Xiaomi ບໍລິສັດມືຖື ແລະ ເທັກໂນໂລຢີທີ່ກຳລັງມາແຮງໃນໄລຍະນີ້, ຫຼັງຈາກການເປີດຕົວ Smartphone ຮຸ່ນເຮືອທຸງ ແລະ Smartphone ທີ່ສາມາດພັບໄດ້ ໃນງານ Mega Launch ທີ່ຜ່ານມາ ຈົນໄດ້ຮັບຄວາມສົນໃຈເປັນຈຳນວນຫຼວງຫຼາຍ ໃນຕະຫຼາດ Smartphone, ຕອນນີ້ທາງ Xiaomi ໄດ້ກຳລັງຂະຫຍາຍທຸລະກິດມາຈັບຕະຫຼາດລົດໄຟຟ້າ ໂດຍໄດ້ໃຊ້ງົບປະມານໄປເຖິງ 10.000 ລ້ານໂດລາສະະຫະລັດ.

ທາງ Xiaomi ໄດ້ອອກມາກ່າວວ່າດ້ວຍເງິນທີ່ຈະລົງທຶນໃນເທື່ອນີ້ແມ່ນຈະສຸມໃສ່ການພັດທະນາລົດໄຟຟ້າທີ່ຈະເປັນພະລັງງານສະອາດ ແລະ ຍືນຍົງ ໂດຍທາງ Xiaomi ໄດ້ກຽມພ້ອມສຳລັບການປະຕິບັດການໃນເທື່ອນີ້ດ້ວຍການເປີດຕົວບໍລິສັດລູກທີ່ຈະມາພັດທະນາກ່ຽວກັບລົດໄຟຟ້າໂດຍກົງ ເຊິ່ງໂປຣເຈັກນີ້ເອງກໍໄດ້ຮັບການຄວບຄຸມໂດຍກົງ ໂດຍ Lei Jun CEO ຂອງບໍລິສັດ Xiaomi ເອງ.
ໂດຍການປະກາດເຂົ້າມາເຮັດທຸລະກິດກ່ຽວກັບລົດໄຟຟ້າຂອງ Xiaomi ນີ້ວ່າເປັນບໍລິສັດທີ່ເຮັດ Smartphone ເຈົ້າທຳອິດທີ່ຫັນມາຈັບທຸລະກິດນີ້, ເຊິ່ງໃນອະນາຄົດໃກ້ໆນີ້ກໍມີການຄາດການວ່າ ທາງ Huawei ແລະ Apple ກໍອາດຈະຕາມມາຕິດໆ.
ສ່ວນທາງ Samsung ທີ່ຖືວ່າເປັນເຈົ້າຕົ້ນໆຂອງຕະຫຼາດ Smartphone ໃນຕອນນີ້ກໍໄດ້ມີການເຄື່ອນໄຫວກ່ຽວກັບຕະຫຼາດລົດໄຟຟ້າກ່ອນແລ້ວ ເຊິ່ງພວກເຂົາໄດ້ຮັບຜິດຊອບເລື່ອງການຜະລິດແບັດເຕີຣີ່ໃຫ້ແກ່ບໍລິສັດລົດໄຟຟ້າເຈົ້າອື່ນໆ.
ຂໍຂອບໃຈຂໍ້ມູນຈາກ :
– https://droidsans.com/xiaomi-subsidiary-electric-car-business/