ໄທ-ລາວ ເຊັນສັນຍາຮ່ວມມື ຜະລິດ ແລະ ພັດທະນາບຸກຄະລາກອນ ໃນການປະກອບການ SME


ມະຫາວິທະຍາໄລ ຣາດຊະພັດ ແລະ ສູນບໍລິການ SME ຈຳປາສັກ ເຊັນສັນຍາຮ່ວມມື ກັນ ດ້ານວິຊາການ ສ້າງມູນຄ່າເພີ່ມໃນຜະລິດຕະພັນຊຸມຊົນ ແລະ ພັດທະນາບຸກຄະລາກອນ ໃນການປະກອບການ SME ໃຫ້ຫຼາຍຂຶ້ນ ແລະ ດໍາເນີນທຸລະກິດໄດ້ຢ່າງເຂັ້ມແຂງ.

ໂດຍອີງຕາມການລາຍງານຂອງ ໜັງສືພິມ ປະຊາຊົນ ພິທີດັ່ງກ່າວ ມີຂຶ້ນເມື່ອບໍ່ດົນມານີ້ ທີ່ຄະນະເຕັກໂນໂລຊີອຸດສາຫະກຳ,  ມະຫາວິທະຍາໄລ ຣາດຊະພັດ ຈັງຫວັດອຸບົນຣາຊະທານີ ຕາງໜ້າເຊັນໂດຍ ທ່ານ ທຳມະຣັກ ລະອອງນວນ ຮັກສາການແທນ ອະທິການບໍດີ, ທ່ານ ພົນເອກ ນິຣຸດ ເກດສີຣິ ນາຍົກສະພາມະຫາວິທະຍາໄລ ແລະ ທ່ານ ວັນນະດາ ພົມມະສະຖິດ  ຫົວໜ້າສູນບໍລິການວິສາຫະກິດ ຂະໜາດນ້ອຍ ແລະ ກາງ ແຂວງຈຳປາສັກ, ທ່ານ ປາຈິດ ນໍລະແສງ  ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງຈຳປາສັກ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍຮ່ວມເປັນສັກຂີພະຍານ.

ການເຊັນສັນຍາຮ່ວມມືໃນຄັ້ງນີ້  ເພື່ອສ້າງເຄືອຂ່າຍ ແລະ ການປະສານງານການຮ່ວມມື ໃນການຜະລິດ ແລະ ພັດທະນາບຸກຄະລາກອນ ໃນການປະກອບການ SME, ການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອການຄົ້ນຄວ້າ ແລະ ພັດທະນາການປຸງແຕ່ງກະສິກໍາເປັນອຸດສາຫະກໍາ  ແລກປ່ຽນ, ຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກໍາ  ທັງໃນປະເທດໄທ ແລະ ປະເທດລາວ  ໂດຍສະເພາະ ແຂວງຈໍາປາສັກ  ກັບຈັງຫວັດອຸບົນຣາຊະທານີ  ໃນການສົ່ງເສີມຄວາມຮູ້ ກ່ຽວກັບການປູກກາເຟ ແລະ ປຸງແຕ່ງເພື່ອສົ່ງອອກ ລວມທັງການພັດທະນາຫຼັກສູດ ທີ່ຕອບສະໜອງຄວາມຕ້ອງການ ໃນການພັດທະນາບຸກຄະລາກອນຮ່ວມກັນ ເປັນຕົ້ນ ຫຼັກສູດການເປັນຜູ້ປະກອບການ,  ຫຼັກສູດການປຸງແຕ່ງ, ຫຼັກສູດປະດິດສ້າງການຜະລິດອຸດສາຫະກຳ, ຫຼັກສູດຟາມທັນສະໄໝ, ການປູກພືດໄມ້ໃຫ້ໝາກ, ກາເຟ, ລ້ຽງສັດໃຫຍ່, ຫຼັກສູດພັດທະນາທ່າແຮງດ້ານແຮງງານ, ຫຼັກສູດການພັດທະນາບຸກຄະລາກອນ ດ້ານການສຶກສາ ເພື່ອຕອບສະໜອງຄວາມຕ້ອງການ ພັດທະນາເສດຖະກິດ ແລະ ອຸດສາຫະກຳ, ຫຼັກສູດການຕະຫຼາດອອນລາຍ ແລະ ອັອບລາຍ ລວມທັງການພັດທະນາ ແລະ ຍົກລະດັບຜະລິດຕະພັນກະສິກຳປຸງແຕ່ງ ໂດຍສະເພາະ ໝາກມີ້ອົບແຫ້ງ ແລະ ກາເຟ ເພື່ອສ້າງມູນຄ່າເພີ່ມໃຫ້ຜະລິດຕະພັນຊຸມຊົນ.

ທີ່ມາ:

https://www.facebook.com/PasaxonNewspaper/posts/pfbid024kgVaCtqe2q9dbxkqDNnk6kUrUmnEVAJ4XGNwJVKn5dcZ3cWFViMSxjYBHGAVr9Tl

new.ubru.ac.th

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/