ອົງການເພື່ອການພັດທະນາສາກົນຂອງສະຫະລັດ (USAID) ປະກາດບ້ວງເງິນຊ່ວຍຫຼືອ 2 ລ້ານໂດລາສະຫະລັດ ເພື່ອຂະຫຍາຍໄລຍະເວລາການປະຕິບັດງານ ໃນແຂວງສະຫວັນນະເຂດ ເພື່ອສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ເພີ່ມທະວີການລົງທຶນຂອງພາກເອກະຊົນ ໃນ ສປປ ລາວ.
ການປະກາດດັ່ງກ່າວໄດ້ມີຂຶ້ນເມື່ອບໍ່ດົນມານີ້ ໃນກອງປະຊຸມຄະນະກວດກາໂຄງການ ຄັ້ງທີ 7 ຂອງອົງການ USAID Laos Business Environment ທີ່ກະຊວງອຸດສາຫະກຳ ແລະ ການຄ້າເປັນເຈົ້າພາບ.
ໂດຍມີທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຜູ້ຕາງໜ້າອົງການ USAID ປະຈຳ ສປປ ລາວ ທ່ານ Michael Ronning ເປັນປະທານຮ່ວມກອງປະຊຸມ. ພ້ອມມີບັນດາພາກສ່ວນວິຊາການຫຼັກຂອງພາກລັດ ແລະ ເອກະຊົນ, ຄູ່ຮ່ວມໂຄງການ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວໄດ້ທົບທວນຄືນຄວາມຄືບໜ້າຂອງໂຄງການສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງລາວ ໃນປີ 2023 ແລະ ປຶກສາຫາລືເຖິງບູລິມະສິດໃນປີ 2024.
ໂຄງການດັ່ງກ່າວໄດ້ປະກອບສ່ວນເຂົ້າໃນການເຕີບໂຕ ແລະ ພັດທະນາເສດຖະກິດຂອງລາວ ໂດຍບັນລຸໄດ້ໃນບັນດາບາດກ້າວສຳຄັນຫຼາຍຢ່າງ. ໂດຍໂຄງການດັ່ງກ່າວໄດ້ສຳເລັດ ແລະ ໄດ້ຮັບການຮັບຮອງເອົາບົດແນະນຳການສ້າງເຄື່ອງໝາຍເຄື່ອງໝາຍເຄື່ອງຫັດຖະກຳແຫ່ງຊາດຈາກສຳນັກງານນາຍົກລັດຖະມົນຕີ, ສ້າງຂອບເຂດການສົ່ງເສີມເຄື່ອງຫັດຖະກຳລາວ.
ອີງຕາມ ສະຖານທູດ ອາເມຣິກາ ປະຈຳລາວ ໂຄງການດັ່ງກ່າວໄດ້ເຮັດວຽກເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການລັດຖະບານ ແລະ ບັນດາວິສາຫະກິດທ້ອງຖິ່ນ ໂດຍຜ່ານການແຜ່ຂະຫຍາຍປື້ມຄູ່ສົນທະນາພາກລັດ – ເອກະຊົນທ້ອງຖິ່ນໃນທົ່ວປະເທດ ແລະ ມີບົດບາດສຳຄັນໃນການປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາ ເພື່ອເສີມຂະຫຍາຍຂອບກົດໝາຍປົກປັກຮັກສາປັນຍາຊົນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ມາໄລທອງ ກົມມະສິດກ່າວວ່າ: “ໂຄງການດັ່ງກ່າວໄດ້ປະກອບສ່ວນສຳຄັນເຂົ້າໃນການປະຕິບັດບັນດາບຸລິມະສິດພັດທະນາພາກເອກະຊົນ, ໃນນັ້ນມີການສ້າງຄວາມສາມາດໃນການແຂ່ງຂັນຂອງ SMEs.”
ທ່ານ Michael Ronning ໄດ້ເນັ້ນໜັກເຖິງການຂະຫຍາຍການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງອາເມລິກາ – ລາວ. ໂດຍທ່ານກ່າວວ່າ: “ໂຄງການດັ່ງກ່າວໄດ້ມີມາແຕ່ດົນແລ້ວ, ໂດຍມີຜົນສຳເລັດທີ່ໄດ້ຮັບການສະໜັບສະໜູນຈາກກະຊວງ ແລະ ບັນດາຄູ່ຮ່ວມມືສຳຄັນຂອງພາກລັດ ແລະ ເອກະຊົນ.”
ບົ
ໂຄງການສະພາບແວດລ້ອມງການດຳເນີນທຸລະກິດຂອງລາວ ເປັນຂໍ້ລິເລີ່ມ 6 ປີ ແນໃສ່ການຊ່ວຍລັດຖະບານປັບປຸງສະພາບແວດລ້ອມໃນການລົງທຶນ ແລະ ການຄ້າ ແລະ ຍົກສູງຄວາມສາມາດໃນການແຂ່ງຂັນຂອງທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/