Elon Musk ອອກມາເຕືອນເຖິງຈຸດປ່ຽນຄັ້ງໃຫຍ່ຂອງມະນຸດສະຍະຊາດ ຊີ້ອີກ 10 ປີຂ້າງໜ້າປັນຍາປະດິດ (AI) ອາດກ້າວຂຶ້ນມາຄວບຄຸມໂລກແທນທີ່ມະນຸດ. ພ້ອມປະເມີນຄວາມສ່ຽງ 10-20% ທີ່ເທັກໂນໂລຊີນີ້ອາດນຳໄປສູ່ການທຳລາຍລ້າງເຜົ່າພັນມະນຸດ ໃນຂະນະທີ່ມະຫາອຳນາດທາງເທັກໂນໂລຊີກຳລັງເລັ່ງພັດທະນາ AI ສູ່ຈຸດທີ່ສະຫຼາດກວ່າມະນຸດ.
ເຈົ້າພໍ່ເຕັກໂນໂລຊີລະດັບໂລກຢ່າງ Elon Musk ໄດ້ເປີດເຜີຍມຸມມອງທີ່ໜ້າສົນໃຈ ແລະ ກາຍເປັນປະເດັນຖົກຖຽງກັນຢ່າງກວ້າງຂວາງຜ່ານການໃຫ້ສຳພາດໃນລາຍການພອດແຄສເມື່ອບໍ່ດົນມານີ້ ໂດຍລາວຄາດການວ່າພາຍໃນປີ 2036 ຫຸ່ນຍົນ ແລະ ລະບົບ AI ຈະເຂົ້າມາມີບົດບາດສູງສຸດໃນການຄວບຄຸມໂລກ.
ການປ່ຽນແປງທາງອຳນາດຄັ້ງສຳຄັນນີ້ກຳລັງຈະເກີດຂຶ້ນໃນອະນາຄົດອັນໃກ້ ເຊິ່ງລາວເຊື່ອໝັ້ນວ່າພາຍໃນໄລຍະເວລາພຽງ 5 ປີຂ້າງໜ້າ AI ຈະມີຄວາມສະຫຼາດລື່ນກາຍມັນສະໝອງຂອງມະນຸດທັງໂລກລວມກັນ. Elon Musk ໄດ້ເນັ້ນຢໍ້າຢ່າງໜ້າຄິດວ່າ ໃນຄວາມເປັນຈິງແລ້ວຈະບໍ່ມີສິ່ງໃດເລີຍທີ່ AI ບໍ່ສາມາດເຮັດໄດ້ດີກວ່າມະນຸດ ຍົກເວັ້ນພຽງແຕ່ການມີ “ຄວາມເປັນມະນຸດ” ເທົ່ານັ້ນ.
ໃນມຸມມອງທາງດ້ານປັດຊະຍາ ເຖິງແມ່ນວ່າຈະມີຄວາມສ່ຽງພຽງແຕ່ 10-20% ທີ່ເທັກໂນໂລຊີນີ້ອາດເປັນໄພຄຸກຄາມເຖິງຂັ້ນທຳລາຍລ້າງມະນຸດ ແຕ່ Elon Musk ກັບເບິ່ງເຫັນວ່າ ມັນບໍ່ມີຫົນທາງໃດທີ່ຈະສາມາດຢຸດຢັ້ງຄວາມກ້າວໜ້າອັນກ້າວກະໂດດຂອງ AI ແລະ ຫຸ່ນຍົນໄດ້ຢ່າງແທ້ຈິງ.
ຍິ່ງໄປກວ່ານັ້ນ ລາວເອງຍັງຍອມຮັບວ່າ ເຖິງແມ່ນໂລກນີ້ຈະມີປຸ່ມໃຫ້ກົດຢຸດການພັດທະນາ AI ແຕ່ໃນທ້າຍທີ່ສຸດແລ້ວມະນຸດກໍອາດຈະບໍ່ຄວນກົດມັນ ເຊິ່ງຄຳເວົ້າດັ່ງກ່າວສະທ້ອນໃຫ້ເຫັນເຖິງການຍອມຮັບໃນສະພາບການປ່ຽນແປງທີ່ຫຼີກລ່ຽງບໍ່ໄດ້ຂອງຍຸກສະໄໝໃໝ່ ທີ່ມະນຸດຕ້ອງຮຽນຮູ້ທີ່ຈະຢູ່ຮ່ວມກັບເຕັກໂນໂລຊີຊັ້ນສູງ.
ເມື່ອເບິ່ງໃນພາບລວມຂອງອຸດສາຫະກຳເທັກໂນໂລຊີ ບັນດາຜູ້ນຳຕ່າງກໍກຳລັງມຸ່ງໜ້າໄປໃນທິດທາງດຽວກັນ ໂດຍ Sam Altman ຜູ້ຮ່ວມກໍ່ຕັ້ງ ແລະ ຊີອີໂອຂອງ OpenAI ເຊິ່ງເຄີຍເປັນໝູ່ຮ່ວມງານທີ່ປັດຈຸບັນກາຍເປັນຄູ່ແຂ່ງຄົນສຳຄັນຂອງ Elon Musk ກໍໄດ້ອອກມາໃຫ້ຄວາມເຫັນໃນທິດທາງທີ່ສອດຄ່ອງກັນ.
ອີງຕາມການລາຍງານ ແລະ ການວິເຄາະທ່າອ່ຽງຂອງອຸດສາຫະກຳ AGI (Artificial General Intelligence) ຈາກແຫຼ່ງຂ່າວເຕັກໂນໂລຊີລະດັບໂລກ Sam Altman ໄດ້ລະບຸວ່າ ມະນຸດກຳລັງກ້າວເຂົ້າສູ່ຍຸກທີ່ລະບົບ AI ມີຂີດຄວາມສາມາດສູງຂຶ້ນຢ່າງຕໍ່ເນື່ອງ ຈົນເຖິງຂັ້ນທີ່ລາວເຊື່ອວ່າປັດຈຸບັນພວກເຮົາກຳລັງຢູ່ໃນສະພາວະທີ່ເອີ້ນວ່າ ຈຸດທີ່ໂມເດວປັນຍາປະດິດມີຄວາມສະຫຼາດລື່ນກາຍມະນຸດໄປແລ້ວ.
ສິ່ງນີ້ສະແດງໃຫ້ເຫັນຢ່າງຊັດເຈນວ່າ ໂລກກຳລັງກ້າວເຂົ້າສູ່ຍຸກການປະຕິວັດອຸດສາຫະກຳຄັ້ງໃໝ່ ທີ່ປັນຍາປະດິດຈະເຂົ້າມາປ່ຽນແປງໂຄງສ້າງທາງເສດຖະກິດ, ສັງຄົມ ແລະ ວິຖີຊີວິດຂອງມວນມະນຸດໄປຕະຫຼອດການ.
#LaoX #ElonMusk #AI #ArtificialIntelligence #OpenAI #TechNews #Singularity #FutureOfHumanity


