HUAWEI

ຫົວເວີຍ ຄອນຊູມເມີ ບິສຊິນເນສ ກຸຣບ ກັບມາສ້າງຄວາມຕື່ນເຕັ້ນໃຫ້ກັບຕະຫຼາດ Smart Watch (ສະມາດວ໋ອດ) ອີກຄັ້ງໃນປີນີ້ ດ້ວຍການເປີດຕົວ Smart Watch ລຸ້ນໃຫມ່.ລ່າສຸດ HUAWEI Watch Fit ເປີດໂຕຢ່າງເປັນທາງການ ຢູ່ທີ່ MTM Academy ສາຂາ The Parq ໂດຍມາພ້ອມຄອນເຊັບ “Smart Watch ສຳລັບທຸກຄົນ”, ຄວາມໂດດເດັ່ນຢູ່ທີ່ຄວາມຊັດເຈນໃນການວັດຜົນ ແລະ ການເກັບຂໍ້ມູນດ້ານສຸຂະພາບຂອງຜູ້ນຳໃຊ້.

HUAWEI Watch Fit ມາພ້ອມດີໄຊນ໌ທີ່ທັນສະໄໝດ້ວຍໜ້າປັດທີ່ເປັນຈໍສະແດງຜົນ ຄົມຊັດ ໃຫ້ລາຍລະອຽດຄົບຖ້ວນ ມາພ້ອມອິນເຕີເຟດທີ່ເປັນມິດກັບຜູ້ໃຊ້ ພ້ອມຈັດເຕັມດ້ວຍໂໝດອອກກຳລັງກາຍສູງສຸດເຖິງ 96 ໂປຮແກຮມ ແລະ ແບັດເຕີຣີ່ທີ່ທົນທານໃຊ້ງານຕິດຕໍ່ກັນໄດ້ດົນເຖິງ 10 ມື້ ມາພ້ອມເຕັກໂນໂລຊີ ສາກແບັດໄວເອກະສິດສະເພາະຂອງຫົວເວີຍ.

HUAWEI

ດີໄຊນ໌ບາງເບົາໜ້າສຳພັດ ແບັດຢູ່ໄດ້ດົນຂື້ນ

HUAWEI Watch Fit ມາພ້ອ ມໜ້າຈໍ AMOLED ສີສັນສົດໃສຂະໜາດ 1.64 ນິ້ວ ທີ່ຄົມຊັດລະດັບ HD ພ້ອມຄວາມລະອຽດສູງເຖິງ 280 x 456 ມອບປະສົບການໃນການຮັບຊົມທີ່ກ້ວງກ່ວາທີ່ເຄີຍ ປັບຄວາມສະຫວ່າງໄດ້ອັດຕະໂນມັດ ເຖິງຈະຢູ່ໃນບ່ອນກາງແຈ້ງທີ່ແສງແດດແຮງກໍ່ສາມາດເຫັນໄດ້ຊັດເຈນທຸກມຸມມອງ.

ໜ້າປັດ Smart Watch ເປັນແບບພ້ອມໃຊ້ງານຕະຫຼອດເວລາ (Always-On)  ເຖິງ ​6 ແບບ ທີ່ເຮົາສາມາດເລືອກໜ້າປັດຫຼາກຫຼາຍຮູບແບບຕົງກັບຄວາມຕ້ອງການໄດ້ຢ່າງງ່າຍດາຍ. HUAWEI Watch Fit ມີນ້ຳໜັກເບົາ ແລະ ບາງ ດ້ວຍການອັບເກດປະສິດທິພາບຂອງແບັດເຕີຣີ່ໃຫ້ເຫຼືອພຽງ 21 ກຮາມ.

HUAWEI

ສະແດງຜົນຊັດແຈນດ້ວຍໜ້າຈໍສຳພັດ AMO LED ຂະໜາດ 1.64 ນິ້ວ ຄວາມຄົມຊັດລະດັບ HD

         ດ້ວຍໜ້າຈໍສະແດງຜົນທີ່ທັນສະໄໝ ດີໄຊນ໌ຂອບໂຄ້ງມົນບາງພຽງ 0.95ມ.ມນອກຈາກນີ້ ຍັງເລືອກໃຊ້ໜ້າຈໍສຳພັດ AMOLED ຂະໜາດ1.64 ນິ້ວ ຈໍໃຫຍ່ແບບເຕັມຕາທີ່ມາພ້ອມຄວາມຄົມຊັດລະດັບ HD  ດ້ວຍຄວາມລະອຽດ 280 x 456 ພິກເຊວ ໂດຍໜ້າຈໍຖືກພັດທະນາໃຫ້ຢູ່ໃນໂໝດ Always-On ສາມາດເບີ່ງໄດ້ທຸກເວລາ ແມ້ແຕ່ເວລາທີ່ Smart Watch ຢູ່ໃນໂໝດຫຼັບກໍ່ສາມາດເບີ່ງໄດ້.

HUAWEI

ເລືອກອອກກຳລັງກາຍໄດ້ບໍ່ຊ້ຳສູງສຸດ 96 ໂປຮແກຮມ ພິເສດສຸດດ້ວຍ Animated Fitne ss Coach ຢູ່ເທິງໜ້າຈໍ

    ຄວາມພິເສດສຸດຂອງ HUAWEI Watch Fit ຄືມີໂປຣແກຣມອອກກຳລັງກາຍໃຫ້ເລືອກສູງສຸດ 96 ໂປຣແກຣມ (ປະກອບໄປດ້ວຍການອອກກຳລັງກາຍພື້ນຖານ 11 ໂປຣແກຣມ ແລະ ການອອກກຳລັງກາຍແບບໃຫມ່ທີ່ສາມາດປັບເອງໄດ້ສູງສຸດເຖິງ 85 ໂປຣແກຣມ) ເມື່ອເຊື່ອມຕໍ່ກັບແອັບພິເຄຊັ່ນ Huawei Health ແລ້ວສາມາດເລືອກໃຊ້ໄດ້ຕາມຄວາມຕ້ອງການຂອງ User.

    ບໍ່ວ່າຈະເປັນແລ່ນ, ຍ່າງ, ລອຍນ້ຳ ຫຼື ຫຼິ້ນໂຍຄະ ເຊິ່ງສາມາດຮອງຮັບການວັດອັດຕາການເຕັ້ນຂອງຫົວໃຈເຖິງຈະຢູ່ໃນໃຕ້ນ້ຳ, ຄຳນວນການເຜົາຜານແຄວຣໍຣີ່ ແລະ ລະບຸຕຳແໜ່ງ GPS ໄດ້ ທີ່ມາພ້ອມກັບຟີດເຈີ້ສຸດພິເສດ Animated Fitne ss Coach ສອນອອກກຳລັງກາຍຢູ່ສະແດງເທິງໜ້າຈໍໃຫ້ແກ່ຜູ້ໃຊ້ງານ ໂດຍຖືກຕິດຕັ້ງມາໃຫ້ເລືອກເຖິງ 12 ຄ໊ອດ ໃຫ້ເລືອກໃຊ້ໄດ້ຢ່າງອິດສະຫຼະ.

HUAWEI

ແບັດເຕີຣີ່ທົນທານໄດ້ຍາວເຖິງ 10 ມື້ ເຖິງວ່າໜ້າຈໍ Always-On ພ້ອມເຕັກໂນໂລຊີສາກແບັດໄດ້ໄວພຽງແຕ່ 5 ນາທີ ກໍສາມາດນຳໃຊ້ໄດ້ໝົດມື້

    ສຸດຍອດນະວັດຕະກຳແບັດເຕີຣີ່ອຶດທົນ ໃຊ້ງານຕິດຕໍ່ໄດ້ຍາວນານສູງສຸດ 10 ມື້ ທີ່ມາພ້ອມເຕັກໂນໂລຊີທີ່ສາກໄວຂອງຫົວເວີຍ ສາມາດສາກໄດ້ໄວທັນໃຈ ພຽງ 5 ນາທີ ໃນການສາກແບັດກໍ່ສາມາດໃຊ້ໄດ້ຢ່າງຕໍ່ເນື່ອງໄດ້ຕະຫຼອດໝົດມື້ ແບບບໍ່ກະຕຸກ.

HUAWEI Watch Fit ເປັນ Smart Watch ຟັງຊັ່ນ ຄົບ ລາຄາຄຸ້ມຄ່າພ້ອມໃຫ້ຈັບຈອງໄດ້ແລ້ວ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ໂດຍມີໃຫ້ເລືອກທັ້ງໝົດ 4 ສີ ໄດ້ແກ່ Graphite Black, Mint Green, Cantaloupe Orange ແລະ Sakura Pink.

ຮຽບຮຽງໂດຍ: mayji jung

ທີ່ມາ: https://www.sanook.com/hitech/1510053/