ຈາກກໍລະນີທີ່ມະຫາເສດຖີອັນດັບໜຶ່ງຂອງໂລກຢ່າງ Elon Musk ທີ່ກ່ອນໜ້ານີ້ໄດ້ອອກມາປະກາດວ່າຕົນເອງໄດ້ຍົກເລີກການຊື້ກິດຈະການຂອງ Twitter ແລ້ວ ເນື່ອງຈາກທາງ Twitter ໃຫ້ຂໍ້ມູນບັນຊີປອມບໍ່ພຽງພໍແລະບໍ່ຄົບຖ້ວນ.

ທັງນີ້ ເບິ່ງຄືວ່າສົງຄາມຄັ້ງໃໝ່ລະຫວ່າງ Elon Musk ແລະ ແອັບນົກຟ້າຍັງຈະບໍ່ຈົບລົງງ່າຍໆ ເພາະຫຼ້າສຸດນີ້ (ວັນທີ 12 ກໍລະກົດທີ່ຜ່ານມາ) ທາງ Twitter, Inc. ໄດ້ເຮັດການຍື່ນຟ້ອງ Musk ໃນຂໍ້ຫາລະເມີດຂໍ້ຕົກລົງການຊື້ແພລັດຟອມໂຊຊຽມມີເດຍມູນຄ່າ 44 ພັນລ້າໂດລາ ພ້ອມທັງຂໍໃຫ້ສານສັ່ງໃຫ້ Musk ຊື້ກິດຈະການຕາມລາຄາທີ່ຕົກລົງກັນໄວ້ແມ່ນ 54.20 ໂດລາ ຕໍ່ຮຸ້ນ.

“ເຫັນໄດ້ວ່າ Musk ເຊື່ອວ່າລາວມີອິດສະຫຼະທີ່ຈະປ່ຽນໃຈ ເຊິ່ງແຕກຕ່າງຈາກທຸກຝ່າຍທີ່ຢູ່ພາຍໃຕ້ກົດໝາຍສັນຍາຂອງລັດເດລາແວຣ໌ ລາວຖິ້ມບໍລິສັດ, ກ້າວກ່າຍການດຳເນີນງານ, ທຳລາຍມູນຄ່າຜູ້ຖືຮຸ້ນ ແລະຍ່າງຈາກໄປ” ຄຳຮ້ອງຂອງ Twitter ລະບຸ.

ເຊິ່ງໃນຂະນະນີ້ Musk ຍັງບໍ່ໄດ້ອອກມາສະແດງທ່າທີໃດໆ  ຫຼັງຈາກຖືກຟ້ອງຈາກ Twitter.

ໂດຍໃນຄຳຟ້ອງຂອງ Twitter ຍັງລະບຸວ່າ  Musk ລະເມີດຂໍ້ຕົກລົງຄວບລວມກິດຈະການຢູ່ຫຼາຍຂໍ້ ເຊິ່ງມັນໄດ້ສ້າງຄວາມຜິດຫວັງ  ໃຫ້ Twitter ແລະ ທຸລະກິດຂອງບໍລິສັດ. ນອກຈາກນີ້ ຍັງເປັນຄັ້ງທຳອິດທີ່ທາງບໍລິສັດລະບຸວ່າ ການເລີກຈ້າງພະນັກງານ ‘ເພີ່ມຂຶ້ນ’ ນັບຕັ້ງແຕ່ມີການປະກາດຂໍ້ຕົກລົງ.

ນອກຈາກນີ້ Twitter ຍັງກ່າວຫາວ່າ Musk ລັກສະສົມຮຸ້ນຂອງບໍລິສັດເປັນຈໍານວນຫຼາຍໃນລະຫວ່າງເດືອນມັງກອນຫາເດືອນມີນາ ໂດຍບໍ່ມີການເປີດເຜີຍຕໍ່ໜ່ວຍງານກໍາກັບດູແລຢ່າງຖືກຕ້ອງ.

ຢ່າງໃດກໍດີ Twitter ໄດ້ອະທິບາຍເຖິງສາເຫດທີ່ບໍ່ໄດ້ເປີດເຜີຍຂໍ້ມູນບັນຊີປອມ ຫຼືບັນຊີສະແປມກັບ Musk ວ່າ ເພາະຢ້ານ Musk ຈະສ້າງແພລັດຟອມຂຶ້ນມາແຂ່ງກັນຫຼັງຈາກຍົກເລີກຂໍ້ຕົກລົງ ພ້ອມທັງລະບຸອີກວ່າເຫດຜົນທີ່ Musk ນໍາມາອ້າງເພື່ອຫຼົ້ມດີລນັ້ນເປັນ “ຂໍ້ອ້າງ” ທີ່ຂາດຄຸນນະທໍາແລະກ່າວວ່າການທີ່ Musk ຕັດສິນໃຈເທ Twitter ເປັນເພາະຕະຫຼາດຮຸ້ນທີ່ຕົກຫຼົ່ນລົງມາ ໂດຍສະເພາະແມ່ນຮຸ້ນກຸ່ມເທັກໂນໂລຢີ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ