ຫຼາຍຄົນເມື່ອເຫັນຮູບພາບນີ້ຄັ້ງທໍາອິດກໍອາດຈະບອກວ່າມັນງາມດີ ແລະຖ້າເບິ່ງໄກໆ ອາດຄິດວ່າແສງເຫຼົ່ານີ້ເປັນແສງທີ່ມາຈາກທຽນ ຫຼື ແມງຫິ່ງຫ້ອຍ. ແຕ່ດຽວກ່ອນ! ສິ່ງທີ່ຫຼາຍຄົນຄິດນັ້ນອາດບໍ່ໄດ້ເປັນຄືໃນຈິນຕະນາການເລີຍ ເພາະແສງຫຼາຍສິບຈຸດເຫຼົ່ານີ້ມັນມາຈາກ ຕາຂອງແຂ້ Alligator.

ໂດຍທີ່ມາຂອງຮູບພາບນີ້ ມາຈາກຊ່າງຖ່າຍຮູບຊື່ດັງຢ່າງ Garret Suhrie ທີ່ໄດ້ເຂົ້າໄປຖ່າຍຮູບພາບຂອງຝູງແຂ້ Alligator ທີ່ເຂດອະນຸລັກແຫ່ງຊາດ Big Cypress ລັດ Florida ສະຫະລັດອາເມຣິກາ.

ເຊິ່ງຖ້າເບິ່ງຜ່ານໆ ມັນອາດຈະສວຍງາມດີ ແຕ່ດີທີ່ສຸດກໍຄືຢ່າເຂົ້າໄປໃກ້ເດັດຂາດເພາະພວກມັນອາດພາເຈົ້າລົງໄປຫຼິ້ນນຳກັບພວກມັນໄດ້.

ທັງນີ້ ສາເຫດທີ່ເຮັດໃຫ້ຕາຂອງແຂ້ເຫຼົ່ານີ້ມີແສງຮຸ່ງອອກມາ ກໍຍ້ອນວ່າເມື່ອແສງກະທົບເຂົ້າສູ່ດວງຕາຂອງແຂ້ ມັນຈະໄປຜ່ານເຊລທີ່ໄວຕໍໍ່ແສງ ແລະໄປເຖິງຊັ້ນສະທ້ອນແສງເຣຕິນາ (ຈໍຕາ ຫຼື ຈໍປະສາດຕາ) ທີ່ເອີ້ນວ່າ tapetum lucidum ເຊິ່ງເປັນການສະທ້ອນແສງກັບອອກມາຈາກຕາອີກຄັ້ງ ລະບົບສະທ້ອນແສງນີ້ຊ່ວຍໃຫ້ແຂ້ເບິ່ງເຫັນໄດ້ໃນສະຖານທີ່ທີ່ມີແສງໜ້ອຍ, ຕອນທີ່ຢູ່ໃນນ້ຳທີ່ມີຄວາມຂຸ່ນ ຫຼືໃນຕອນຄໍ່າທີ່ມີຄວາມມືດ.

ເຊິ່ງລັກສະນະຂອງເຫດການແບບນີ້ ມັກຈະເຫັນໄດ້ປະຈໍາໃນຕອນກາງຄືນ ເມື່ອມີການສ່ອງໄຟສາຍ ຫຼື ແສງສະປອດໄລ້ ໄປທີ່ຝູງແຂ້ຂະນະທີ່ພວກມັນແນມມາທີ່ລໍາແສງ ແລະບາງຄັ້ງກໍສາມາດເຫັນໄດ້ໃນການຖ່າຍຮູບໂດຍການໃຊ້ Flash ດ້ວຍເຊັ່ນກັນ.

ເຖິງວ່າພາຍຫຼັງຮູບພາບນີ້ອາດຈະເປັນພາບທີ່ເປັນຕາຢ້ານ ແຕ່ນັ້ນມັນກໍຊ່ວຍໃຫ້ເຮົາແນມເຫັນນັກລ່າເຫຼົ່ານີ້ໃນຍາມກາງຄືນໄດ້ດີຂຶ້ນ ອີກທັງຍັງຊ່ວຍໃຫ້ມະນຸດສັງເກດການປະເມີນຂະໜາດຂອງສັດໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ