ປົກເວັບ 85 1

ລັດຖະບານເລັ່ງຊຸກຍູ້ແຜນແມ່ບົດລົດໄຟຟ້າ (EV) ແກ້ບັນຫາການຂາດດຸນເງິນຕາດ້ວຍການຫຼຸດນຳເຂົ້ານ້ຳມັນເຊື້ອໄຟ ພ້ອມກຽມງັດນະໂຍບາຍອາກອນ ແລະ ສິນເຊື່ອສີຂຽວເພື່ອຊ່ວຍຜູ້ບໍລິໂພກ. ຂະນະດຽວກັນ ກໍວາງມາດຕະການຄຸ້ມຄອງແບັດເຕີຣີເສື່ອມສະພາບຢ່າງຮັດກຸມ ເພື່ອຮັບປະກັນການຫັນສູ່ເສດຖະກິດສີຂຽວຢ່າງຍືນຍົງ.

ໂດຍລັດຖະບານໄດ້ຕັ້ງເປົ້າ ການນຳໃຊ້ລົດໄຟຟ້າ ໃຫ້ບັນລຸເປົ້າໝາຍ 30% ຂອງຈຳນວນພາຫະນະທີ່ນຳໃຊ້ທັງໝົດໃນ ສປປ ລາວ ພາຍໃນປີ 2030

ການຫັນມາຊຸກຍູ້ການນຳໃຊ້ຍານພາຫະນະພະລັງງານສະອາດໃນປັດຈຸບັນ ບໍ່ໄດ້ເປັນພຽງການແລ່ນຕາມກະແສໂລກອີກຕໍ່ໄປ, ແຕ່ໄດ້ກາຍເປັນວາລະທີ່ສຳຄັນໃນການແກ້ໄຂບັນຫາເສດຖະກິດມະຫາພາກຂອງປະເທດ. 

ໃນຕອນບ່າຍວັນທີ 28 ກໍລະກົດ 2026, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ມີການຈັດກອງປະຊຸມປຶກສາຫາລືຮ່າງແຜນແມ່ບົດ ແລະ ແຜນດຳເນີນງານເພື່ອຜັນຂະຫຍາຍນະໂຍບາຍສົ່ງເສີມລົດໄຟຟ້າ ໂດຍການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ. ຕາມການລາຍງານຂອງ ກະຊວງອຸດສາຫະກຳ ແລະ ການຄ້າ.

ກອງປະຊຸມຄັ້ງນີ້ໄດ້ເນັ້ນໜັກເຖິງການຜັນຂະຫຍາຍມະຕິ 04/ກມສພ ທີ່ມຸ່ງສ້າງເສດຖະກິດເອກະລາດ ເຊິ່ງການຫຼຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟທີ່ມີມູນຄ່າມະຫາສານໃນແຕ່ລະປີ ແລ້ວຫັນມາໃຊ້ພະລັງງານທີ່ລາວສາມາດຜະລິດໄດ້ເອງນັ້ນ ຖືເປັນກຸນແຈສຳຄັນທີ່ຈະຊ່ວຍປະຢັດເງິນຕາຕ່າງປະເທດ, ຫຼຸດຕົ້ນທຶນການນຳເຂົ້າ ແລະ ຫຼຸດຜ່ອນການປ່ອຍອາຍແກັສເຮືອນແກ້ວໄປພ້ອມໆກັນ.

ນອກເໜືອຈາກເປົ້າໝາຍການເພີ່ມຈຳນວນລົດ EV ແລ້ວ, ສິ່ງທີ່ໜ້າຈັບຕາໃນຮ່າງແຜນແມ່ບົດສະບັບນີ້ ແມ່ນການລົງເລິກເຖິງກົນໄກທີ່ຈະເຮັດໃຫ້ປະຊາຊົນ ແລະ ພາກທຸລະກິດ ເຂົ້າເຖິງລົດໄຟຟ້າໄດ້ງ່າຍຂຶ້ນ. 

ທ່ານ ລັດຕະນະມະນີ ຄຸນນີວົງ ຮອງປະທານອາວຸໂສ ບໍລິສັດ AIFs ໄດ້ຍົກໃຫ້ເຫັນມາດຕະການສຳຄັນຫຼາຍດ້ານ ໂດຍສະເພາະການກະກຽມປັບປຸງນະໂຍບາຍດ້ານພາສີ-ອາກອນ ແລະ ການຊຸກຍູ້ “ສິນເຊື່ອສີຂຽວ” ທີ່ຈະກາຍເປັນແຮງຈູງໃຈທາງການເງິນໂດຍກົງໃຫ້ແກ່ຜູ້ບໍລິໂພກ. 

ພ້ອມດຽວກັນນັ້ນ, ຍັງມີແຜນການສ້າງຖານຂໍ້ມູນ EV Data Center ເພື່ອຍົກລະດັບການຄຸ້ມຄອງລະບົບລົດໄຟຟ້າ ແລະ ການຂະຫຍາຍສະຖານີສາກໃຫ້ເປັນລະບົບດິຈິຕອນ ເຊິ່ງຈະຊ່ວຍອຳນວຍຄວາມສະດວກ ແລະ ສ້າງຄວາມໝັ້ນໃຈໃຫ້ກັບຜູ້ຊົມໃຊ້ທົ່ວປະເທດ.

ອີກໜຶ່ງປະເດັນສຳຄັນທີ່ລັດຖະບານໃຫ້ຄວາມເອົາໃຈໃສ່ຢ່າງຍິ່ງຄື ການຮັບມືກັບຜົນກະທົບທາງກົງກັນຂ້າມທີ່ອາດເກີດຂຶ້ນໃນອະນາຄົດ ເຊິ່ງກໍຄືບັນຫາຂີ້ເຫຍື້ອອິເລັກໂຕຣນິກ. 

ແຜນແມ່ບົດດັ່ງກ່າວໄດ້ກຳນົດມາດຕະການຄຸ້ມຄອງ ແລະ ກຳຈັດແບັດເຕີຣີທີ່ເສື່ອມສະພາບໄວ້ຢ່າງຊັດເຈນ ເພື່ອປ້ອງກັນບໍ່ໃຫ້ເກີດບັນຫາສິ່ງແວດລ້ອມຕາມມາໃນພາຍຫຼັງ ພ້ອມທັງວາງມາດຕະຖານເຕັກນິກລົດໄຟຟ້າ ເພື່ອດຶງດູດການລົງທຶນໃນອຸດສາຫະກຳພະລັງງານສະອາດໃຫ້ໄດ້ມາດຕະຖານສາກົນ. 

ປັດຈຸບັນ, ຄະນະກອງເລຂາຊ່ວຍວຽກຄະນະກຳມະການຊີ້ນຳລະດັບຊາດ ກຳລັງເລັ່ງສົມທົບກັບທຸກພາກສ່ວນ ເພື່ອສັງລວມ ແລະ ປັບປຸງຮ່າງແຜນແມ່ບົດດັ່ງກ່າວໃຫ້ມີຄວາມສົມບູນຮອບດ້ານ ຕາມການຊີ້ນຳຂອງທ່ານປະທານກອງປະຊຸມ ກ່ອນທີ່ຈະນຳສະເໜີຕໍ່ກອງປະຊຸມລັດຖະບານເພື່ອພິຈາລະນາຮັບຮອງ ແລະ ຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ.

#LaoXperts #ເສດຖະກິດລາວ #ລົດໄຟຟ້າ #EVLaos #ສິນເຊື່ອສີຂຽວ #ພະລັງງານສະອາດ #LaoEconomy #LaoXperts

Comments are disabled