ເຂົ້າລາວເຈາະຕະຫຼາດອາເມຣິກາ! ເຊັນສັນຍາສົ່ງອອກເຂົ້າເຂົ້າໜຽວ ຈຳປາຫອມ ໄປສະຫະລັດອາເມຣິກາ 900 ໂຕນຕໍ່ປີ


ບໍລິສັດຈຳປາຫອມການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ຜູ້ຜະລິດ ແລະ ຈຳໜ່າຍເຂົ້າ ກາ ຈຳປາຫອມ ຂະຫຍາຍຕະຫຼາດເຊັນສັນຍາສົ່ງອອກເຂົ້າເຂົ້າລາວ ກາຈຳປາຫອມ ໄປຂາຍໃນຕະຫຼາດສະຫະລັດອາເມຣິກາ ຈຳນວນ 900 ໂຕນຕໍ່ປີ.

ໂດຍພິທີເຊັນສັນຍາດັ່ງກ່າວ ມີຂຶ້ນເມື່ອບໍ່ດົນມານີ້ ໂດຍບໍລິສັດບໍລິສັດຈຳປາຫອມການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໄດ້ເຊັນສັນຍາຮ່ວມກັບ ບໍລິສັດ ເຈເຈ ເອັນເຕີໄພສ. ລົງນາມສັນຍາໂດຍ ທ່ານ ນ. ບຸນຮ່ຽງ ພົມມີໄຊ ປະທານ ບໍລິສັດຈຳປາຫອມການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ແລະ ທ່ານ ຈອນ ໄມມູນດົກ ປະທານບໍລິສັດ ເຈເຈ ເອັນເຕີໄພສ ໂດຍມີບັນດາຫົວກົມ ກະຊວງ ທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ພິທີເຊັນສັນຍາດັ່ງກ່າວ ຖືເປັນຂີດໝາຍອັນສຳຄັນ ແກ່ສິນຄ້າ ກໍຄືເຂົ້າລາວ ໂດຍສະເພາະເຂົ້າລາວຈຳປາຫອມ ທີ່ຈະສາມາດເອກອ້າງຄວາມເປັນລາວ ທີ່ມີຄຸນະພາບ ໄປສູ່ສາຍຕາໂລກ.

ໂອກາດດັ່ງກ່າວ ທ່ານ ນ. ບຸນຮ່ຽງ ໄດ້ໃຫ້ສຳພາດກ່ຽວກັບພິທີເຊັນສັນຍາຄັ້ງນີ້ວ່າ: ນັບຕັ້ງແຕ່ປີ 2024 ເປັນຕົ້ນໄປ ຈະມີການຈັດສົ່ງ ເຂົ້າໜຽວລາວ, ເຂົ້າໜຽວໄກ່ນ້ອຍ ແລະ ເຂົ້າຈ້າວຫອມ ລວມກັນຫຼາຍກວ່າ 900 ໂຕນຕໍ່ປີ ໄປຂາຍຢູ່ສະຫະລັດ ອາເມຣິກາ.

ທ່ານ ນ. ບຸນຮ່ຽງ ກ່າວອີກວ່າ: “ທາງບໍລິສັດ ໄດ້ມີການກະກຽມຄວາມພ້ອມຫຼາຍດ້ານ ໃນການສົ່ງອອກໄປ ສະຫະລັດອາເມຣິກາ ບໍ່ວ່າຈະເປັນຄວາມພ້ອມໃນດ້ານ ເອກະສານການນຳເຂົ້າສົ່ງອອກ, ເລື່ອງຄຸນະພາບ, ກຳນົດເວລາ, ການຫຸ້ມຫໍ່ ໃຫ້ແທດເໝາະກັບຕະຫຼາດອາເມຣິກາ”

ໂດຍໃນໄລຍະກ່ອນໜ້ານີ້ ບໍລິສັດຈຳປາຫອມການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໄດ້ເຄີຍສົ່ງອອກເຂົ້າລາວໄປຕ່າງປະເທດມາເແລ້ວ ກໍຄືບັນດາປະເທດໃນສະຫະພາບຢູໂຣບ ເປັນຕົ້ນແມ່ນ ເບວຢ້ຽມ ແລະ ປະເທດຝຮັ່ງ.

ທ່ານ ຈອນ ໄມມູນດົກ ປະທານບໍລິສັດ ເຈເຈ ເອັນເຕີໄພສ ກ່າວວ່າ ໃນອະນາຄົດ ຖ້າຜົນຕອບຮັບດີ ພວກເຮົາຈະໄດ້ມີການເພີ່ມຈຳນວນໃນການສົ່ງອອກເຂົ້າລາວໃຫ້ຫຼາຍຂຶ້ນ ແລະ ຍັງຈະມີການນຳສິນຄ້າລາວຕ່າງໆ ບໍ່ວ່າຈະເປັນ ຊາ ຫຼື ກາເຟ ໄປຂາຍຢູ່ຕະຫຼາດ ສະຫະລັດອາເມຣິກາອີກດ້ວຍ.

ບໍລິສັດ ຈຳປາຫອມການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວໄດ້ມີການສົ່ງອອກເຂົ້າລາວ ໄປ ເບວຢຽມຕັ້ງແຕ່ປີ 2021 ແລະ ປີ 2023 ກໍໄດ້ມີການເລີ່ມສົ່ງອອກໄປຝຣັ່ງ. ເຊິ່ງຕົ້ນປີ 2024 ນີ້ກໍມີແຜນຈະສົ່ງອອກໄປເບວຢຽມອີກຈຳນວນ 1.000 ໂຕນ ຕື່ມອີກ.

https://www.facebook.com/bcnlao/videos/369660022244970

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/