The Marvels ເຮັດລາຍໄດ້ທົ່ວໂລກໄປພຽງ 197 ລ້ານໂດລາ ຕ່ຳສຸດຂອງຈັກກະວານ MCU


ສຳນັກຂ່າວ Variety ໄດ້ລາຍງານວ່າຮູບເງົາ ‘The Marvels’ ທີ່ເປັນຮູບເງົາໃນເຟສ 5 ຂອງຈັກກະວານ  MCU (Marvel Cinematic Universe) ເຮັດລາຍໄດ້ໄປຢ່າງໜ້າຜິດຫວັງ ໂດຍກາຍເປັນຮູບເງົາທີ່ເຮັດລາຍໄດ້ໜ້ອຍທີ່ສຸດໃນປະຫວັດສາດ 15 ປີຂອງ MCU.

ໂດຍລາຍໄດ້ຂອງຮູບເງົາ ‘The Marvels’ ຈາກວັນທີ 10  ພະຈິກ – 4 ທັນວາ 2023 ເຮັດລາຍໄດ້ທົ່ວໂລກພຽງ 197 ລ້ານໂດລາ ຈາກທຶນສ້າງອັນມະຫາສານທີ່ 274,8 ລ້ານໂດລາ ເຊິ່ງຍັງມີລາຍເພີ່ມຕື່ມຈາກທາງ Variety ທີ່ອ້າງວ່າ  Disney ຮັບບໍ່ໄດ້ກັບລາຍໄດ້ອັນຕົກຕ່ຳນີ້ ພ້ອມຈະຢຸດການລາຍງານລາຍໄດ້ຂອງຮູບເງົາເລື່ອງນີ້.

ແນ່ນອນວ່າສາເຫດທີ່ລາຍໄດ້ຕ່ຳມາຈາກຫຼາຍສາເຫດ ທາງ Bob Iger ຜູ້ດຳລົງຕຳແໜ່ງ CEO ຂອງ Disney ກໍໄດ້ອອກມາເປີດເຜີຍວ່າຕ້ອງປະສົບບັນຫາອັນຫຼາກຫຼາຍໃນການຖ່າຍທຳໄລຍະພະຍາດໂຄວິດ-19 ແລະ ບັນຫາພາຍໃນອີກຫຼາກຫຼາຍ ເຊິ່ງອາດເວົ້າໄດ້ວ່າປີນີ້ ບໍ່ແມ່ນປີຂອງ Disney.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/