ຍິນດີຕ້ອນຮັບສະມາຊິກລ້ຽງນ້ອງກະບອງເພັດມືໃຫມ່ທຸກໆຄົນ ຫຼາຍຄົນອາດຈະບັງເອີນໄດ້ກະບອງເພັດມາເປັນສະມາຊິກໃຫມ່ ຫຼື ມີຄົນຊື້ມາຝາກ ແລະ ຍັງບໍ່ຮູ້ຈະລ້ຽງແບບໃດດີ ດຽວມື້ນີ້ເຮົາຈະມາແນະນຳການລ້ຽງ, ບຳລຸງ-ຮັກສາ ນ້ອງກະບອງເພັດຈິ໋ວຂອງເຮົາວ່າຄວນເຮັດແນວໃດ.

ວ່າດ້ວຍເລື່ອງການຫົດນ້ຳ
ນ້ອງເປັນສາຍພັນບໍ່ມັກນ້ຳ ປົກກະຕິແມ່ນ ຂື້ນຢູ່ກັບສະພາບອາກາດໃນຊ່ວງເວລານັ້ນໆນຳ ແລະ ໃຫ້ຫົດນ້ຳເມື່ອດິນແຫ້ງແລ້ວ ປະມານ 2-3 ມື້ຈຶ່ງຫົດນ້ຳ ຫຼື ຫົດນ້ຳອາທິດລະເທື່ອແບບຊຸ່ມໆ ແຕ່ຫ້າມເດັດຂາດ!ບໍ່ໃຫ້ນ້ຳຂັງໃນກະຖາງ ໃຫ້ນ້ຳໄຫຼອອກຈາກກົ້ນກະຖາງເລີຍ ຖ້າຢູ່ໃນຊ່ວງຍາມຝົນດິນຊຸ່ມໆ, ເຮົາກໍ່ເວັ້ນຊ່ວງຫົດນ້ຳໄປປະມານ 2 ອາທິດຕໍ່ຄັ້ງ. ກະບອງເພັດສາມາດຂາດນ້ຳໄດ້ຫຼາຍມື້ ເຖິງເຮົາຈະລືມຫົດນ້ຳມັນກໍ່ບໍ່ຕາຍ ແຕ່ຖ້າດິນຊຸ່ມຫຼາຍເປັນເວລາດົນ ຈະເຮັດໃຫ້ຮາກມັນເນົ່າຕາຍໄດ້ງ່າຍໆເລີຍ.
ເວລາທີ່ເໝາະແກ່ການຫົດນ້ຳທີ່ສຸດແມ່ນຊ່ວງເວລາ ເຊົ້າໆ ຫຼື ຊ່ວງຄ່ຳໆ ເທົ່ານັ້ນ.

ແສງແດດ
ພືດທຸກຊະນິດຕ້ອງການແສງແດດໃນການສັງເຄາະແສງ ແລະ ຈະເລີນເຕີບໂຕ ກະບອງເພັດກໍ່ເຊັ່ນກັນ ໂດຍຕ້ອງໃຫ້ນ້ອງຖືກແສງແດດປະມານເຄິ່ງມື້ເປັນຢ່າງຕ່ຳ ຖ້າໄດ້ແດດຊ່ວງເຊົ້າຫາສວຍແມ່ນກຳລັງດີ ເພາະແສງແດດສຳຄັນຕໍ່ກະບອງເພັດເປັນຢ່າງຫຼາຍ ເຊິ່ງກະບອງເພັດມັກແດດທີ່ບໍ່ແຮງຫຼາຍ ຖ້າຖືກແສງແດດທີ່ແຮງເກີນໄປຈະເຮັດໃຫ້ເກີດຮອຍໄໝ້ ຄວນເລືອກບ່ອນວາງກະບອງເພັດໃນບ່ອນທີ່ມີແສງແດດອ່ອນໆສ່ອງເຖິງ ປະມານ 4-6 ຊົ່ວໂມງຕໍ່ມື້.

ກະບອງເພັດມີດອກ ຫຼື ບໍ່?
ເປັນຄຳຖາມຍອດນິຍົມເລີຍກໍ່ວ່າໄດ້ ກະບອງເພັດທີ່ຢູ່ໃນບ້ານເຮົາສ່ວນຫຼາຍສາມາດອອກດອກໄດ້ ແຕ່ກໍ່ຂື້ນຢູ່ກັບສາຍພັນຂອງມັນ ຖ້າແດດດີສະພາບແວດລ້ອມໄດ້ ຮອດຊ່ວງເວລາອອກດອກ ກະບອງເພັດກໍ່ຈະອອກດອກມາໃຫ້ໄດ້ເຫັນກັນ.

ອາຫານຂອງກະບອງເພັດ
ສ່ວນຫຼາຍຈະນິຍົມໃຊ້ເປັນປຸຍເມັດ ຫຼື ທີ່ເອີ້ນວ່າ ປຸຍສາມເດືອນ(ທີ່ເປັນເມັດມົນໆນ້ອຍໆສີເຫຼືອງ), ນອກຈາກນັ້ນ ມັນຍັງຊ່ວຍເລັ່ງການເກີດດອກໃຫ້ກັບສາຍພັນທີ່ີມີດອກໃນຕົ້ນກະບອງເພັດນຳ.

ດິນປູກກະບອງເພັດ
ສຳລັບດິນປູກກະບອງເພັດ ຕ້ອງເປັນດິນທີ່ມີຄວາມໂປ່ງເບົາສາມາດລະບາຍນ້ຳ-ລະບາຍອາກາດໄດ້ດີ ຈະເຮັດໃຫ້ກະບອງເພັດສາມາດຈະເລີນເຕີບໂຕໄດ້ດີ ແລະ ເຮັດໃຫ້ຕົ້ນໄມ້ໃຫຍ່ໄວ.

ການປ່ຽນກະຖາງກະບອງເພັດ
ສ່ວນການປ່ຽນກະຖາງກະບອງເພັດ ຈະປ່ຽນກໍ່ຕໍ່ເມື່ອຕົ້ນໃຫຍ່ ຄັບກະຖາງເກົ່າ ແຕ່ຕ້ອງໄດ້ໃຊ້ດິນປູກສະເພາະຂອງກະບອງເພັດເທົ່ານັ້ນ ໂດຍມີວິທີປ່ຽນກະຖາງດັ່ງນີ້:
- ໃຊ້ເສດຖ່ານ ຫຼື ຫີນພູເຂົາໄຟຮອງກົ້ນກະຖາງ.
- ໃສ່ດິນປູກປະມານເຄິ່ງກະຖາງ.
- ນຳຕົ້ນໄມ້ລົງປູກ ແລະ ເຕີມດິນລົງໄປໃຫ້ເຕັມ.
- ໂຮຍຫີນໂຮຍໜ້າໃສ່ (ຫີນພູເຂົາໄຟ, ຫີນສີ, ດີນຍີ່ປຸ່ນ..).
- ໃຊ້ກະຖາງປູກບໍ່ໃຫຍ່ຈົນເກີນໄປ.
ຂໍ້ທີ່ຄວນລະວັງໃນການລ້ຽງກະບອງເພັດ
- ສຳລັບໃຜທີ່ເອົາກະບອງເພັດວາງໄວ້ໜ້າໂຕະຄອມກໍ່ໃຫ້ປ່ຽນສະຖານທີ່ດ່ວນເລີຍ.
- ແສງແດດຈາກພາຍໃນອາຄານບໍ່ພຽງພໍຕໍ່ການຈະເລີນເຕີບໂຕຂອງກະບອງເພັດ.
ກະບອງເພັດກໍ່ບໍ່ໄດ້ຊ່ວຍດູດລັງສີຈາກຄອມໄດ້ຢ່າງທີ່ທຸກຄົນເຂົ້າໃຈ.
ຮຽບຮຽງໂດຍ: mayji jung
ທີ່ມາ: https://medium.com