YouTube ອະນຸມັດໃຫ້ປະເທດລາວ ສາມາດເປີດຮັບລາຍໄດ້ຢ່າງເປັນທາງການແລ້ວ

youtube-ອະນຸມັດໃຫ້ປະເທດລາວ

ສະແດງຄວາມຍິນດີນຳປະເທດລາວ ທີ່ປັດຈຸບັນສາມາດເຮັດໃຫ້ YouTube ອະນຸມັດໃຫ້ປະເທດລາວ ສາມາດເປີດສ້າງລາຍໄດ້ຢ່າງເປັນທາງການເປັນທີ່ຮຽບຮ້ອຍແລ້ວ.

ຜ່ານມາ ປະເທດລາວເຮົາກໍມີການເປີດສ້າງລາຍໄດ້ຈາກ YouTube ແຕ່ກໍຕ້ອງໄດ້ປ່ຽນເປັນປະເທດທີ່ເປັນ Partner ກັບ ຢູທູບ ຈຶ່ງສາມາດດຳເນີນການຕໍ່ໄປໄດ້. ແຕ່ໃນປັດຈຸບັນເຮົາສາມາດໃຊ້ຂໍ້ມຸູນ ຫຼື ທຸກໆຢ່າງເປັນປະເທດລາວໄດ້ຢ່າງເປັນທາງການແລ້ວ ແລະ ປະເທດລາວ ເຂົ້າເປັນໜຶ່ງໃນປະເທດທີ່ຖືກອະນຸມັດເປີດສ້າງລາຍໄດ້. ສາເຫດໜຶ່ງກໍອາດຈະເປັນຍ້ອນຄົນລາວເຮົາສາມາດເຮັດຜົນງານເພງລາວທີ່ມີຍອດວິວສູງໄດ້ຫຼາຍ ໂດຍສະເພາະເພງທີ່ມີກະແສ ແລະ ອິດທິພົນ ນັ້ນເອງ.

ກ່ອນທີ່ທາງ YouTube ຈະອະນຸມັດ ກໍແມ່ນຈະເບິ່ງຍອດວິວເປັນຫຼັກ ຕາມດ້ວຍວິທີອື່ນໆ ເຊິ່ງເປັນບາດກ້າວໜຶ່ງທີ່ໄວໜຸ່ມທີ່ມີຜົນງານເພງຍອດວິວສູງ ສາມາດຕໍ່ຍອດເຮັດໃຫ້ຄົນທີ່ກໍາລັງສົນໃຈເຮັດຊ່ອງຂອງຕົນເອງມີກໍງລັງໃຈທີ່ຈະສືບຕໍ່ເຮັດຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

https://bit.ly/3FJRbFO

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/