Five Nights at Freddy’s ກວາດລາຍໄດ້ໄປຫຼາຍກວ່າ 251,9 ລ້ານໂດລາ


ອີກໜຶ່ງຄວາມສຳເລັດຂອງຄ້າຍ  Universal ແລະ Blumhouse ທີ່ຮູບເງົາສະຍອງຂວັນເລື່ອງ Five Nights at Freddy’s ສາມາດກວາດຫຼາຍໄດ້ທະລຸ Box Office ໄປທົ່ວໂລກຮອດ 251,9 ລ້ານໂດລາ ຈາກທຶນສ້າງພຽງແຕ່ 20 ລ້ານໂດລາ ເຊິ່ງກວາດກຳໄລເຂົ້າກະເປົາແບບເຕັມຖົງ.

ຫຼັງຈາກທີ່ເປີດຕົວໄປໃນໄລຍະ Halloween ທີ່ຜ່ານມາ ຮູບເງົາເລື່ອງ Five Nights at Freddy’s ທີ່ກວາດລາຍໄດ້ໄປຫຼາຍກວ່າ 80 ລ້ານໂດລາ ແຕ່ຍັງຄົງດຳເນີນການກວາດລາຍໄດ້ຢ່າງຕໍ່ເນື່ອງ ເຖິງແມ່ນວ່າລາຍໄດ້ຈະຫຼຸດລົງຕ່າງຈາກມື້ເປີດຕົວກໍຕາມ ເມື່ອນັບຈາກມື້ເຂົ້າສາຍໃນວັນທີ 27 ຕຸລາ 2023 ກໍເປັນເວລາ 2 ອາທິດ ພ້ອມກວາດລາຍໄດ້ທົ່ວໂລກໄດ້ຢ່າງມະຫາສານ.

ຮູບເງົາ Five Nights at Freddy’s ໄດ້ຜູ້ກຳກັບສີມືດີຢ່າງ Emma Tammi ເຊິ່ງຮ່ວມກັນຂຽນບົດກັບ Seth Cuddeback ແລະ Scott Cawthon ເຈົ້າຂອງເກມສຸດຫຼອນນີ້ ພ້ອມຢູ່ພາຍໃຕ້ການດູແລຈາກທາງ Universal ແລະ Blumhouse ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/