໃນການປິ່ນປົວຫຼາຍຂຶ້ນ, ໜ່ວຍງານດ້ານເຕັກໂນໂລຊີສຸຂະພາບແຫ່ງຊາດ Synapxe, ແລະ Microsoft ຈຶ່ງໄດ້ຮ່ວມມືກັນເພື່ອພັດທະນາ AI ທີ່ໃຊ້ສໍາລັບການດູແລຄົນເຈັບ ແລະ ປັບປຸງພື້ນຖານໂຄງສ້າງ IT ດ້ານສາທາລະນະສຸກຂອງປະເທດໃຫ້ທັນສະໄໝຍິ່ງຂຶ້ນ.
ນອກນີ້, ໜ່ວຍງານວິທະຍາສາດ, ເຕັກໂນໂລຊີ ແລະ ການຄົ້ນຄວ້າສິງຂອງກະໂປ ຍັງໄດ້ເປີດຕົວຫ້ອງທົດລອງ AI ຮ່ວມກັບ EVYD Technology ບໍລິສັດເຕັກໂນໂລຊີສຸຂະພາບ ເພື່ອທີ່ຈະອໍານວຍຄວາມສະດວກໃນການດູແລຄົນເຈັບຂ້າມຊາຍແດນອີກດ້ວຍ.
ດ້ວຍເຫດນີ້, ປັດຈຸບັນ ສິງກະໂປໄດ້ຂຶ້ນມາຢູ່ໃນແຖວໜ້າໃນດ້ານສຸຂະພາບດິຈິຕອນທີ່ມີການນຳເອົາ AI ມາໃຊ້ໃນການປິ່ນປົວ. ເຊິ່ງນີ້ແມ່ນໄດ້ຮັບແຮງສະໜັບສະໜູນມາຈາກການຂາດແຄນແຮງງານ ແລະ ການປັບປຸງການດູແລຄົນເຈັບໃຫ້ດີຍິ່ງຂຶ້ນ. ແລະສິ່ງນີ້ຈະເປັນປະໂຫຍດຕໍ່ລະບົບນິເວດການດູແລສຸຂະພາບທີ່ສາມາດເຊື່ອມໂຍງ ແລະ ມີຄວາມຍືນຍົງຫຼາຍຂຶ້ນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/