ເສດຖະກິດນະຄອນຫຼວງວຽງຈັນ ຄາດວ່າຈະຂະຫຍາຍຕົວໃນລະດັບ 5,30%


ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດປີ 2023 ຂອງນະຄອນຫຼວງວຽງຈັນ ຄາດວ່າຈະຂະຫຍາຍຕົວໃນລະດັບ 5,30% ລວມຍອດຜະລິດຕະພັນພາຍໃນ ຈະບັນລຸ 72.156 ຕື້ກວ່າກີບສະເລ່ຍຕໍ່ຫົວຄົນ 70,81 ລ້ານກີບ.

ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາປະຈຳປີ 2024 ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນໄລຍະ 2021-2023 ຂອງນະຄອນຫຼວງວຽງຈັນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ 2 ໃນວັນທີ 5 ທັນວາ 2023 ວ່າ: ການພັດທະນາເສດຖະກິດ-ສັງຄົມ ຄາດຄະເນວ່າໝົດປີ 2023 ເສດຖະກິດພິເສດຂອງນະຄອນຫຼວງວຽງຈັນ ຈະຂະຫຍາຍຕົວໃນລະດັບ 5,30% (ມະຕິສະພາໃຫ້ບັນລຸ 5,5%) ລວມຍອດຜະລິດຕະພັນພາຍໃນປີ (GDP) ຄາດວ່າຈະບັນລຸ 72.156,09 ຕື້ກີບ ເທົ່າກັບ 104,4% ຂອງແຜນການປີ (ມະຕິສະພາໃຫ້ບັນລຸ 69,090 ຕື້ກີບ) ສະເລ່ຍຕໍ່ຫົວຄົນ 70,81 ລ້ານກີບ (ມະຕິສະພາໃຫ້ໄດ້ 67,8 ລ້ານກີບ).

ຮອດວັນທີ 30 ພະຈິກ 2023 ການເກັບລາຍຮັບງົບປະມານປະຕິບັດໄດ້ 6.920,69 ຕື້ກີບ ເທົ່າກັບ 119% ຂອງແຜນການດັດສະເລ່ຍ 5.815,87 ຕື້ກີບ. ສູ້ຊົນປະຕິບັດໝົດປີໃຫ້ໄດ້ 7.186,00 ຕື້ກີບ ເທົ່າກັບ 123,56% ຂອງແຜນການປີ, ຄາດຄະເນເປັນເງິນລື່ນແຜນ 1.370,13 ຕື້ກີບ. ໃນນັ້ນ ພູດລາຍຮັບສູນກາງ (ພາສີ) ປະຕິບັດໄດ້ 4,905,07 ຕື້ກີບ ເທົ່າກັບ 116,79% ຂອງແຜນປີດັດສະເລ່ຍ 4.200 ຕື້ກີບ. ພູດນະຄອນຫຼວງວຽງຈັນ ຈະປະຕິບັດໄດ້ 2.015,63 ຕື້ກີບ ເທົ່າກັບ 124,74% ຂອງແຜນດັດສະເລ່ຍ 1.615,87 ຕື້ກີບ ຄາດຄະເນສູ້ຊົຍປະຕິບັດໝົດປີໃຫ້ໄດ້ 2.136,00 ຕື້ກີບ ເທົ່າກັບ 132,19% ຂອງແຜນປີ.

ຂໍ້ມູນຈາກ: ເສດຖະກິດ-ການຄ້າ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/