ເຂົ້າຫວຽດນາມມາແຮງ ຄວ້າອັນດັບ 1 ເປັນເຂົ້າທີ່ດີທີ່ສຸດໃນໂລກ


ຈາກງານ “ການປະຊຸມສຸດຍອດເຂົ້າໂລກນານາຊາດ” ທີ່ຈັດຂຶ້ນໃນເມືອງເຊບູ ປະເທດຟິລິບປິນ ໃນລະຫວ່າງວັນທີ 28-30 ພິຈິກ 2023 ທີ່ຜ່ານມາ. ໄດ້ມີການຈັດອັນດັບເຂົ້າທີ່ດີທີ່ສຸດໃນໂລກ ເຊິ່ງໄດ້ຈັດເປັນປະຈຳທຸກໆປີ ໂດຍເຂົ້າຫວຽດນາມມາແຮງສຸດໆ ກາຍເປັນເຂົ້າທີ່ດີທີ່ສຸດໃນໂລກ.

ການຈັດອັນດັບແມ່ນຈັດໂດຍ The Rice Trader ສື່ຜູ້ຊ່ຽວຊານເລື່ອງອຸດສາຫະກຳເຂົ້າໂລກ ເຊິ່ງໄດ້ເກັບຕົວຢ່າງເຂົ້າຫຼາຍກວ່າ 10 ປະເທດ ທີ່ເຂົ້າຮ່ວມໃນປີນີ້ ແລະ ນຳມາວິເຄາະຢ່າງລະອຽດ. ປາກົດວ່າເຂົ້າ ST25 ຈາກຫວຽດນາມ ຄວ້າແຊ້ມໄປຄອງ ຕາມມາດ້ວຍເຂົ້າຈາກກຳປູເຈຍ ແລະ ອິນເດຍ ຕາມລຳດັບ.

ຂໍ້ມູນຈາກ: matichon

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/