ຫວຽດນາມ ອະນຸມັດ ຂຶ້ນພາສີບໍລິສັດຂ້າມຊາດ


ສະພາແຫ່ງຊາດຂອງຫວຽດນາມມີມະຕິ ໃຫ້ກຳນົດອັດຕາພາສີຂັ້ນຕ່ຳສຳລັບບໍລິສັດຂ້າມຊາດ ເຊິ່ງຈະເພີ່ມອັດຕາການຈັດເກັບພາສີນິຕິບຸກຄົນເປັນ 15% ໂດຍຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ມັງກອນ 2024.

ພ້ອມກັນນີ້ ກຸ່ມປະເທດ G7 ໄດ້ບັນລຸຂໍ້ຕົກລົງຮ່ວມກັນໃນການເກັບພາສີບໍລິສັດຂ້າມຊາດທີ່ອັດຕາ 15% ໃນເດືອນມິຖຸນາ 2023 ເພື່ອຫຼຸດການແຂ່ງຂັນດ້ານພາສີລະຫວ່າງປະເທດຕ່າງໆ ແລະ ປ້ອງກັນບໍ່ໃຫ້ບໍລິສັດຂ້າມຊາດຫຼົບຫຼີກພາສີ.

ສຳລັບອັດຕາພາສີດັ່ງກ່າວນີ້ ຈະຖືກນຳໄປໃຊ້ກັບບັນດາບໍລິສັດທີ່ມີລາຍໄດ້ຂັ້ນຕ່ຳ 750 ລ້ານຢູໂຣ ຫຼື ປະມານ 800 ລ້ານໂດລາສະຫະລັດ ຢ່າງໜ້ອຍ 2 ປີ ໃນຮອບ 4 ປີທີ່ຜ່ານມາ. ໂດຍລັດຖະບານຄາດວ່າຈະມີບໍລິສັດຕ່າງຊາດປະມານ 122 ແຫ່ງໃນຫວຽດນາມ ທີ່ເຂົ້າກົດເກນດັ່ງກ່າວ ແລະ ຈະຕ້ອງຈ່າຍພາສີໃນປີໜ້າ ເຊິ່ງມີມູນຄ່າປະມານ 14.6 ລ້ານລ້ານດົງ ຫຼື ປະມານ 603.31 ລ້ານໂດລາສະຫະລັດ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/