CME ໂຄ່ນລົ້ມ Binance ຫຼັງຈາກທີ່ລາຄາ Bitcoin ແຕະລະດັບ 37,000 ກາຍເປັນຜູ້ນຳຕະຫຼາດ Bitcoin Futures ທີ່ໃຫຍ່ທີ່ສຸດໃນຂະນະນີ້


ຕໍາແໜ່ງຜູ້ນຳຕະຫຼາດ Bitcoin futures ທີ່ໃຫຍ່ທີ່ສຸດຂອງ Binance ໄດ້ຖືກໂຄ່ນລົ້ມໂດຍ Chicago Mercantile Exchange (CME) ຕະຫຼາດອະນຸພັນແບບດັ້ງເດີມຫຼັງຈາກລາຄາຂອງ Bitcoin ໄດ້ເຮັດຈຸດສູງສຸດທີ່ 37,000 ໂດລາເປັນຄັ້ງທໍາອິດໃນ 18 ເດືອນ.

ນັກວິເຄາະຫຼາຍຄົນເນັ້ນໜັກເຖິງການພິກຜັນໃນຄັ້ງນີ້ຂອງ Binance ຫຼັງຈາກທີ່ CME ໄດ້ເອົາຊະນະເວັບເທຣດ crypto ລະດັບໂລກໃນດ້ານຂອງຈຳນວນສັນຍາຂອງ Bitcoin Future ເປີດຄ້າງໄວ້.

Open interest ເປັນຕົວຊີ້ວັດວ່າມີນັກເທຣດຈັກຄົນທີ່ມີສ່ວນຮ່ວມໃນຕະຫຼາດນັ້ນໆ. ໂດຍເມື່ອ Open interest ສູງສະແດງເຖິງຕະຫຼາດຈະມີກິດຈະກຳຫຼາຍ ແລະ ສະພາບຄ່ອງສູງ, ແລະເມື່ອ Open interest ຕໍ່າສະແດງເຖິງກິດຈະກໍາຕະຫຼາດທີ່ຕໍ່າ ແລະ ມັນອາດຈະເປັນການຍາກທີ່ຈະຊອກຫາຜູ້ຊື້ ແລະ ຜູ້ຂາຍ.

James Seyffart, ນັກວິເຄາະກອງທຶນ ETF ຂອງ Bloomberg Intelligence ໄດ້ຕອບກັບຂໍ້ຄວາມໃນໂພສເທິງແພລັດຟອມ X ຂອງ Will Clemente ໂດຍໄດ້ຕັ້ງຄໍາຖາມວ່າ ປະລິມານທີ່ເພີ່ມຂຶ້ນຂອງສັນຍາ Bitcoin futures ທີ່ເປີດຫຼາຍຂຶ້ນຢູ່ໃນ CME ຈະຊ່ວຍບັນເທົາຄວາມກັງວົນຈາກຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC) ກ່ຽວກັບສະພາບຄ່ອງຂອງຕະຫຼາດ Bitcoin ແລະ ຄວາມສ່ຽງຂອງການໝູນໃຊ້ໃນຕະຫຼາດໄດ້ຫຼືບໍ່.

ໂດຍສິ່ງນີ້ໄດ້ກາຍເປັນປະເດັນທີ່ໂຕ້ຖຽງກັນມາເປັນເວລາດົນ ເຊິ່ງໄດ້ເຮັດໃຫ້ SEC ໄດ້ເລື່ອນການອະນຸມັດຄໍາຮ້ອງຂໍ Bitcoin Spot ETF ຫຼາຍສະບັບໃນໄລຍະບໍ່ພໍເທົ່າໃດປີທີ່ຜ່ານມາ. ກ່ອນໜ້ານັ້ນ, SEC ໄດ້ແຈ້ງໃຫ້ BlackRock ແລະ Fidelity ວ່າຂໍ້ສະເໜີໃນການຍື່ນຂໍເປີດກອງທຶນຂອງພວກເຂົາ “ຍັງຂາດຄວາມຊັດເຈນ”, ເນື່ອງຈາກ SEC ຕ້ອງການທີ່ຈະຢາກຮູ້ຂໍ້ມູນເພີ່ມເຕີມກ່ຽວກັບ Bitcoin ETF ຂອງ BlackRock ແລະ Fidelity ຈະໄດ້ຮັບຂໍ້ມູນລາຄາມາຈາກໃສ? ນີ້ແມ່ນສິ່ງສໍາຄັນເພາະວ່າລາຄາຂອງ Bitcoin ແຕກຕ່າງກັນຢ່າງຫຼວງຫຼາຍຈາກຕະຫຼາດໜຶ່ງໄປຫາອີກຕະຫຼາດໜຶ່ງ. ຖ້າ BlackRock ແລະ Fidelity ETFs ບໍ່ອີງໃສ່ແຫຼ່ງຂໍ້ມູນລາຄາທີ່ເຊື່ອຖືໄດ້ ແລະ ໂປ່ງໃສ, ນີ້ອາດຈະເຮັດໃຫ້ນັກລົງທຶນຖືກຫຼອກລວງ ຫຼື ຈ່າຍເງິນເກີນລາຄາສໍາລັບຮຸ້ນຂອງພວກເຂົາ.

ໃນເດືອນກໍລະກົດ 2023, Chicago Board Options Exchange (CBOE) ໄດ້ຍື່ນຄໍາຮ້ອງຂໍໃຫ້ເປີດຕົວ Bitcoin Spot ETFs ຂອງຕົນເອງຕາມຄໍາແນະນໍາຈາກ SEC. ເຊິ່ງ Fidelity ຕັ້ງໃຈທີ່ຈະເປີດຕົວຜະລິດຕະພັນ Bitcoin ETF ໃນ CBOE, ໃນຂະນະທີ່ BlackRock ຜູ້ຈັດການສິນຊັບທີ່ໃຫຍ່ທີ່ສຸດຂອງໂລກໄດ້ພາດຫົວຂໍ້ຂ່າວໃຫຍ່ກ່ຽວກັບການຍື່ນຂໍ້ສະເໜີ Bitcoin ETF ເຊິ່ງມີກໍານົດທີ່ຈະລົງທະບຽນສໍາລັບການຊື້ຂາຍໃນຕະຫຼາດຫຼັກຊັບ Nasdaq.

ການຍື່ນຄຳຮ້ອງສະບັບແກ້ໄຂເພິ່ມເຕີມຂອງ CBOE ຕໍ່ SEC ຊີ້ໃຫ້ເຫັນເຖິງຄວາມພະຍາຍາມຂອງຕົນໃນການດໍາເນີນຂັ້ນຕອນເພີ່ມເຕີມເພື່ອຮັບປະກັນວ່າ ມີຄວາມສາມາດໃນການກວດສອບ, ສືບສວນ ແລະ ສະກັດກັ້ນການສໍ້ໂກງ ແລະ ການໝູນໃຊ້ຕະຫຼາດຮຸ້ນໃນ Wise Origin Bitcoin Trust ໄດ້.

ທີ່ມາ

cointelegraph

cointelegrah2

cointelegraph3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/