ສຳລັບໃຜທີ່ຄິດວ່າຕະຫຼາດ NFT ກຳລັງຊົບເຊົາ ອາດຈະຕ້ອງຄິດໃໝ່ ເພາະເມື່ອບໍ່ດົນມານີ້, Arthus ເດັກນ້ອຍອາຍຸ 8 ປີ ໄດ້ແຕ້ມຮູບໃນຮູບແບບ NFT ແລະ ສ້າງລາຍໄດ້ຫຼາຍກວ່າ 160 ລ້ານກີບ

ສິລະປະ NFT ທີ່ເດັກສາວອາຍຸ 8 ປີຄົນນີ້ ແມ່ນເປັນ ຄໍເລັກຊັ່ນ ສັດເລືອຄານຢ່າງ ງູຫຼາຍສາຍພັນເຊັ່ນ: Bird Snake, King Snake, Chef Snake ແລະ ລວມໄປເຖິງງູປະເພດອື່ນໆຕາມຈິນຕະນາການຂອງລາວ. ເຊິ່ງລາວໄດ້ຮັບແຮງບັນດານໃຈ ໃຫ້ແຕ້ມ NFT ຈາກສິລະປິນທີ່ເປັນໝູ່ຂອງລາວ.

ສາວນ້ອຍຄົນນີ້ໄດ້ຂາຍຜົນງານໃນຮູບແບບ NFT ໄປແລ້ວຫຼາຍກວ່າ 50 ລາຍການໃຫ້ກັບ 34 ຄົນທີ່ແຕກຕ່າງກັນ ແລະ ໄດ້ຮັບເງິນໄປແລ້ວ 11,000 ໂດລາ ຫຼືປະມານ 160 ລ້ານກີບ.

ສາວນ້ອຍຄົນນີ້ແມ່ນຖືໄດ້ວ່າ ພໍ່ແມ່ໃຫ້ການສະໜັບສະໜູນຢ່າງເຕັມທີ່ ໂດຍແມ່ຂອງລາວຮັບໜ້າທີ່ເປັນຄົນຈັດການດ້ານການເງິນ ແລະ ຍັງດູແລເລື່ອງການຂາຍຮູບພາບຂອງ ລູກສາວອາຍຸ 8 ປີຄົນນີ້ ໃນຕະຫຼາດ NFT ອີກນຳ.

ລາວກ່າວກ່ຽວກັບ NFT ຂອງລາວວ່າ: “ຂ້ອຍມັກ NFT ເພາະມັນສາມາດຊ່ວຍໃຫ້ຂ້ອຍແບ່ງປັນຜົນງານສິລະປະຂອງຂ້ອຍໃຫ້ຄົນທົ່ວໂລກໄດ້”. Arthus ໄດ້ທົດລອງລະບາຍສີ ຕັ້ງແຕ່ລາວຍັງນ້ອຍ ແລະ ເລີ່ມຈັບແປງແຕ້ມຮູບຕັ້ງແຕ່ອາຍຸ 3 ປີ. ຈົນຮອດປັດຈຸບັນນີ້ ລາວມັກ NFT ຫຼາຍ, ເຖິງວ່າ NFT ຍັງເປັນເລື່ອງໃໝ່ ແລະ ຫຼາຍຄົນຍັງບໍ່ເຫັນດີ ແຕ່ Arthus ເດັກສາວຈາກຮ່ອງກົງຄົນນີ້ ຍັງເຊື່ອໝັ້ນ ໃນ NFT ຢ່າງສຸດໃຈ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ