ໃນວັນທີ 12 ກໍລະກົດ 2022 ທີ່ຜ່ານມານີ້,   ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນການເຂົ້າຢ້ຽມຄຳນັບ ຂອງ ພົນເອກ ສະເຫຼີມພົນ ສີສະຫວັດ ຜູ້ບັນຊາການທະຫານສູງສຸດ ກອງທັບ ແຫ່ງ ຣາຊະ ອານາຈັກໄທ ພ້ອມດ້ວຍຄະນະ ເນື່ອງໃນໂອກາດຄະນະເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ  ພົນເອກ ສະເຫຼີມພົນ ສີສະຫວັດ ພ້ອມດ້ວຍຄະນະ ໃນຄັ້ງນີ້ ເຊິ່ງເປັນການເພີ່ມພູນຄູນສ້າງ ການພົວພັນຮ່ວມມື ລະຫວ່າງ ສອງກອງທັບ ລາວ-ໄທ, ໄທ-ລາວ ເວົ້າລວມເວົ້າສະເພາະ ເພື່ອສືບຕໍ່ເພີ່ມທະວີໃນຂົງເຂດວຽກງານ ຮັກສາຄວາມສະຫງົບຮຽບຮ້ອຍຕາມ ຊາຍແດນລາວ-ໄທ -ໄທ-ລາວ ເປັນຕົ້ນ ການແກ້ໄຂບັນຫາຢາເສບຕິດ, ບັນຫາການລັກລອບເຂົ້າເມືອງຜິດກົດໝາຍ ແລະ ບັນຫາອື່ນໆ ທີ່ເປັນໜໍ່ແໜງໃນການກໍ່ຄວາມບໍ່ສະຫງົບ, ສ້າງກົນໄກເຂົ້າໃນຂົງເຂດວຽກງານກະສິກຳປູກຟັງ-ລ້ຽງສັດ ລະຫວ່າງ ສອງກອງທັບ ໃຫ້ເກີດດອກອອກຜົນ ແລະ ພ້ອມດຽວກັນນັ້ນ ກໍຕ້ອງຮັກສາມູນເຊື້ອ ການໄປ-ມາ ຫາສູ່່ ຢ່າງເປັນປົກະຕິບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ  ເຊິ່ງກັນ ແລະ ກັນ.

ໂອກາດດັ່ງກ່າວ , ທ່ານ ຮອງນາຍົກລັດຖະມົນຕີ  ຍັງໄດ້ຕາງໜ້າໃຫ້ ການນໍາ ພັກ-ລັດ ແຫ່ງ ສປປ ລາວ ຂອບໃຈ ຕໍ່ ລັດຖະບານ ແລະ ປະຊາຊົນຊາວໄທ ທີ່ໄດ້ໃຫ້ການຊ່ວຍເຫຼືອ ດ້ານອຸປະກອນການແພດ ແກ່ ສປປ ລາວ ເພື່ອຕອບຕ້ານກັບພະຍາດໂຄວິດ-19, ແລະ ການຊ່ວຍເຫຼືອດ້ານກໍາລັງ ເຂົ້າໃນເຫດການ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ພົນເອກ ສະເຫຼີມພົນ ສີສະຫວັດ ໄດ້ສະແດງຄວາມ  ຂອບໃຈ ຕໍ່ ພົນເອກ ຈັນສະໝອນ ຈັນຍາລາດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດ ມິດຕະພາບ ທີ່ດີຕໍ່ກັນ ທັງເປັນການເສີມຂະຫຍາຍ ສາຍພົວພັນຮ່ວມມືລະຫວ່າງ ສອງກອງທັບໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ, ພ້ອມທັງໄດ້ລາຍງານການພົບປະກັບ ພົນຕີ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ ເຊິ່ງໄດ້ ປຶກສາຫາລືບັນດາວຽກງານທີ່ສໍາຄັນ  ທີ່ສອງຝ່າຍໃຫ້ຄວາມສົນໃຈ ແລະ ບັນຫາອື່ນໆ ເຊິ່ງມີຜົນສຳເລັດຢ່າງຈົບງາມ.

ຂໍ້ມູນຈາກ: https://cutt.ly/SLmMTHl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ