ຍີ່ປຸ່ນລົງທຶນ 1.6 ຕື້ໂດລາເຂົ້າໃນຕະຫຼາດຮຸ້ນອິນເດຍ ຫຼັງເສດຖະກິດອິນເດຍມີທ່າອ່ຽງທີ່ຈະເຕີບໂຕຂຶ້ນແຊງໜ້າຈີນ


ນັກລົງທຶນລາຍຍ່ອຍຂອງຍີ່ປຸ່ນກໍາລັງໃຫ້ຄວາມສົນໃຈຢ່າງຫຼວງຫຼາຍຕໍ່ກັັບຕະຫຼາດຮຸ້ນຂອງອິນເດຍ. ໂດຍໄດ້ມີການລົງທຶນເພີ່ມຂຶ້ນ 11% ຫຼື 1.6 ຕື້ໂດລາໃນເດືອນມັງກອນທີ່ຜ່ານມາ. ເຫດການນີ້ສະທ້ອນໃຫ້ເຫັນຄວາມເຊື່ອໝັ້ນຂອງນັກລົງທຶນຕໍ່ທ່າແຮງໃນການຂະຫຍາຍຕົວຂອງເສດຖະກິດອິນເດຍ, ເຊິ່ງມີທ່າອ່ຽງທີ່ຈະຂະຫຍາຍຕົວແຊງໜ້າເສດຖະກິດຂອງຈີນໃນອະນາຄົດ.

ໂດຍປັດໄຈຫຼັກທີ່ຂັບເຄື່ອນໃນການລົງທຶນຄື:

  • – ການເຕີບໂຕທາງດ້ານເສດຖະກິດທີ່ເຂັ້ມແຂງຂອງອິນເດຍ: ນັກເສດຖະສາດຄາດການວ່າ ເສດຖະກິດອິນເດຍຈະເຕີບໂຕຫຼາຍກວ່າ 6% ຕໍ່ປີ ຈົນຮອດໄຕມາດທີສອງຂອງປີ 2025, ເຊິ່ງສູງກວ່າທີ່ຈີນຄາດວ່າຈະເຕີບໂຕໜ້ອຍກວ່າ 5%.
  • ບັນຫາ​ເສດຖະກິດ​ຂອງ​ຈີນ: ຈີນ​ພວມ​ປະ​ເຊີນ​ໜ້າ​ກັບ​ການ​ພັງ​ທະລາ​ຍລົງ​ຂອງ​ຟອງສະບູອະສັງຫາລິມະ​ຊັບ ​ແລະ ​ເງິນ​ເຟີ້. ສົ່ງຜົນໃຫ້ນັກລົງທຶນຂາດຄວາມເຊື່ອໝັ້ນ.
  •  ນະ​ໂຍ​ບາຍ​ກະ​ຕຸ້ນ​ການ​ລົງ​ທຶນ​ຂອງ​ຍີ່​ປຸ່ນ: ລັດ​ຖະ​ບານ​ຍີ່​ປຸ່ນ​ໄດ້​ເປີດ​ບັນ​ຊີ​ການ​ລົງ​ທຶນ​ແບບ​ບໍ່​ເສຍ​ອາ​ກອນ (NISA), ໃຫ້​ນັກ​ລົງ​ທຶນ​ລາຍ​ຍ່ອຍ​ໃຫ້ມີ​ແຮງ​ຊຸກ​ຍູ້ໃນການ​ລົງ​ທຶນຫຼາຍ​ຂຶ້ນ.
  • ການເຕີບໂຕຂອງປະຊາກອນອິນເດຍມີທ່າອ່ຽງທີ່ຈະເພີ່ມຂຶ້ນ 17% ໃນປີ 2050, ກົງກັນຂ້າມກັບຈີນທີ່ຄາດວ່າຈະຫຼຸດລົງ 7.9%, ອີງຕາມການລາຍງານຈາກສະຫະປະຊາຊາດ.
  • ລັດຖະບານອິນເດຍມີນະໂຍບາຍສະໜັບສະໜູນການລົງທຶນຕ່າງປະເທດ
  • ເສດຖະກິດດິຈິຕອນຂອງອິນເດຍກໍາລັງເຕີບໂຕຢ່າງໄວວາ.

ທັງນີ້, ຮຸ້ນ​ຈີນ​ໄດ້ມີ​ເມັດເງິນ​ໄຫຼ​ເຂົ້າ​ມາ​ຈາກ​ທັງ​ນັກ​ລົງທຶນ​ລາຍ​ໃຫຍ່ ​ແລະ ລາຍຍ່ອຍຫຼຸດລົງ​​ຫຼາຍ​ທີ່​ສຸດ​ໃນ​ບັນ​ດາ​ຕະ​ຫຼາດ​ທີ່​ເກີດ​ໃໝ່ 14 ແຫ່ງ. ໂດຍ​ຂໍ້​ມູນ​ກ່ຽວ​ກັບ​ສະ​ຖາ​ນະ​ພາບ​ການ​ລົງ​ທຶນ​ສາ​ກົນ​ຂອງ​ຍີ່​ປຸ່ນ​ ຕົວ​ເລກ​ດັ່ງກ່າວ​ລວມມີ​ຕຳ​ແໜ່ງ​ຂອງ​ນັກ​ລົງທຶນ​ສະ​ຖາ​ບັນ ​ແລະ ນັກ​ລົງທຶນລາຍຍ່ອຍ.

ການປ່ຽນແປງລະບົບການເງິນຂອງຍີ່ປຸ່ນ ເຊິ່ງເປັນເຈົ້າໜີ້ລາຍໃຫຍ່ທີ່ສຸດໃນໂລກ ເກີດຂຶ້ນເມື່ອຈີນຕ້ອງຕໍ່ສູ້ກັບການລົ້ມລົງຂອງຟອງສະບູ່ອະສັງຫາລິມະສັບ ແລະ ເງິນເຟີ້ ເຊິ່ງນີ້​ແມ່ນ​ບັນຫາ​ທາງເສດຖະກິດ​ທີ່​ຍີ່ປຸ່ນ​ປະສົບ​ມາ​ເປັນ​ເວລາ​ຫຼາຍ​ທົດ​ສະ​ວັດ.

ທີ່ມາ:

moneyandbanking

businesstoday

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/