ເຕືອນໄພ!!

ເຕືອນໄພ!!

ກົມອານາໄມ ກະຊວງສາທາລະນະສຸກເຕືອນອັນຕະລາຍຈາກການເຮັດແຂ້ວເຖື່ອນ ເນັ້ນຢ້ຳຢ່າເຫັນແຕ່ຄວາມສະບາຍ ແລະ ລາຄາຖືກ ອາດສ່ຽງຕິດເຊື້ອເຖິງແກ່ຊີວິດໄດ້ ແນະນຳໃຫ້ປະຊາຊົນທີ່ຈຳເປັນຕ້ອງຮັບການເຮັດແຂ້ວ ຫຼື ເຮັດແຂ້ວປອມ ຄວນປຶກສາ ແລະ ເຂົ້າຮັບການປິ່ນປົວໃນຄຣີນິກທີ່ໄດ້ຮັບໃບອານຸຍາດຢ່າງຖືກຕ້ອງ ແລະ ມີທັນຕະແພດເປັນຜູ້ໃຫ້ການຮັກສາເທົ່ານັ້ນ.

ທ່ານ ດຣ. ສະລາວຸດ ບຸນສຸກ ຮອງອະທິການບໍດີກົມອານາໄມ ເປີດເຜີຍເຖິງອັນຕະລາຍຈາກການເຮັດແຂ້ວເຖື່ອນວ່າ ປັດຈຸບັນມີຜູ້ຮັບເຮັດແຂ້ວເຖື່ອນເປັນຈຳນວນຫຼາຍ ທັ້ງທີ່ເປີດເປັນຮ້ານທີ່ມີສະຖານທີ່ຕັ້ງແນ່ນອນ ຫຼື ຫີ້ວກະເປົາເຄື່ອງມືໄປຕາມບ້ານເຮືອນ ໂດຍອ້າງວ່າໃຊ້ວັດສະດຸຄຸນນະພາບດຽວກັນກັບທັນຕະແພດ ແຕ່ໃນຄວາມເປັນຈິງບໍ່ສາມາດພິສູດ ຫຼື ຮູ້ໄດ້ຊັດເຈນວ່າ ວັດສະດຸນີ້ໄດ້ມາດຕະຖານແທ້ ຫຼື ບໍ່, ມີຄວາມສະອາດປອດໄພ ຫຼື ບໍ່ ແລະ ອາດຈະເປັນວັດສະດຸທີ່ໝົດອາຍຸແລ້ວ ເຊິ່ງເປັນວັດສະດຸທີ່ອັນຕະລາຍ ແລະ ບໍ່ໄດ້ມາດຕະຖານ, ທາງຜູ້ທີ່ໃຊ້ບໍລິການແບບນີ້ມັກໃຫ້ເຫດຜົນວ່າ ເນື່ອງຈາກສະບາຍ  ວ່ອງໄວພ້ອມທັງປະຫຍັດເວລາ ສາມາດຮັບແຂ້ວປອມໄດ້ທັນທີ ແລະ ລາຄາຖືກກ່ວາການຮັກສາກັບທັນຕະແພດໃນຄຣີນິກ ແຕ່ຄວາມສະດວກສະບາຍເຫຼົ່ານີ້ບໍ່ຄຸ້ມຄ່າກັບອັນຕະລາຍທີ່ທ່ານອາດໄດ້ຮັບຫຼັງຈາກການຮັກສາ. ດັ່ງນັ້ນ ຫາກຈຳເປັນຕ້ອງປິ່ນປົວແຂ້ວ ຫຼື ເຮັດແຂ້ວປອມ ຄວນປຶກສາທັນຕະແພດ ຫຼື ເຂົ້າຮັບການຮັກສາໃນຄຣີນິກທີ່ໄດ້ຮັບໃບອານຸຍາດຢ່າງຖືກຕ້ອງເທົ່ານັ້ນ ເພື່ອສຸຂະພາບຊ່ອງປາກທີ່ປອດໄພ.

ເຕືອນໄພ!!

ທາງດ້ານທັນຕະແພດປີຍະດາ ປະເສີດສົມ ສຳນັກທັນຕະ ສາທາລະນະສຸກ ກ່າວເສີມອີກວ່າ ມີປະຊາຊົນຈຳນວນບໍ່ໜ້ອຍທີ່ຕົກເປັນເຫຍື່ອໃຫ້ກັບບຸກຄົນທີ່ແອບອ້າງເປັນທັນຕະແພດຫິ້ວກະເປົາເລາະໄປເຮັດແຂ້ວ ແລະ ແຂ້ວປອມໃຫ້ກັບປະຊາຊົນຢູ່ໃນພື້ນທີ່ຕ່າງແຂວງ ເຊິ່ງການອັດແຂ້ວວດັ່ງກ່າວເປັນການໃຊ້ສານພາສຕິກສີຂາວ ແລະ ກາວແປະປິດຮູແຂ້ວ ບໍ່ມີການໃຊ້ເຄື່ອງມືກຳຈັດເນື້ອແຂ້ວທີ່ເປັນແຂ້ວແມງອອກມາ ຫາກປະໄວ້ດົນເນື້ອແຂ້ວແມງຈະລຸກລານເຂົ້າສູ່ໂພງປະສາດ ເຮັດໃຫ້ມີອາການປວດ ຫຼື ເກີດເປັນຝີໜອງຢູ່ທີ່ປາຍຮາກແຂ້ວເຮັດໃຫ້ຕ້ອງຖອນແຂ້ວໃນທີ່ສຸດ.

ເຕືອນໄພ!!

ຫາກເຮັດແຂ້ວປອມຄົນເຫຼົ່ານັ້ນຈະໃຊ້ວິທີການປັ້ນສານຄ້າຍໆພາສຕິກເປັນຖານ ແລະ ຮູບຮ່າງແຂ້ວທີ່ຄ້າຍຄືກັບແຂ້ວແທ້ ວາງທັບເທິງເຫືອກ ແລະ ຢຶດກັບແຂ້ວເຫຼັ້ມຂ້າງຄຽງທີ່ເຫຼືອຢູ່ໃນຊ່ອງປາກ ບາງຄັ້ງຄົນເຮົາບໍ່ໄດ້ສົນໃຈວ່າມີໂລກແບບໃດຢູ່ໃນຊ່ອງປາກແດ່ ແຮງເປັນແຂ້ວປອມແບບຕິດແໜ້ນບໍ່ສາມາດອານາໄມໄດ້ ອາດຈະເປັນແຫຼ່ງສະສົມຂອງເຊື້ອໂລກ ຫາກປ່ອຍໄວ້ດົນຈະເກີດເຫືອກອັກເສບບວມແດງ ມີກິ່ນເໝັນເນົ່າ ອາດຮຸແຮງເຖິງຂັ້ນມີການລະລາຍຕົວຂອງກະດູກກາມ, ອີກທັງອາດຈະໄດ້ຮັບອັນຕະລາຍຈາກວັດສະດຸທີ່ໃຊ້ເຮັດແຂ້ວນຳ ເພາະອາດຈະມີສານລະເຫີຍຕົກຄ້າງ ເກີດການລະຄາຍເຄືອງໃນຊ່ອງປາກ ຫຼື ເປັນສານກໍ່ມະເຮັງທີ່ສົ່ງຜົນຕໍ່ສຸຂະພາບຊ່ອງປາກໄດ້.

ຮຽບຮຽງໂດຍ: mayji jung
ທີ່ມາ: https://www.thaihealth.or.th/