ຈົບໄປແລ້ວສຳລັບເກມ ແດງເດືອດ THE MATCH Bangkok Century Cup 2022 ທີ່ເປັນທາງ ແມນເຊັສເຕີ້ ຢູໄນເຕັດ ສາມາດເອົາຊະນະ ລິເວີ້ພູລ ໄປໄດ້ 4 ປະຕູຕໍ່ 0. ແຕ່ນອກຈາກຜົນສະກໍ ທີ່ເຮັດໃຫ້ແຟນໆ ແມນຢູ ມີກຳລັງໃຈ ທີ່ຈະສູ້ຕໍ່ໃນລະດູການທີ່ຈະມາຮອດນີ້ແລ້ວ ຍັງມີສິ່ງໜຶ່ງ ທີ່ແຟນໆແມນຢູ ຕ້ອງຈັບຕາເບິ່ງເປັນພິເສດກໍຄື ເດັກໜຸ່ມ ເບີ 55 ທີ່ຫຼິ້ນໂດດເດັ່ນກວ່າໝູ່ ໃນ 45 ນາທີ ສຸດທ້າຍຂອງເກມໆນີ້.

ເລີ່ມເກມໃນເຄິ່ງເວລາທີ 2 ມາ ແຟນແມນຢູຫຼາຍຄົນກໍຈັບຕາໄປທີ່ ດອນນີ່ ຟານເດີເບັກ ກອງກາງຊາວ ເນເທີແລນ ວ່າເມື່ອໄດ້ມາຢູ່ພາຍໃຕ້ການຄຸມທີມຂອງ ເອຣິກ ເທັນຮາດ ແລ້ວ ຈະເຮັດຜົນງານໄດ້ດີສ່ຳໃດ. ແຕ່ເມື່ອເລີ່ມການແຂ່ງຂັນມາໄດ້ປະມານ 10 ນາທີ ຄົນທີ່ໂດດເດັ່ນ ທັງເກມຮັບ ແລະ ເກມບຸກ ກັບກາຍເປັນ ຊີດານ ອິກບາວ  Zidane Iqbal ດາວເຕະ ອາຍຸ 19 ປີ ທີມຊາດ ອີຣັກ ທີ່ເປັນຄົນ ຂັບເຄື່ອນເກມແດນກາງຂອງແມນຢູ ໄດ້ຢ່າງນຽນຕາ ແລະ ໜ້າປະທັບໃຈ.

ກອງກາງເຈົ້່າຂອງເສື້ອ ໝາຍເລກ 55 ອາຍຸ 19 ປີຄົນນີ້ ຫຼິ້ນໄດ້ຢ່າງໂດດເດັ່ນ ເຖິງວ່ານັດນີ້ຈະເປັນພຽງ ເກມກະຊັບມິດກໍຕາມ ແຕ່ມັນກໍເຮັດໃຫ້ເຮົາເຫັນເຖິງຄວາມສາມາດຂອງເດັກໜຸ່ມຄົນນີ້ ບໍ່ວ່າຈະເປັນທັກສະ ການລ້ຽງບານ, ການສົ່ງບານທັງສັ້ນ ແລະ ຍາວ, ການເຄື່ອນທີ່ ຮັບສົ່ງບານ, ການເອົາຕົວລອດໃນພື້ນທີ່ແຄບໆ ຫຼື ໃນພື້ນທີ່ອັນຕະລາຍ.  ແຕ່ທີ່ສຳຄັນກໍຄື ຄວາມກ້າ ແລະ ຄວາມໝັ້ນໃຈທີ່ຈະຫຼິ້ນກັບບານຂອງເດັກໜຸ່ມຄົນນີ້.

ເອຣິກ ເທັນຮາດ ຄູຝຶກຄົນໃໝ່ ເຄີຍເວົ້າເຖິງເດັກໜຸ່ມຄົນນີ້ວ່າ ລາວຮູ້ສຶກປະທັບໃຈໃນການຊ້ອມ ແລະ ແປກໃຈຫຼາຍວ່າ ວ່າເປັນຫຍັງ ອິກບາວ ຈຶ່ງບໍ່ໄດ້ຮັບໂອກາດໄດ້ລົງຫຼິິ້ນຫຼາຍກວ່ານີ້ໃນຍຸກກ່ອນໜ້ານີ້.

ສຳລັບ ຊີດານ ອິກບາວ ແມ່ນໄດ້ຮັບສັນຍາອາຊີບກັບ ສະໂມສອນ ແມນເຊັສເຕີ້ ຢູໄນເຕັດ ຕັ້ງແຕ່ ເດືອນ 4 ປີ 2021 ເຊິ່ງຕອນນັ້ນເປັນການຄຸມທີມຂອງ ໂອເລ່ ກຸນນ້າໂຊຊາ ແຕ່ບໍ່ເຄີຍໄດ້ຮັບໂອກາດລົງຫຼິ້ນເລີຍຈັກນັດ. ຈົນມາຮອດ ເດືອນ 12 ຂອງປີ 2021 ຈຶ່ງໄດ້ມີໂອກາດລົງຫຼິ້ນ ໃນຖານະຕົວສຳຮອງ ໃນການແຂ່ງຂັນ UEFA Champions League ໃນເກມທີ່ພົບກັບ ສະໂມສອນ Young Boys ແລະ ນັ້ນ ກໍເປັນເກມດຽວທີ່ລາວໄດ້ລົງຫຼິ້ນໃນລະດູການທີ່ຜ່ານມາ.

ຕໍ່ຈາກນີ້ ເກມອຸ່ນເຄື່ອງຂອງ ແມນຢູ ຍັງເຫຼືອອີກ 5 ນັດ ເຊິ່ງເຊື່ອວ່າ ເດັກໜຸ່ມ ອາຍຸ 19 ປີ ຄົນນີ້ ຈະເປັນຄົນທີ່ເຮັດຜົນງານໄດ້ດີ ແລະ ມີໂອກາດສ້າງຄວາມປະທັບໃຈໃຫ້ກັບຄູຝຶກໄດ້ຫຼາຍຍິ່ງຂຶ້ນ.  ບໍ່ແນ່ວ່າ ເຮົາອາດຈະໄດ້ເຫັນດາວດວງໃໝ່ຂອງສະໂມສອນ ແມນເຊັສເຕີ້ ຢູໄນເຕັດ ກໍເປັນໄປໄດ້.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ