ຢືນຢັນ ກຳລັງຂຽນບົດ ‘John Wick 5’ ແລະ ພັດທະນາພາກແຍກອີກຫຼາຍເລື່ອງ


Joe Drake ຜູ້ດຳລົງຕຳແໜ່ງປະທານ Lionsgate Motion Picture Group ໄດ້ອອກມາໃຫ້ສຳພາດກັບເວັບໄຊ ComicBook.com ພ້ອມກັບອັບເດດຄວາມຄືບໜ້າການສ້າງຮູບເງົາ ‘John Wick 5’ ແລະ ການຂະຫຍາຍແຟຣນຊາຍຈັກກະວານອອກໄປອີກ.

ໂດຍທາງ Joe Drake ໄດ້ກ່າວວ່າກຳລັງມີການຂຽນບົດ ‘John Wick 5’ ໃນຕອນນີ້ ຕັ້ງແຕ່ທີ່ການປະທ້ວງຂອງສະມາພັນນັກຂຽນແຫ່ງສະຫະລັດອາເມຣິກາ ຫຼື  WGA ໄດ້ສິ້ນສຸດລົງແລ້ວເມື່ອເດືອນ ຕຸລາ 2023 ທີ່ຜ່ານມາ ແລະ ຍັງເລັງພັດທະນາພາກແຍກອີກຫຼາຍເລື່ອງ.

ດ້ວຍຄວາມສຳເລັດຂອງຮູບເງົາ ‘John Wick: Chapter 4’ ພ້ອມກັບກວາດລາຍໄດ້ຢ່າງມະຫາສານ ດ້ວຍລາຍໄດ້ທົ່ວໂລກຮອດ 440 ລ້ານໂດລາ ຈາກທຶນສ້າງພຽງແຕ່ 100 ລ້ານໂດລາ ຈຶ່ງເປັນເລື່ອງທີ່ບໍ່ແປກເລີຍຫາກທາງສະຕູດິໂອ Lionsgate Motion Picture Group ຈະປະກາດສ້າງພາກຕໍ່ ແລະ ພາກແຍກຂອງຈັກກະວານ.

ແຕ່ບັນຫາອາດຈະຕິດບ່ອນທີ່ John Wick ທີ່ຮັບບົດໂດຍ Keanu Reeves ໄດ້ເສຍຊີວິດລົງແລ້ວຈາກການດວນກັນຄັ້ງສຸດທ້າຍ ແຕ່ນີ້ອາດຈະເປັນອີກເລື່ອງທີ່ໜ້າສົນໃຈວ່າທາງທີມງານຈະນຳຕົວລະຄອນນີ້ກັບມາແບບໃດ ໃນທາງກັບກັນທາງຜູ້ກຳກັບ Chad Stahelski ບອກວ່າຕ້ອງມີບົດທີ່ເໝາະສົມແທ້ໆເຖິງຈະມີພາກ 5 ໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/