ສປປ ລາວ ກຳລັງສ້າງໂຮງງານຊິລິຄອນທີ່ໃຫຍ່ທີ່ສຸດໃນປະເທດ

ສປປ ລາວ

ໃນໂອກາດທີ່ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລົງຢ້ຽມຢາມ ແລະ ຕິດຕາມໂຄງການກໍ່ສ້າງສາຍສົ່ງແຮງສູງ 155 ກິໂລໂວນ ແລະ ກໍ່ສ້າງສະຖານີ ເພື່ອສະໜອງໄຟຟ້າໃຫ້ໂຮງງານຜະລິດຊິລິຄອນຂອງບໍລິລິສັດ ລາວຊິລິຄອນ ຈໍາກັດ ໃນວັນທີ 13 ກຸມພາ 2023 ທີ່ຜ່ານມາ. ທ່ານ ຊິນ ອິນທະວົງ ຜູ້ອຳນວຍການລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິລິສັດ ລາວຊິລິຄອນ ຈໍາກັດ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2006, ໄດ້ສ້າງຕັັ້ງໂຮງງານປຸງແຕ່ງຊິລິຄອນ ເພື່ອການສົ່ງອອກ ຢູ່ເຂດອຸດສາຫະກໍາຫຼັກ 21 ນະຄອນຫຼວງວຽງຈັນ, ໃນເນື້ອທີ່ 6 ເຮັກຕາ, ມີອາຄານຜະລິດ 2 ຫຼັງ, ມີເຕົາຫຼອມທັງໝົດ 3 ເຕົາ, ເປັນໂຮງງານແຫ່ງທໍາອິດ ແລະ ແຫ່ງດຽວໃນ ສປປ ລາວ, ເປັນໂຮງງານຂະໜາດກາງ, ມີກໍາລັງການຜະລິດ 12.000 ໂຕນ/ປີ, ມີພະນັກງານກໍາມະກອນທັງໝົດ 385 ຄົນ.

ສປປ ລາວ

ການດໍາເນີນກິດຈະການໃນໄລຍະຜ່ານມາ ເຫັນວ່າມີປະສິດທິຜົນ ສາມາດປະຕິບັດພັນທະອາກອນໃຫ້ລັດ ເປັນປົກກະຕິ ແລະ ທ່າແຮງທາງດ້ານວັດຖຸດິບພາຍໃນທີ່ມີຄວາມອຸດົມສົມບູນໃນຂອບເຂດທົ່ວປະເທດ. ດັ່ງນັັ້ນ, ບໍລິສັດ ຈຶ່ງໄດ້ຕັດສິນໃຈຂະຫຍາຍໂຮງງານປຸງແຕ່ງຊິລິຄອນແຫ່ງທີ 2 ຕື່ມອີກຢູ່ເຂດບ້ານ ທ່າບົກ, ເມືອງ ທ່າພະບາດ , ແຂວງ ບໍລິຄໍາໄຊ ໃນເນຶ້ອທີ່ 16 ເຮັກຕາ, ໂຮງງານທີ່ຈະສ້າງຂຶ້ນໃໝ່ນີ້ ເປັນໂຮງງານຂະໜາດໃຫຍ່ ແລະ ທັນສະໄໝກວ່າເກົ່າ, ໂດຍມີແຜນຈະສ້າງທັງໝົດ 6 ເຕົາຫຼອມ, ມີກໍາລັງການຜະລິດ 54 ພັນໂຕນ/ປີ, ນໍາໃຊ້ພະລັງງານ ໄຟຟ້າທັງໝົດ 84MW, ມູນຄ່າການລົງທຶນທັງໝົດປະມານ: 51 ລ້ານໂດລາສະຫະລັດ, ນໍາໃຊ້ແຮງງານປະມານ 300-500 ຄົນ, ຄາດວ່າໂຮງງານແຫ່ງທີ 2 ນີ້ຈະກໍ່ສ້າງສໍາເລັດໃນປີ 2024.

ສປປ ລາວ

ທ່ານ ກ່າວຕື່ມວ່າ: ຂະບວນການຜະລິດຊິລິຄອນຈະປະກອບດ້ວຍ: ວັດຖຸດິບພາຍໃນປະກອບມີ: 1) ພະລັງງານໄຟຟ້າ 2) ແຮ່ຄວາສ ແລະ 3) ຖ່ານໄມ້ . ສໍາລັບວັດຖຸດິບນໍາເຂົ້າປະກອບມີ: 1) ຂວັ້ນໄຟຟ້າ Electrode 2) ຖ່ານກາກກັ່ນຈາກນ້ຳມັນ ແລະ 3) ຖ່ານກາກກັ່ນຈາກຖ່ານຫີນ. ຫຼັກການພື້ນຖານຂອງການຜະລິດຊິລິຄອນໂລຫະແມ່ນ ໃຊ້ແຮ່ກວາສ (SiO2) ມາປະຕິກິລິຍາຄາບອນ (C) ເພື່ອໃຫ້ກາກບອນອັອກຊີເຈນ (O2) ທີ່ມີຢູ່່ໃນແຮ່ກວາສ (SiO2) ອອກ ແລະ ກໍຈະໄດ້ຮັບຊີລິຄອນເກດ ໂລຫະດັ່ງສະແດງລຸ່ມນີ້: SiO2 +C = Si + CO2 (ຫີນແຮ່ ກວາສ + ຖ່ານ = ຊິລິຄອນໂລຫະ + ແກ໊ສ CO2) ໃນເຕົາຫຼອມຊິລິຄອນພາຍໃນອຸນຫະພູມ 1800 °c ທີ່ໄດ້ຈາກພະລັງງານໄຟຟ້າແລ່ນຜ່ານຂວັ້ນໄຟຟ້າອີເລັກໂທຣດ, ວັດຖຸດິບ (ແຮ່ກວາສ ແລະ ຖ່ານໃນອັດຕາສ່ວນທີ່ເໝາະສົມ) ທີ່ຖືກປ້ອນເຂົ້າເຕົາຫຼອມແລ້ວເກີດ ປະຕິກິລິຍາຂຶ້ນໂດຍຖ່ານຄາບອນຈະດູດເອົາອັອກຊີເຈນທີ່ຢູ່ໃນແຮ່ກວາສແລ້ວກາຍເປັນແກ໊ສ CO2, ແລ້ວປ່ອຍສູ່ບັນຍາກາດ, ສ່ວນຊິລິຄອນ (Si) ຈະຖືກປອ່ຍລົງເບົ້າຫຼອມກ້າມເປັນແຜ່ນຊີຄອນໂລຫະທີ່ມີຄຸນະພາບ 99,00% ເພື່ອສົ່ງອອກ.

ຂອບໃຈຂໍ້ມູນຈາກ:

https://bit.ly/416ozir

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/