ສະໜາມບິນສາກົນບໍ່ແກ້ວ ຈະເປັນທ່າແຮງສຳຄັນ ຊຸກຍູ້ການລົງທຶນ ແລະ ການທ່ອງທ່ຽວ ໃຫ້ທາງພາກເໜືອຂອງ ສປປ ລາວ


ສະໜາມບິນສາກົນແຫ່ງໃໝ່ ຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ໃນເນື້ອທີ່ກວ່າ 300 ເຮັກຕາ, ໃກ້ກັບເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຈະກາຍເປັນທ່າແຮງສຳຄັນ ໃນການຊຸກຍູ້-ດຶງດູດການລົງທຶນ ແລະ ການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ວັນທີ 5 ກຸມພາ 2024 ນີ້, ແຂວງບໍ່ແກ້ວຮ່ວມກັບເຂດເສດຖະກິດພິເສດສາມຫຼ່ຽມຄໍາເປີດນໍາໃຊ້ສະໜາມບິນສາກົນແຫ່ງໃໝ່, ພິທີເປີດນໍາໃຊ້ສະໜາມບິນສາກົນແຂວງບໍ່ແກ້ວໄດ້ຈັດຂຶ້ນຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ,ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ເຈົ້າເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ມີບັນດາຄະນະນໍາຂັ້ນສູງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວໄດ້ກ່າວລະຫວ່າງພິທີເປີດນໍາໃຊ້ສະໜາມບິນວ່າໂຄງກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ເປັນເປົ້າໝາຍຂອງການພັດທະນາໂຄງລ່າງພື້ນຖານພາຍໃນທ້ອງຖິ່ນ ແລະ ເປັນການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເພື່ອເສີມສ້າງການຄົມມະນາຄົມຂົນສົ່ງທາງອາກາດໃຫ້ມີຄວາມເຂັ້ມແຂງ ເພື່ອເຊື່ອມຕໍ່ກັບສາກົນ ອໍານວຍຄວາມສະດວກໃນການລົງທຶນ ການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພີ່ມຂີດຄວາມສາມາດໃນການພັດທະນາ ພື້ນຖານໂຄງລ່າງຂອງພາກເໜືອໂດຍສະເພາະແຂວງບໍ່ແກ້ວ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນ ແລະ ອື່ນໆ.

ໂດຍສະໜາມບິນສາກົນບໍ່ແກ້ວ ໄດ້ລົງມືກໍ່ສ້າງເປັນເວລາ 3 ປີນັບແຕ່ປີ 2020 ເຊິ່ງໂຄງການກໍ່ສ້າງສະໜາມບິນດັ່ງກ່າວມີມູນຄ່າປະມານ 225 ລ້ານກວ່າໂດລາສະຫະລັດ, ສາມາດຮອງຮັບຜູ້ໂດຍສານໄດ້ 2 ລ້ານກວ່າຄົນຕໍ່ປີ ແລະ ເປັນສະໜາມບິນໃຫຍ່ອັນດັບທີ 3 ຂອງ ສປປ ລາວຮອງຈາກສະໜາມບິນສາກົນວັດໄຕ ແລະ ຫຼວງພະບາງ.

ໂຄງການສະໜາມບິນສາກົນບໍ່ແກ້ວ ແມ່ນໜຶ່ງໃນກິດຈະການ ທີ່ໄດ້ລະບຸໄວ້ໃນສັນຍາ ວ່າດ້ວຍການພັດທະນາເຂດເສດຖະກິດ ແລະ ແຫຼ່ງທ່ອງທ່ຽວຄົບວົງຈອນອາຊຽນສາມຫຼ່ຽມຄຳ ສະບັບປີ 2007 ແລະ ສັນຍາວ່າດ້ວຍການພັດທະນາເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ, ສປປ ລາວ ສະບັບປັບປຸງ 2014. ໂຄງການດັ່ງກ່າວເປັນການລົງທຶນຂອງ ບໍລິສັດ ກຣິດເຕີເບເອເລຍອິນເວດເມັນແອນດີເວວລົບເມັ່ນ ຈຳກັດ 100 % ໃນຮູບແບບ BOT, ເປັນສະໜາມບິນຂະໜາດ Code 4C, ອາຍຸສຳປະທານ 50 ປີ, ສາມາດຕໍ່ໄດ້ຕາມການຕົກລົງຂອງລັດຖະບານ ແລະ ໄດ້ເລີ່ມມີການກໍ່ສ້າງມາຕັ້ງແຕ່ ວັນທີ 20 ກັນຍາ 2020 ເປັນຕົ້ນມາ.

ການສ້າງສະໜາມບິນສາກົນບໍ່ແກ້ວ ເປັນການຍົກລະດັບມາດຕະຖານ ໃນການບໍລິການທາງອາກາດໃຫ້ທຽບເທົ່າສາກົນ, ເປັນການສ້າງລາຍຮັບແກ່ພາກລັດທາງກົງ ແລະ ທາງອ້ອມ, ເປັນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ນອກນັ້ນຍັງຈະເປັນການຫຼຸດຜ່ອນການລົງທຶນຂອງພາກລັດ ເຂົ້າໃນການກໍ່ສ້າງໂຄງລ່າງພື້ນຖານ; ໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ເປັນເປົ້າໝາຍຂອງການພັດທະນາໂຄງລ່າງພື້ນຖານພາຍໃນທ້ອງຖິ່ນ ແລະ ເປັນການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳ ເສີມສ້າງການຄົມມະນາຄົມຂົນສົ່ງ ໃຫ້ມີຄວາມເຂັ້ມແຂງ ເພື່ອເຊື່ອມຕໍ່ເຂົ້າກັບສາກົນ ອຳນວຍຄວາມສະດວກໃນການລົງທຶນ, ການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພື່ອເພີ່ມຂີດຄວາມສາມາດໃນການພັດທະນາພື້ນຖານໂຄງລ່າງຂອງພາກເໜືອ ໂດຍສະເພາະແຂວງບໍ່ແກ້ວ.

ສະໜາມບິນດັ່ງກ່າວນີ້ ນຳໃຊ້ເນື້ອທີ່ດິນໃນການກໍ່ສ້າງ 314 ເຮັກຕາ 5.478 ຕາແມັດ, ມີທາງແລ່ນຂຶ້ນ-ລົງຍາວ 2.700 ແມັດ ແລະ ສາມາດຂະຫຍາຍໄດ້ເຖິງ 3.000 ແມັດ, ສາມາດຮັບການລົງຈອດຂອງຍົນແອບັດສ A320 ແລະ ໂບອິ້ງ 737, ອາຄານຜູ້ໂດຍສານສາມາດຮອງຮັບຜູ້ໂດຍສານເຂົ້າ-ອອກ 600 ຄົນ ໃນເວລາດຽວກັນ, ອາຄານຄວບຄຸມການບິນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆຢ່າງເປັນລະບົບ. ຫຼັງຈາກໝົດກຳນົດອາຍຸສໍາປະທານແລ້ວ ຈະໄດ້ມອບໂອນໂຄງການຄືນໃຫ້ລັດຖະບານ ຕາມອາຍຸສຳປະທານຂອງການລົງທຶນ ລວມທັງເນື້ອທີ່ດິນ, ສຳລັບເນື້ອທີ່ດິນດັ່ງກ່າວແມ່ນໄດ້ຕິດພັນ ແລະ ເປັນສ່ວນໜຶ່ງຂອງເນື້ອທີ່ພັດທະນາ ໃນສັນຍາ ວ່າດ້ວຍການພັດທະນາເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ສປປ ລາວ ສະບັບປັບປຸງ 2014, ໂດຍທາງນິຕິກຳແລ້ວ ເນື້ອທີ່ດິນດັ່ງກ່າວຈະຍັງຢູ່ໃນໄລຍະການພັດທະນາ,

ສະນັ້ນ ຈຶ່ງຄວນມີການຈັດຫາເນື້ອທີ່ດິນທົດແທນ ເພື່ອນຳໃຊ້ໃນການພັດທະນາ ຄົບຕາມອາຍຸສັນຍາທີ່ຍັງເຫຼືອ.

ປີທ່ອງທ່ຽວລາວ 2024, ເຂດເສດຖະກິດພິເສດສາຫຼ່ຽມຄໍາຕັ້ງເປົ້າໝາຍໄວ້ວ່າຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ປະມານ 7 ແສນຄົນ ສະນັ້ນ ສະໜາມບິນສາກົນແຫ່ງໃຫມ່ແຂວງບໍ່ແກ້ວນີ້ຈະກາຍເປັນບ່ອນຮອງຮັບໜຶ່ງໃນສູນກາງທາງຜ່ານ ແລະ ປາຍທາງການທ່ອງທ່ຽວສໍາລັບແຂກພາຍໃນ-ຕ່າງປະເທດ.

https://www.facebook.com/crifm93/posts/pfbid079yrg5NygXHJZuGGdmHeGtMUTTXeZtWR4jcnPe5zxHV3b6C29DBrAK2zbkHT4hYxl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/