ຄົບຮອບ 2 ປີ ທາງລົດໄຟລາວຈີນ ຂົນສົ່ງຜູ້ໂດຍສານແລ້ວ3,7 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າ 5,99 ລ້ານ ໂຕນ


ທາງລົດໄຟລາວຈີນ ໄດ້ເປີດໃຫ້ບໍລິການ ຕັ້ງແຕ່ ວັນທີ 2 ທັນວາ 2021 ຮອດປັດຈຸບັນຄົບຮອບ 2​ປີ ທາງລົດໄຟລາວຈີນ ຂົນສົ່ງຜູ້ໂດຍສານແລ້ວ3,7 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າ 5,99 ລ້ານ ໂຕນ ກາຍເປັນແຮງຂັບເຄື່ອນສຳຄັນໃນການຊຸກຍູ້ ແລະ ພັດທະນາເສດຖະກິດ ໃນພາກພື້ນ.

ຈາກການລາຍງານຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດໄດ້ໃຫ້ຮູ້ວ່າ: ທາງລົດໄຟລາວ-ຈີນໄດ້ດຳເນີນງານມາເປັນເວລາ 2 ປີແລ້ວ, ໄດ້ມີການຂົນສົ່ງຜູ້ໂດຍສານທັງໝົດ 3.728.000 ເທື່ອຄົນ ແລະ ຂົນສົ່ງສິນຄ້າ 5.990.000 ໂຕນ, ໃນນັ້ນປະລິມານຂົນສົ່ງສິນຄ້າຂ້າມແດນ 5.940.000 ໂຕນ.

ທາງລົດໄຟລາວ-ຈີນໄດ້ສ້າງຊ່ອງທາງການຂົນສົ່ງສາກົນລະຫວ່າງຈີນແລະອາຊຽນທີ່ມີຄວາມສະດວກສະບາຍ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນການຂົນສົ່ງຢ່າງຫຼວງຫຼາຍ; ຄວາມຕ້ອງການດ້ານການຂົນສົ່ງມີທ່າແຮງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.

ທາງລົດໄຟລາວ-ຈີນໄດ້ເຊື່ອມຕໍ່ແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງລາວ ແລະ ຈີນ, ດຶງດູດນັກທ່ອງທ່ຽວພາຍໃນແລະຕ່າງປະເທດ, ຊ່ວຍຊຸກຍູ້ພັດທະນາການທ່ອງທ່ຽວແລະເສດຖະກິດຕາມແລວທາງໄດ້ຢ່າງວ່ອງໄວ. ທາງລົດໄຟລາວ-ຈີນຊ່ວຍຊຸກຍູ້ການຮ່ວມມືລະຫວ່າງຂະແໜງການທາງລົດໄຟກັບຂະແໜງການທ່ອງທ່ຽວ, ເປີດເສັ້ນທາງທ່ອງທ່ຽວຫຼາຍສາຍ, ຊຸກຍູ້ການເປີດໃຊ້ລົດໄຟຂະບວນທ່ອງທ່ຽວແຫ່ງທຳອິດຈາກປັກກິ່ງມາລາວ. ນັບແຕ່ເດືອນມັງກອນຫາເດືອນກັນຍາປີນີ້, ລາວໄດ້ຮັບນັກທ່ອງທ່ຽວ 2.4 ລ້ານເທື່ອຄົນ ເພີ່ມຂຶ້ນ 285%  ຈາກໄລຍະດຽວກັນໃນປີ 2022.

ທາງລົດໄຟລາວ-ຈີນ ໄດ້ເພີ່ມທະວີການຈັດຕັ້ງດ້ານການຂົນສົ່ງສິນຄ້າ, ຍົກລະດັບຄວາມສາມາດ ແລະ ປະສິດທິພາບໃນການຂົນສົ່ງ, ໃຫ້ບູລິມະສິດແກ່ການຂົນສົ່ງສິນຄ້າທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະສິນຄ້າກະສິກຳຕ່າງໆຂອງເຊັ່ນ ໝາກໄມ້, ເຂົ້າ, ໝາກເດືອຍ ແລະ ສິນຄ້າອື່ນໆຂອງລາວ, ຮັບປະກັນການຂົນສົ່ງສຳລັບກິດຈະກຳສຳຄັນຕ່າງໆ, ສາມາດຕອບສະໜອງຕາມຄວາມຕ້ອງການໃນການພັດທະນາເສດຖະກິດສັງຄົມຂອງພາກພື້ນໄດ້ເປັນຢ່າງດີ.

ຢ່າງໃດກໍຕາມ ເຖິງແມ່ນວ່າ ທາງລົດໄຟລາວຈີນ ຈະຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ(ບໍ່ມີຊາຍແດນຕິດຈອດກັບທະເລ) ໃຫ້ກາຍເປັນປະເທດທີ່ເຊື່ອມຕໍ່ກັນທາງບົກ ແລະ ນຳຜົນປະໂຫຍດອັນມະຫາສານມາໃຫ້ ສປປ ລາວ. ແຕ່ປະຕິເສດບໍ່ໄດ້ວ່າເງິນກູ້ຢືມຈຳນວນມະຫາສານໃນການກໍ່ສ້າງໂຄງການດັ່ງກ່າວ ບວກກັບຄວາມຫຍຸ້ງຍາກໃນໄລຍະການແຜ່ລະບາດຂອງ ໂຄວິດ-19 ໄດ້ສົ່ງຜົນຕໍ່ຄວາມໝັ້ນຄົງຂອງຄັງເງິນຕາຂອງ ສປປ ລາວ ຢ່າງໜັກ ກະທົບຕໍ່ຄວາມເຊື່ອໝັ້ນໃນຄວາມສາມາດໃນການຊຳລະໜີ້ສິນຕ່າງປະເທດ ຂອງ ສປປ ລາວ ທັງທາງກົງ ແລະ ທາງອ້ອມ.

ເງິນກີບໄດ້ສືບຕໍ່ຕົກຕໍ່າລົງໃນໄລຍະປີ 2023, ຫຼຸດລົງ 29% ທຽບກັບເງິນບາດຂອງໄທ ແລະ 21% ທຽບກັບເງິນໂດລາສະຫະລັດຈົນເຖິງເດືອນຕຸລາ ແລະ ເງິນກີບມີທ່າອ່ຽງທີ່ຈະຍັງຄົງຢູ່ພາຍໃຕ້ຄວາມກົດດັນ ເນື່ອງຈາກການນໍາເຂົ້າທີ່ສູງ ແລະ ຄວາມບໍ່ສອດຄ່ອງກັນລະຫວ່າງຄວາມຕ້ອງການເງິນຕາຕ່າງປະເທດ ແລະ ຄວາມສາມາດໃນການການສະໜອງ ບວກັບຄວາມຕ້ອງການເງິນຕາຕ່າງປະເທດສູງເພື່ອຊໍາລະໜີ້ສິນສົ່ງຜົນກະທົບຕໍ່ເສດຖະກິດຂອງລາວໂດຍກົງ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/