ຈີນພ້ອມທີ່ຈະເປີດການຄ້າ ແບບເສລີ ໃຫ້ຫຼາຍຂຶ້ນກັບຂົງເຂດປະເທດອາຊຽນ ເພື່ອເສີມສ້າງຄວາມສຳພັນ ຈີນ-ອາຊຽນ ແລະ ຍົກລະດັບເສດຖະກິດຮອບດ້ານໃນຂົງເຂດບັນດາປະເທດໃນອາຊຽນໃຫ້ມີຄວາມໝັ້ນຄົງຍິ່ງໆຂຶ້ນ.

ໃນວັນທີ 11 ກໍລະກົດ 2022 ທີ່ຜ່ານມາ, ທ່ານ ວາງຢີ້ ທີ່ປຶກສາແຫ່ງລັດ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ໄດ້ກ່າວຄຳປາໄສທີ່ສຳນັກງານກອງເລຂາອາຊຽນ ໃນນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ ວ່າ: ຈີນ ຈະສືບຕໍ່ສະໜັບສະໜູນຄວາມເປັນແກນກາງຂອງອາຊຽນ ແລະ ສົ່ງເສີມຄວາມເປັນຈິດໜຶ່ງໃຈດຽວກັນ ແລະ ການຮ່ວມມືໃນພາກພື້ນ. ນອກຈາກນີ້ ສປ ຈີນຍັງພ້ອມແລ້ວທີ່ຈະເປີດການຍົກລະດັບຮອບໃໝ່ເຂດການຄ້າເສລີ ຈີນ-ອາຊຽນ ໃຫ້ໄວເທົ່າທີ່ຈະໄວໄດ້ ແລະ ປະຕິບັດຕາມສັນຍາການເປັນຄູ່ຮ່ວມມືດ້ານເສດຖະກິດຮອບດ້ານ (RCEP) ໃນຂອບເຂດທົ່ວປະເທດ ແລະ ສົ່ງເສີມການຍົກລະດັບໃນເວລາອັນເໝາະສົມ. ຂະນະດຽວກັນ ຈີນ ພ້ອມທີ່ຈະລົງນາມ ໃນຂໍ້ຕົກລົງການຄ້າເສລີທີ່ມີມາດຕະຖານສູງກັບປະເທດຕ່າງໆ ໃຫ້ຫຼາຍຂຶ້ນ ແລະ ລໍຖ້າທີ່ຈະເຂົ້າຮ່ວມຢ່າງໃກ້ຊິດໃນການພັດທະນາເຂດອ່າວກວາງດົງ-ຮ່ອງກົງ-ມາກາວ ແລະ ການຮ່ວມມືຈີນ-ອາຊຽນ. ນອກຈາກນີ້ ຈີນ ຈະສືບຕໍ່ຢ່າງຕັ້ງໜ້າໃນການຮ່ວມມືດ້ານວິທະຍາສາດ, ເທັກໂນໂລຢີ ແລະ ການປະດິດສ້າງ ເພື່ອກະຕຸ້ນການຂັບເຄື່ອນໃໝ່ຂອງການພັດທະນາໃນພາກພື້ນ ແລະ ພ້ອມແລ້ວທີ່ຈະເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມຕໍ່ທາງດິຈິຕອນ, ການສໍາຫຼວດການພັດທະນາທີ່ນໍາໃຊ້ຄາບອນຕໍ່າ, ການໝູນວຽນ ແລະ ການພັດທະນາສີຂຽວ, ລວມເຖິງຈະດໍາເນີນໂຄງການເສີມສ້າງວິທະຍາສາດ, ເທັກໂນໂລຢີ ແລະ ນະວັດຕະກໍາ ຈີນ-ອາຊຽນ ເປັນຢ່າງດີ ເພື່ອເລັ່ງການປ່ຽນແປງ ແລະ ການພັດທະນາໃນລະດັບພາກພື້ນ.

ລັດຖະມົນຕີກະຊວງການຕ່າງປະເທດຈີນ ກ່າວຕື່ມວ່າ: ຈີນ ຈະນໍາໃຊ້ມາດຕະການຫຼາຍຂຶ້ນເພື່ອອໍານວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍຂອງປະຊາຊົນ ແລະ ສົນທະນາກ່ຽວກັບການເລີ່ມຕົ້ນແຜນການຟື້ນຟູການທ່ອງທ່ຽວ ກັບທຸກຝ່າຍໃນເວລາທີ່ເໝາະສົມ ແລະ ສະໜັບສະໜູນການພັດທະນາເສັ້ນທາງການ ທ່ອງທ່ຽວອາຊຽນ. ພ້ອມນີ້ ຈະຂະຫຍາຍການແລກປ່ຽນກັບປະເທດສະມາຊິກອາຊຽນໃນດ້ານວັດທະນະທໍາ ລະຫວ່າງຊາວໜຸ່ມ, ໜ່ວຍງານຕ່າງໆ ຂອງປະເທດ, ສື່ມວນຊົນ ແລະ ແມ່ຍິງ ເພື່ອສົ່ງເສີມຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຄວາມມີໄມຕີຈິດ ແລະ ຄວາມສໍາພັນລະຫວ່າງປະຊາຊົນຂອງເຂົາເຈົ້າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ