ລາຄາຂອງ “GROK” ຫຼຽນມີມທີ່ຕັ້ງຊື່ຈາກ AI ຂອງ Elon Musk ໄດ້ຫຼຸດລົງຢ່າງຮຸນແຮງກວ່າ 74% ຫຼັງຈາກທີ່ມີຂ່າວນັກພັດທະນາເຄີຍຫຼອກລວງນັກລົງທຶນ


“GROK” ແມ່ນຫຼຽນມີມທີ່ໄດ້ຮັບການຕັ້ງຊື່ຈາກ AI ຂອງ Elon Musk ໄດ້ມີລາຄາຫຼຸດລົງ 74%, ຫຼັງຈາກທີ່ ZachXBT ນັກສືບ Blockchain ທີ່ມີຊື່ສຽງໄດ້ໂພສລົງໃນແພລັດຟອມ X ວ່າ ບັນຊີ social media ຂອງ Grok ເຄີຍຖືກນໍາໃຊ້ເປັນໂຄງການເອົາໄວ້ຫຼອກລວງນັກລົງທຶນມາກ່ອນ, ເຊິ່ງໂຄງການນັ້ນກໍຄື ANDY, ເປັນຫຼຽນ meme ທີ່ຖືກຖິ້ມໄວ້ຈົນຮ້າງໄປແລ້ວ.

ພາຍໃນ 5 ຊົ່ວໂມງຫຼັງຈາກທີ່ ZachXBT ໄດ້ເຜີຍແຜ່ໂພສດັ່ງກ່າວ ບັນດານັກລົງທຶນຫຼຽນ meme ໄດ້ສັງເກດເຫັນວ່າລາຄາຂອງຫຼຽນ GROK ໄດ້ຫຼຸດລົງຢ່າງຮຸນແຮງກວ່າ 74% ຈາກຈຸດສູງສຸດທີ່ເຄີຍເຮັດໄວ້ທີ່ 0.027 ໂດລາເຫຼືອພຽງ 0.007 ກ່ອນທີ່ຈະຟຶ້ນຕົວຂຶ້ນມາເລັກນ້ອຍທີ່ 0.011 ໂດລາອີກຄັ້ງ, ອີງຕາມຂໍ້ມູນຈາກ DexTools.

ແລະໃນເວລາຕໍ່ມາ, ZachXBT ກໍໄດ້ອອກມາຊີ້ໃຫ້ເຫັນເຖິງຂໍ້ມູນໃນການເຮັດທຸລະກຳຈາກ Etherscan , ທີມງານນັກພັດທະນາຂອງ Grok ໄດ້ມີການໂອນຍ້າຍຫຼຽນມູນຄ່າປະມານ 1.7 ລ້ານໂດລາ ໄປຫາທີ່ຢູ່ສໍາລັບການເຜົາຫຼຽນ, ເພື່ອລົດອຸປະທານ ແລະ ຟື້ນຟູຄວາມເຊື່ອໝັ້ນໃນຫຼຽນໃຫ້ກັບມາອີກຄັ້ງ.

ໂດຍຫຼ້າສຸດໃນມື້ນີ້ (ວັນທີ 14 ພະຈິກ), ບັນຊີຂອງໂຄງການ Grok ກໍໄດ້ອອກມາໂພສໃນແພລັດຟອມ X ວ່າ ທີມງານນັກພັດທະນານັ້ນໄດ້ເຜົາຫຼຽນທັງໝົດຈາກທີ່ຢູ່ deployer address ແທ້ ໂດຍມີຫຼຽນລວມທັງໝົດປະມານ 180 ລ້ານ GROK ເຊິ່ງຄິດເປັນມູນຄ່າປະມານ 2 ລ້ານໂດລາອີງຕາມລາຄາໃນປັດຈຸບັນ.

ທີ່ມາ:

cointelegraph

etherscan.io

dextools.io

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/