ສະຫະລັດ ອາເມຣິກາ ມອບທຶນ 2 ລ້ານໂດລາ ສະໜັບສະໜູນ​ SME  ​ແລະ ​ເພີ່ມ​ທະວີ​ການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ


ອົງການ​ເພື່ອ​ການ​ພັດທະນາ​ສາກົນ​ຂອງ​ສະຫະລັດ (USAID) ​​ປະກາດ​ບ້ວງ​ເງິນ​ຊ່ວຍ​ຫຼືອ 2 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ຂະຫຍາຍ​ໄລຍະ​ເວລາ​ການ​ປະຕິບັດ​ງານ ​ໃນແຂວງ​ສະຫວັນ​ນະ​ເຂດ ​ເພື່ອ​ສະໜັບສະໜູນ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ​ແລະ ​ເພີ່ມ​ທະວີ​ການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ ໃນ ສປປ ລາວ.

ການປະກາດດັ່ງກ່າວໄດ້ມີຂຶ້ນເມື່ອບໍ່ດົນມານີ້ ໃນກອງປະຊຸມຄະນະກວດກາໂຄງການ ຄັ້ງທີ 7 ຂອງອົງການ USAID Laos Business Environment ທີ່ກະຊວງອຸດສາຫະກຳ ແລະ ການຄ້າເປັນເຈົ້າພາບ.

ໂດຍມີທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຜູ້ຕາງໜ້າອົງການ USAID ປະຈຳ ສປປ ລາວ ທ່ານ Michael Ronning ເປັນປະທານຮ່ວມກອງປະຊຸມ. ພ້ອມມີບັນດາພາກສ່ວນວິຊາການຫຼັກຂອງພາກລັດ ແລະ ເອກະຊົນ, ຄູ່ຮ່ວມໂຄງການ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວໄດ້ທົບທວນຄືນຄວາມຄືບໜ້າຂອງໂຄງການສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງລາວ ໃນປີ 2023 ແລະ ປຶກສາຫາລືເຖິງບູລິມະສິດໃນປີ 2024.

​         ໂຄງການ​ດັ່ງກ່າວ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ ​ແລະ ພັດທະນາ​ເສດຖະກິດ​ຂອງ​ລາວ ​ໂດຍ​ບັນລຸ​ໄດ້​ໃນບັນດາ​ບາດກ້າວ​ສຳຄັນ​ຫຼາຍ​ຢ່າງ. ໂດຍໂຄງການ​ດັ່ງກ່າວ​ໄດ້​ສຳ​ເລັດ ​ແລະ ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ບົດ​ແນະນຳ​ການ​ສ້າງ​ເຄື່ອງ​ໝາຍ​ເຄື່ອງ​ໝາຍ​ເຄື່ອງ​ຫັດຖະກຳ​ແຫ່ງ​ຊາດ​ຈາກ​ສຳນັກງານ​ນາຍົກລັດຖະມົນຕີ, ສ້າງ​ຂອບ​ເຂດ​ການ​ສົ່ງ​ເສີມ​ເຄື່ອງ​ຫັດຖະກຳ​ລາວ.

ອີງຕາມ ສະຖານທູດ ອາເມຣິກາ ປະຈຳລາວ ​ໂຄງການ​ດັ່ງກ່າວ​​ໄດ້​ເຮັດ​ວຽກ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ລັດຖະບານ ​ແລະ ບັນດາ​ວິ​ສາ​ຫະກິດ​ທ້ອງ​ຖິ່ນ ​ໂດຍ​ຜ່ານ​ການ​ແຜ່​ຂະຫຍາຍ​ປື້ມ​ຄູ່​ສົນທະນາ​ພາກ​ລັດ – ​ເອກະ​ຊົນ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ​ແລະ ມີ​ບົດບາດ​ສຳຄັນ​ໃນ​ການ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ຊັບ​ສິນ​ທາງ​ປັນຍາ ​ເພື່ອ​ເສີມ​ຂະຫຍາຍ​ຂອບ​ກົດໝາຍ​ປົກ​ປັກ​ຮັກສາ​ປັນຍາ​ຊົນ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ ມາ​ໄລ​ທອງ ກົມມະສິດກ່າວ​ວ່າ: “​ໂຄງການ​ດັ່ງກ່າວ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປະຕິບັດ​ບັນດາ​ບຸລິມະສິດ​ພັດທະນາ​ພາກ​ເອກະ​ຊົນ, ​ໃນ​ນັ້ນ​ມີ​ການ​ສ້າງ​ຄວາມ​ສາມາດ​ໃນການແຂ່ງຂັນຂອງ SMEs.”

ທ່ານ Michael Ronning ໄດ້​ເນັ້ນ​ໜັກ​ເຖິງ​ການ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ອາ​ເມ​ລິ​ກາ – ລາວ. ໂດຍທ່ານ​ກ່າວ​ວ່າ: “​ໂຄງການ​ດັ່ງກ່າວ​ໄດ້​ມີ​ມາ​ແຕ່​ດົນ​ແລ້ວ, ​ໂດຍ​ມີ​ຜົນສຳ​ເລັດ​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ກະຊວງ ​ແລະ ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ພາກ​ລັດ ​ແລະ ​ເອກະ​ຊົນ.”

ບົ

ໂຄງການສະພາບແວດລ້ອມງການດຳເນີນທຸລະກິດຂອງລາວ ເປັນຂໍ້ລິເລີ່ມ 6 ປີ ແນໃສ່ການຊ່ວຍລັດຖະບານປັບປຸງສະພາບແວດລ້ອມໃນການລົງທຶນ ແລະ ການຄ້າ ແລະ ຍົກສູງຄວາມສາມາດໃນການແຂ່ງຂັນຂອງທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ.

https://www.usaid.gov/laos/press-releases/nov-27-2023-moic-and-usaid-announce-additional-support-boost-lao-small-and-medium-enterprises-7th-project-review-committee-meeting-usaid-laos-business-environment-project

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/