ສຳລັບບັນດາຄົນທີ່ມັກຫຼິ້ນເກມ ຈະຄຸ້ນເຄີຍຢູ່ແລ້ວວ່າ HP ແມ່ນຫຍັງ? HP ຫຼື Health Point ໝາຍເຖິງພະລັງງານຂອງຕົວລະຄອນໃນເກມ ເຊິ່ງເມື່ອພະລັງງານຊີວິດໝົດລົງຕົວລະຄອນນັ້ນກໍຈະຕາຍ!

ບໍລິສັດແຫ່ງໜຶ່ງໃນຍີ່ປຸ່ນ ໄດ້ເກີດແນວຄວາມຄິດເອົາລະບົບ HP ນີ້ ມາໃຊ້ກັບພະນັກງານ ເພື່ອສະແດງໃຫ້ເຫັນວ່າໃນມື້ນັ້ນພະນັກງານແຕ່ລະຄົນຍັງໄຫວບໍ່! ຍັງມີແຮງສູ້ກັບວຽກເທົ່າໃດ!

ໂດຍວິທີການກໍຄື ຈະມີໂຕະໜຶ່ງໃນຫ້ອງການ ເຊິ່ງເປັນໂຕະທີ່ມີກ່ອງໃສ່ເຂັມຂັດ HP ໃຫ້ພະນັກງານແຕ່ລະຄົນມາເລືອກຈັບໄປໃສ່.

ເຂັມຂັດ HP ທັງໝົດຈະມີຢູ່ 3 ລະດັບຄື: ພະລັງງານໜ້ອຍ, ພະລັງງານປານກາງ ແລະ ພະລັງງານເຕັມຫຼອດ ເຊິ່ງຈະເຕັມສຸດຢູ່ທີ່ 10,000/10,000 ນັ້ນແປວ່າ ມື້ດັ່ງກ່າວຈະຫ້າວຫັນເຕັມທີ່! ສ່ວນພະລັງງານຕ່ຳທີ່ສຸດຢູ່ທີ່ 15 ເຊິ່ງນັ້ນແປວ່າ ບໍ່ໄຫວແລ້ວ.

ວິທີການດັ່ງກ່າວ ຖືວ່າເປັນການໃສ່ໃຈພະນັກງານໃນເລື່ອງເລັກໆນ້ອຍໆ ເຊິ່ງສາມາດນຳເອົາຂໍ້ມູນມາປັບໃຊ້ ແລະ ແກ້ໄຂບັນຫາດັ່ງກ່າວ ເຮັດໃຫ້ການເຮັດວຽກມີປະສິດທິພາບຂຶ້ນອີກດ້ວຍ. ຫຼາຍໆບໍລິສັດກໍສາມາດນຳເອົາລະບົບດັ່ງກ່າວໄປປັບໃຊ້ໄດ້ເຊັ່ນກັນ. ເຖິງຢ່າງໃດກໍຕາມ ຍັງບໍ່ທັນມີລາຍງານວ່າ ທາງບໍລິສັດມີນະໂຍບາຍຫຼືໃຫ້ການຊ່ວຍເຫຼືອແນວໃດກັບພະນັກງານທີ່ມີ HP ຕ່ຳ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ