Joe Drake ຜູ້ດຳລົງຕຳແໜ່ງປະທານ Lionsgate Motion Picture Group ໄດ້ອອກມາໃຫ້ສຳພາດກັບເວັບໄຊ ComicBook.com ພ້ອມກັບອັບເດດຄວາມຄືບໜ້າການສ້າງຮູບເງົາ ‘John Wick 5’ ແລະ ການຂະຫຍາຍແຟຣນຊາຍຈັກກະວານອອກໄປອີກ.
ໂດຍທາງ Joe Drake ໄດ້ກ່າວວ່າກຳລັງມີການຂຽນບົດ ‘John Wick 5’ ໃນຕອນນີ້ ຕັ້ງແຕ່ທີ່ການປະທ້ວງຂອງສະມາພັນນັກຂຽນແຫ່ງສະຫະລັດອາເມຣິກາ ຫຼື WGA ໄດ້ສິ້ນສຸດລົງແລ້ວເມື່ອເດືອນ ຕຸລາ 2023 ທີ່ຜ່ານມາ ແລະ ຍັງເລັງພັດທະນາພາກແຍກອີກຫຼາຍເລື່ອງ.
ດ້ວຍຄວາມສຳເລັດຂອງຮູບເງົາ ‘John Wick: Chapter 4’ ພ້ອມກັບກວາດລາຍໄດ້ຢ່າງມະຫາສານ ດ້ວຍລາຍໄດ້ທົ່ວໂລກຮອດ 440 ລ້ານໂດລາ ຈາກທຶນສ້າງພຽງແຕ່ 100 ລ້ານໂດລາ ຈຶ່ງເປັນເລື່ອງທີ່ບໍ່ແປກເລີຍຫາກທາງສະຕູດິໂອ Lionsgate Motion Picture Group ຈະປະກາດສ້າງພາກຕໍ່ ແລະ ພາກແຍກຂອງຈັກກະວານ.
ແຕ່ບັນຫາອາດຈະຕິດບ່ອນທີ່ John Wick ທີ່ຮັບບົດໂດຍ Keanu Reeves ໄດ້ເສຍຊີວິດລົງແລ້ວຈາກການດວນກັນຄັ້ງສຸດທ້າຍ ແຕ່ນີ້ອາດຈະເປັນອີກເລື່ອງທີ່ໜ້າສົນໃຈວ່າທາງທີມງານຈະນຳຕົວລະຄອນນີ້ກັບມາແບບໃດ ໃນທາງກັບກັນທາງຜູ້ກຳກັບ Chad Stahelski ບອກວ່າຕ້ອງມີບົດທີ່ເໝາະສົມແທ້ໆເຖິງຈະມີພາກ 5 ໄດ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/