ສິງກະໂປນຳເອົາ AI ເຂົ້າມາຊ່ວຍໃນການເບິ່ງແຍງດູແລຜູ້ປ່ວຍ ເພື່ອແກ້ໄຂບັນຫາການຂາດແຄນບຸກຄະລາກອນສາທາລະນະສຸກພາຍໃນປະເທດ


ເບິ່ງຄືວ່າເ​ຕັກນິກການແພດຂອງສິງກະໂປຈະມີການພັດທະນາຍິ່ງຂຶ້ນຫຼັງຈາກນຳເອົາເຕັກໂນໂລຊີປັນຍາປະດິດ (AI) ເຂົ້າມາໃຊ້ໃນການປິ່ນປົວ ​ເພື່ອ​ແກ້​ໄຂ​ບັນຫາ​ຂາດ​ແຄນ​ແຮງ​ງານ ​ແລະ ສະໜອງ​ການ​ປິ່ນປົວ​ສຸຂະພາບ​ແບບ​ຍືນ​ຍົງ.

ໂດຍກະຊວງ​ສາທາລະນະ​ສຸກ​ສິງກະ​ໂປໄດ້ມີການ​ຄາດ​ການວ່າ ຈະຕ້ອງມີຜູ້ຊ່ຽວຊານດ້ານສຸຂະພາບ ແລະ ເຈົ້າໜ້າທີ່ດູແລຜູ້ປ່ວຍເພີ່ມຂຶ້ນອີກ 24,000 ຄົນໃນປີ 2030, ເພື່ອທີ່ຈະຕອບສະໜອງກັບປະຊາກອນຜູ້ສູງອາຍຸທີ່ນັບມື້ນັບເພີ່ມຂຶ້ນ.

ແລະເພື່ອທີ່ຈະຈັດການກັບບັນຫາເຫຼົ່ານີ້, ຜູ້ບໍລິຫານ ແລະ ແພດໝໍຫຼາຍກວ່າ 75% ຈາກການສຳຫຼວດທັງໝົດ 200 ຄົນເປີດເຜີຍວ່າ ພວກເຂົາກຳລັງວາງແຜນທີ່ຈະໃຊ້ເຕັກໂນໂລຊີດ້ານສຸຂະພາບດິຈິຕອນຕ່າງໆທີ່ມີຢູ່ແລ້ວ ເພື່ອເຂົ້າມາຊ່ວຍປິ່ນປົວຄົນໄຂ້ ບໍ່ວ່າຈະເປັນ :  ການບັນທຶກສຸຂະພາບດິຈິຕອນ ຫຼື ລະບົບທີ່ສາມາດຕິດຕາມການໄຫຼວຽນຂອງຄົນເຈັບໂດຍອັດຕະໂນມັດ ແລະອື່ນໆ.

ຈາກການສຳຫຼວດຍັງພົບອີກວ່າ ກຸ່ມຄົນອີກ 25% ກໍາລັງລົງທຶນໃນເຕັກໂນໂລຊີ AI ແລະ 84% ມີຄວາມສົນໃຈໃນການລົງທຶນໃນ AI ດ້ານສຸຂະພາບໃນອີກສາມປີຂ້າງໜ້າ. ສິ່ງນີ້ໄດ້ສະທ້ອນໃຫ້ເຫັນເຖິງຄວາມປາຖະໜາຂອງເຈົ້າໜ້າທີ່ທີ່ຕ້ອງການຈະໃຊ້ AI ເຂົ້າມາໃນໄລຍະຄາດການ ແລະ ການສະໜັບສະໜູນການຕັດສິນໃຈເພື່ອໃຊ້ສໍາລັບການປິ່ນປົວຫຼາຍຂຶ້ນ.

ຜູ້ນໍາດ້ານການດູແລສຸຂະພາບທີ່ໄດ້ຮັບການສໍາຫຼວດປະມານເຄິ່ງໜຶ່ງທີ່ລົງທຶນໃນ AI ນີ້່ ຍອມຮັບວ່າພວກມັນມີສ່ວນຊ່ວຍຫຼາຍໃນການປັບປຸງການດູແລຄົນເຈັບໃຫ້ດີຂຶ້ນ. ເນື່ອງຈາກວ່າມັນຈະຊ່ວຍໃຫ້ເຈົ້າໜ້າທີ່ຊອກຫາຄວາມສົມດຸນລະຫວ່າງຊີວິດ ແລະ ການເຮັດວຽກ. ລວມທັງການປັບປຸງການປະຕິບັດຕາມຄວາມຕ້ອງການຂອງຄົນເຈັບ ແລະ ຮັກສາຄວາມສະໝໍ່າສະເໝີໃນການເຮັດວຽກໃຫ້ດີຍິ່ງຂຶ້ນ.

ເມື່ອຄວາມມຸ່ງໝັ້ນອັນແຮງກ້າຂອງສິງກະໂປໃນການນຳໃຊ້ AI ເຂົ້າໃນການປິ່ນປົວຫຼາຍຂຶ້ນ, ໜ່ວຍງານດ້ານເຕັກໂນໂລຊີສຸຂະພາບແຫ່ງຊາດ Synapxe, ແລະ Microsoft ຈຶ່ງໄດ້ຮ່ວມມືກັນເພື່ອພັດທະນາ AI ທີ່ໃຊ້ສໍາລັບການດູແລຄົນເຈັບ ແລະ ປັບປຸງພື້ນຖານໂຄງສ້າງ IT ດ້ານສາທາລະນະສຸກຂອງປະເທດໃຫ້ທັນສະໄໝຍິ່ງຂຶ້ນ.

ນອກ​ນີ້, ໜ່ວຍງານ​ວິ​ທະ​ຍາ​ສາດ, ​ເຕັກ​ໂນ​ໂລ​ຊີ​ ແລະ ​ການ​ຄົ້ນ​ຄວ້າ​ສິງຂອງກະ​ໂປ ຍັງໄດ້ເປີດຕົວຫ້ອງທົດລອງ AI ຮ່ວມກັບ EVYD Technology ບໍລິສັດເຕັກໂນໂລຊີສຸຂະພາບ ເພື່ອທີ່ຈະອໍານວຍຄວາມສະດວກໃນການດູແລຄົນເຈັບຂ້າມຊາຍແດນອີກດ້ວຍ.

ດ້ວຍເຫດນີ້, ປັດຈຸບັນ ສິງກະໂປໄດ້ຂຶ້ນມາຢູ່ໃນແຖວໜ້າໃນດ້ານສຸຂະພາບດິຈິຕອນທີ່ມີການນຳເອົາ AI ມາໃຊ້ໃນການປິ່ນປົວ. ເຊິ່ງນີ້ແມ່ນໄດ້ຮັບແຮງສະໜັບສະໜູນມາຈາກການຂາດແຄນແຮງງານ ແລະ ການປັບປຸງການດູແລຄົນເຈັບໃຫ້ດີຍິ່ງຂຶ້ນ. ແລະສິ່ງນີ້ຈະເປັນປະໂຫຍດຕໍ່ລະບົບນິເວດການດູແລສຸຂະພາບທີ່ສາມາດເຊື່ອມໂຍງ ແລະ ມີຄວາມຍືນຍົງຫຼາຍຂຶ້ນ.

ທີ່ມາ:

regtechafrica

finance

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/