ວາລະສານ TIME ຍົກໃຫ້ Taylor Swift ເປັນບຸກຄົນແຫ່ງປີ 2023


ເມື່ອວັນທີ 6 ທັນວາ 2023 ທີ່ຜ່ານມາ ທາງ ວາລະສານ TIME ປະກາດເລືອກນັກຮ້ອງສາວປາກແດງ Taylor Swift ໃຫ້ກາຍເປັນບຸກຄົນແຫ່ງປີ 2023  (Person of the Year) ໂດຍກອງບັນນາທິການຂອງ TIME ໄດ້ລະບຸວ່າ ໃນປີ 2023 ມີເຫດການດ້ານລົບຕ່າງໆມາຫຼາກຫຼາຍ ແຕ່ Taylor Swift ຄືແສງສະຫວ່າງຜູ້ກ້າວຂ້າມເຂດແດນ.

ທາງວາລະສານ TIME ຍັງໄດ້ລະບຸວ່າ Taylor Swift ກໍຍັງເປັນບຸກຄົນແຫ່ງປີຄົນທຳອິດຂອງວາລະສານ TIME ທີ່ມາຈາກສາຍສິລະປະ ພ້ອມບອກວ່າຍັງເປັນບຸກຄົນທີ່ຫາໄດ້ຍາກຍິ່ງ ໂດຍໄດ້ຮັບຄວາມນິຍົມມາຍາວນານນັບທົດສະວັດ ແລະ ປະສົບຄວາມສຳເລັດຢ່າງຫຼວງຫຼາຍ.

ນອກຈາກນີ້ Taylor Swift ຍັງໄດ້ຮັບການປະກາດວ່າເປັນ Billionaire ຫຼື ເປັນມະຫາເສດຖີພັນລ້ານໂດລາໃນປີນີ້ ໃນບາງມະຫາວິທະຍາໄລກໍຍັງໄດ້ບັນຈຸຫຼັກສູດການຮຽນດ້ານວັນນະກຳ ທຸລະກິດ ແລະ ກົດໝາຍ ທີ່ມີເນື້ອຫາກ່ຽວກັບ Taylor Swift ອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/