ນັກລົງທຶນລາຍຍ່ອຍຂອງຍີ່ປຸ່ນກໍາລັງໃຫ້ຄວາມສົນໃຈຢ່າງຫຼວງຫຼາຍຕໍ່ກັັບຕະຫຼາດຮຸ້ນຂອງອິນເດຍ. ໂດຍໄດ້ມີການລົງທຶນເພີ່ມຂຶ້ນ 11% ຫຼື 1.6 ຕື້ໂດລາໃນເດືອນມັງກອນທີ່ຜ່ານມາ. ເຫດການນີ້ສະທ້ອນໃຫ້ເຫັນຄວາມເຊື່ອໝັ້ນຂອງນັກລົງທຶນຕໍ່ທ່າແຮງໃນການຂະຫຍາຍຕົວຂອງເສດຖະກິດອິນເດຍ, ເຊິ່ງມີທ່າອ່ຽງທີ່ຈະຂະຫຍາຍຕົວແຊງໜ້າເສດຖະກິດຂອງຈີນໃນອະນາຄົດ.
ໂດຍປັດໄຈຫຼັກທີ່ຂັບເຄື່ອນໃນການລົງທຶນຄື:
- – ການເຕີບໂຕທາງດ້ານເສດຖະກິດທີ່ເຂັ້ມແຂງຂອງອິນເດຍ: ນັກເສດຖະສາດຄາດການວ່າ ເສດຖະກິດອິນເດຍຈະເຕີບໂຕຫຼາຍກວ່າ 6% ຕໍ່ປີ ຈົນຮອດໄຕມາດທີສອງຂອງປີ 2025, ເຊິ່ງສູງກວ່າທີ່ຈີນຄາດວ່າຈະເຕີບໂຕໜ້ອຍກວ່າ 5%.
- ບັນຫາເສດຖະກິດຂອງຈີນ: ຈີນພວມປະເຊີນໜ້າກັບການພັງທະລາຍລົງຂອງຟອງສະບູອະສັງຫາລິມະຊັບ ແລະ ເງິນເຟີ້. ສົ່ງຜົນໃຫ້ນັກລົງທຶນຂາດຄວາມເຊື່ອໝັ້ນ.
- ນະໂຍບາຍກະຕຸ້ນການລົງທຶນຂອງຍີ່ປຸ່ນ: ລັດຖະບານຍີ່ປຸ່ນໄດ້ເປີດບັນຊີການລົງທຶນແບບບໍ່ເສຍອາກອນ (NISA), ໃຫ້ນັກລົງທຶນລາຍຍ່ອຍໃຫ້ມີແຮງຊຸກຍູ້ໃນການລົງທຶນຫຼາຍຂຶ້ນ.
- ການເຕີບໂຕຂອງປະຊາກອນອິນເດຍມີທ່າອ່ຽງທີ່ຈະເພີ່ມຂຶ້ນ 17% ໃນປີ 2050, ກົງກັນຂ້າມກັບຈີນທີ່ຄາດວ່າຈະຫຼຸດລົງ 7.9%, ອີງຕາມການລາຍງານຈາກສະຫະປະຊາຊາດ.
- ລັດຖະບານອິນເດຍມີນະໂຍບາຍສະໜັບສະໜູນການລົງທຶນຕ່າງປະເທດ
- ເສດຖະກິດດິຈິຕອນຂອງອິນເດຍກໍາລັງເຕີບໂຕຢ່າງໄວວາ.
ທັງນີ້, ຮຸ້ນຈີນໄດ້ມີເມັດເງິນໄຫຼເຂົ້າມາຈາກທັງນັກລົງທຶນລາຍໃຫຍ່ ແລະ ລາຍຍ່ອຍຫຼຸດລົງຫຼາຍທີ່ສຸດໃນບັນດາຕະຫຼາດທີ່ເກີດໃໝ່ 14 ແຫ່ງ. ໂດຍຂໍ້ມູນກ່ຽວກັບສະຖານະພາບການລົງທຶນສາກົນຂອງຍີ່ປຸ່ນ ຕົວເລກດັ່ງກ່າວລວມມີຕຳແໜ່ງຂອງນັກລົງທຶນສະຖາບັນ ແລະ ນັກລົງທຶນລາຍຍ່ອຍ.
ການປ່ຽນແປງລະບົບການເງິນຂອງຍີ່ປຸ່ນ ເຊິ່ງເປັນເຈົ້າໜີ້ລາຍໃຫຍ່ທີ່ສຸດໃນໂລກ ເກີດຂຶ້ນເມື່ອຈີນຕ້ອງຕໍ່ສູ້ກັບການລົ້ມລົງຂອງຟອງສະບູ່ອະສັງຫາລິມະສັບ ແລະ ເງິນເຟີ້ ເຊິ່ງນີ້ແມ່ນບັນຫາທາງເສດຖະກິດທີ່ຍີ່ປຸ່ນປະສົບມາເປັນເວລາຫຼາຍທົດສະວັດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/