ໃນໄລຍະນີ້ສອງປະເທດລາວ ແລະ ຫວຽດນາມ, ແມ່ນເປັນໄລຍະທີ່ໄດ້ມີການເຄື່ອນໄຫວ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 60 ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022).

ລາວ ແລະ ຫວຽດນາມ ແມ່ນ ສອງປະເທດຖານບ້ານໃກ້ເຮືອນຄຽງ, ດຳລົງຊີວິດຮ່ວມກັນຢູ່ແຫຼມອິນດູຈີນ, ຮ່ວມສາຍພູຫຼວງທີ່ໃຫຍ່ໂຕມະໂຫຖານ, ຮ່ວມແມ່ນໍ້າຂອງ,  ມີສາຍພົວພັນອັນສະໜິດຕິດພັນນຳກັນມາແຕ່ດົນນານ ໃນສະໄໝຕໍ່ສູ້ປົດປ່ອຍຊາດ. ບັນດາຈຸດພິເສດ, ສະພາບການດັ່ງກ່າວນັ້ນ ສອງປະເທດອ້າຍນ້ອງ ລາວ-ຫວຽດນາມ ຍິ່ງໄດ້ເພີ່ມພູນ ຄູນສ້າງສາຍພົວພັນ, ການຮ່ວມມືມິດຕະພາບ ແບບພິເສດ ອັນມີມູນເຊື້ອຍາວນານ ຕະຫຼອດໄລຍະ 60 ປີຜ່ານມາ. 

ການພົວພັນ ລາວ-ຫວຽດນາມ ແມ່ນການພົວພັນແບບພິເສດ, ຫາຍາກໃນປະຫວັດສາດການພົວພັນກັບສາກົນ. “ໃນປະຫວັດສາດແຫ່ງການປະຕິວັດຂອງໂລກ ໄດ້ມີຫຼາຍແບບຢ່າງທີ່ດີເດັ່ນກ່ຽວກັບນ້ຳໃຈສາກົນກຳມາຊີບ, ແຕ່ບໍ່ມີແຫ່ງໃດ ແລະ ບໍ່ມີເວລາໃດທີ່ມີຄວາມສາມັກຄີສໍາພັນທະມິດສູ້ຮົບແບບພິເສດ, ຍາວນານ ແລະ ຮອບດ້ານຄືແນວນັ້ນ”. ນີ້ແມ່ນຄຳຢືນຢັນຂອງ ທ່ານປະທານ ໄກສອນ ພົນວິຫານ ເມື່ອເວົ້າເຖິງການພົວພັນ ລາວ-ຫວຽດນາມ ເຊິ່ງແມ່ນການພົວພັນລະຫວ່າງບັນດາເພື່ອນສະຫາຍ, ຮ່ວມທຸກຮ່ວມສຸກ, ຍາດເອົາໄຊຊະນະເທື່ອລະກ້າວ ແລະ ໄປເຖິງໄຊຊະນະສຸດທ້າຍ.

ພາຍຫຼັງທີ່ຫວຽດນາມ ປະຕິບັດສຳເລັດພາລະກິດໂຮມປະເທດຊາດເປັນເອກະລາດ ແລະ ປະເທດລາວ ໄດ້ຮັບການສະຖາປະນາເມື່ອປີ 1975, ການພົວພັນລະຫວ່າງ ລາວ-ຫວຽດນາມ ໄດ້ຫັນໄປສູ່ໄລຍະໃໝ່. ນັ້ນແມ່ນການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ເຊິ່ງພະຍານຫຼັກຖານທີ່ມີຊີວິດຊີວາ ນັ້ນແມ່ນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ໄດ້ຮັບການລົງນາມໃນວັນທີ 18 ກໍລະກົດ 1977. ນັບແຕ່ນັ້ນມາ, ການພົວພັນ ລາວ-ຫວຽດນາມ ໄດ້ກ້າວເຂົ້າສູ່ໃບໜ້າໃໝ່: ຈາກການຮ່ວມສໍາພັນທະມິດສູ້ຮົບ, ຮ່ວມຂຸມຄອງດຽວກັນ ຫັນໄປສູ່ການຮ່ວມມືຮອບດ້ານລະຫວ່າງສອງປະເທດທີ່ມີ ເອກະລາດ, ອະທິປະໄຕ. ຕາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື, ສອງຝ່າຍໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງຮອບດ້ານ ເພື່ອພ້ອມກັນພັດທະນາ, ພ້ອມກັນມີຊີວິດວັດທະນາຖາວອນ.

ສົນທິສັນຍາແມ່ນບົນພື້ນຖານເພື່ອໃຫ້ ສອງປະເທດເປີດກວ້າງການພົວພັນໃນທຸກຂົງເຂດ: ທາງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ, ຕະຫຼອດຮອດເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ-ບຳລຸງສ້າງ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຂອງສອງປະເທດ; ໃນນັ້ນ, ການຮ່ວມມືດ້ານເສດຖະກິດ ຍາມໃດກໍມີທີ່ຕັ້ງສໍາຄັນແຖວໜ້າ, ດ້ວຍຄວາມປາຖະໜາຢາກເປັນກຳລັງໜູນ ຊຸກຍູ້ການພັດທະນາຂອງການພົວພັນຮ່ວມມືອື່ນໆ; ສອງຝ່າຍຖືເປັນສໍາຄັນການຮ່ວມມືດ້ານເສດຖະກິດ, ສົມທົບກັນຢ່າງແໜ້ນແຟ້ນເພື່ອຍົກສູງປະສິດທິຜົນ, ໃຫ້ສົມກັບການພົວພັນ ທາງດ້ານການເມືອງ ແລະ ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງສອງປະເທດ. ມາຮອດປັດຈຸບັນ, ລາວ ໄດ້ອອກໜັງສືອະນຸຍາດໃຫ້ 417 ໂຄງການລົງທຶນຂອງບັນດາວິສາຫະກິດຫວຽດນາມ ຢູ່ລາວ, ມູນຄ່າການລົງທຶນໄດ້ 4.3 ຕື້ໂດລາ. ວົງເງິນການຄ້າສອງສົ້ນກໍເພີ່ມຂຶ້ນຢ່າງຕໍ່ເນືອງໃນຊຸມປີຜ່ານມາ, ປີ 2021 ບັນລຸໄດ້ 1.37 ຕື້ໂດລາ ທຽບໃສ່ປີ 2020 ເພີ່ມຂຶ້ນ 33.3%. ຄຽງຂ້າງບັນດາຂົງເຂດຮ່ວມມືດ້ານເສດຖະກິດ, ການຮ່ວມມືດ້ານການສຶກສາ-ບຳລຸງສ້າງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຍາມໃດສອງປະເທດກໍໄດ້ຍູ້ແຮງຢ່າງຕໍ່ເນື່ອງ ແລະ ເປັນປະຈຳ; ປີ 2022 ແມ່ນປີພິເສດໃນການພົວພັນ ລາວ-ຫວຽດນາມ, ເປັນຂີດໝາຍ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື. ມີການເຄື່ອນໄຫວຫຼາຍຢ່າງ ພວມດຳເນີນຢ່າງເປັນຂະບວນຟົດຟື້ນ ແລະ ກວ້າງຂວາງຢູ່ພາຍໃນສອງປະເທດເຊັ່ນ: ໄດ້ມີການພົວພັນ, ພົບປະຂອງແຕ່ລະການນຳຂັ້ນຕ່າງໆ, ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ທັງສອງຝ່າຍລ້ວນແຕ່ຢືນຢັນຖືເປັນສຳຄັນ ແລະ ເປັນບຸລິມະສິດໃນການເອື້ອອຳນວຍຄວາມສະດວກໃຫ້ແກ່ກັນ ແລະ ກັນ ໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຖືເປັນຊັບສົມບັດອັນລ້ຳຄ່າຈຳເປັນຕ້ອງໄດ້ມີການປົກປັກຮັກສາ ແລະ ສືບທອດໃຫ້ຄົນຮຸ່ນຕໍ່ໆໄປ.

ຄວາມຍຶດໝັ້ນຕັດສິນໃຈຂອງທັງສອງຝ່າຍໃນການພ້ອມກັນປົກປັກຮັກສາ ແລະ ເພີ່ມທະວີສາຍພົວພັນທີ່ເປັນມູນເຊື້ອ ແລະ ຫາຍາກລະຫວ່າງລາວ ແລະ ຫວຽດນາມ, ເຮັດໃຫ້ການພົວພັນດັ່ງກ່າວ ພັດທະນາຢ່າງບໍ່ຢຸດຢັ້ງໃຫ້ຂຶ້ນສູ່ລະດັບໃໝ່. ເຮັດໃຫ້ການພົວພັນ ລະຫວ່າງ ລາວ-ຫວຽດນາມ ມີຄວາມເລິກເຊິ່ງກວ່າເກົ່າ ດ້ວຍບັນດາການເຄື່ອນໄຫວຮ່ວມມືລະອຽດ ແລະ ແທ້ຈິງ.

ຂໍ້ມູນຈາກ: https://cutt.ly/fLE90Nh

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ