Jeff Satur ສິລະປິນໄທຄົນທຳອິດທີ່ຄວ້າຮາງວັນຈາກລາຍການ Call Me by Fire Season 3


Jeff Satur ສິລະປິນໜຸ່ມຜູ້ເຕັມໄປດ້ວຍຄວາມສາມາດທັງການສະແດງ, ຮ້ອງເພງ ແລະ ແຕ່ງເພງ ໄດ້ເດີນທາງເຂົ້າຮ່ວມລາຍການ reality ຊື່ດັງຈາກປະເທດຈີນໃນຊື່ Call Me by Fire Season 3 ແນ່ນອນວ່າໄດ້ຮັບສຽງຊົມເຊີຍຈາກແຟນໆທັງຫຼາຍຈົນໄດ້ສາມາດຄວ້າຮາງວັນມາໄດ້ເຖິງ 2 ຮາງວັນ.

ລາຍການ ‘Call Me by Fire Season 3’ ມີຜູ້ເຂົ້າຮ່ວມລາຍງານທັງໝົດ 32 ຄົນທັງນັກຮ້ອງ, ນັກເຕັ້ນ ແລະ ນັກສະແດງ ທັງຢູ່ໃນປະເທດຈີນ ແລະ ຕ່າງປະເທດ ເຊິ່ງຈະຖືກແບ່ງອອກເປັນທີມ ແລະ ໃຊ້ຊີວິດຮ່ວມກັນ ເພື່ອເຮັດການສະແດງແຂ່ງຂັນກັນແຕ່ລະອາທິດ ໂດຍ Jeff Satur ຄືສິລະປິນໄທຍຄົນດຽວທີ່ເຂົ້າຮ່ວມລາຍການ.

ແນ່ນອນວ່າ Jeff Satur ສາມາດຄວ້າຮາງວັນມາໄດ້ເຖິງ 2 ຮາງວັນນັ້ນກໍຄື The Hot Song Performance of the Year 2023 ແລະ Singing Family ໄດ້ສຳເລັດ ໂດຍທາງດ້ານ Jeff ເອງກໍໄດ້ກ່າວເທິງເວທີວ່າ “ທຸກຄົນຄືຄູຂອງຂ້ອຍ ແລະ ຈະຢູ່ໃນໃຈຂ້ອຍຕະຫຼອດໄປ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/