ແຝດ YouTuber ຊື່ດັງເຮັດຄລິບຫຼອກຄົນ ປອມເປັນໂຈນປຸ້ນທະນາຄານ ສຸດທ້າຍຖືກຕຳຫຼວດຕັ້ງຂໍ້ຫາແທ້


ເມື່ອເລື່ອນເບິ່ງວີດິໂອໃນ Facebook ເຮົາຈະເຫັນວີດິໂອຕ່າງໆທີ່ຫຼາຍຄົນອັບໂຫຼດລົງ ສ່ວນໃຫຍ່ກໍຈະເປັນຄລິບຕະຫຼົກ ຢອກກັນ ຫຼື ກວນກັນ ແລະ ໜຶ່ງໃນນັ້ນຫຼາຍຄົນອາດຈະຄຸ້ນໆໜ້າ 2 ໜຸ່ມຝາແຝດ Alan ແລະ Alex ຈາກສະຫະລັດອາເມຣິກາ ທີ່ມັກເຮັດວີດິໂອກວນກັນເອງ ເຊິ່ງໄດ້ຮັບຄວາມນິຍົມຫຼາຍ, ໂດຍຊ່ອງ YouTube ຂອງພວກເຂົາ “Stokes Twins” ມີຜູ້ຕິດຕາມເຖິງ 6.71 ລ້ານຄົນ ແລະ TikTok ອີກ 29 ລ້ານຄົນ.

ຫຼ້າສຸດວັນທີ 31 ມີນາ 2021 ພວກເຂົາໄດ້ອັບໂຫຼດວີດິໂອປອມຕົວເປັນໂຈນປຸ້ນທະນາຄານ ເພື່ອຫຼອກໃຫ້ຄົນແຖວນັ້ນຕົກໃຈຫຼິ້ນໆ ເຊິ່ງຄວາມຈິງວີດິໂອນີ້ໄດ້ຖ່າຍໄວ້ຕັ້ງແຕ່ປີ 2019. ໂດຍທັງສອງຄົນຈະເລືອກຄົນທີ່ຢູ່ແຖວນັ້ນ ແລະ ເຂົ້າໄປທຳທ່າລົມນຳເຖິງແຜນການປຸ້ນ ແລ້ວກໍໃສ່ໝວກປິດໃບໜ້າຍ່າງອອກມາ, ຫຼັງຈາກນັ້ນກໍຍ່າງກັບມາພ້ອມກະເປົາທີ່ເຕັມໄປດ້ວຍເງິນ ແລ້ວທຳທ່າລົມກັນວ່າຫາກໍໄປປຸ້ນທະນາຄານມາ.

ວີດິໂອດັ່ງກ່າວ:

ເລື່ອງເກີດຂຶ້ນ ເມື່ອພວກເຂົາເອີ້ນລົດອູເບີ້ (ຄ້າຍກັບ Taxi) ຄັນໜຶ່ງ ແລະ ທຳທ່າວ່າກຳລັງຫຼົບໜີຈາກການປຸ້ນທະນາຄານດ້ວຍຊຸດສີດຳ ແລະ ຍັງໃສ່ໝວກປິດບັງໜ້າຕາຢູ່ ຄົນຂັບລົດອູເບີ້ເລີຍປະຕິເສດຈະໄປສົ່ງພວກເຂົາ, ຫຼັງຈາກທີ່ຝາແຝດລົງຈາກລົດໄປແລ້ວ ຄົນຂັບລົດໄດ້ໂທແຈ້ງໃຫ້ຕຳຫຼວດມາກວດສອບທັນທີ ຈຶ່ງເຮັດໃຫ້ເກີດການເຂົ້າໃຈຜິດວ່າຝາແຝດປຸ້ນທະນາຄານ ແລະ ລົດອູເບີ້ພ້ອມ.

ເມື່ອຕຳຫຼວດມາສະຖານທີ່ເກີດເຫດ ແຝດທັງສອງກໍໄດ້ອະທິບາຍວ່າພວກເຂົາເຮັດຄອນເທັ້ນຢອກກັນເທົ່ານັ້ນເອງ ເລີຍຖືກຕຳຫຼວດຕຳໜິຕິຕຽນໄປ.

ເລື່ອງບໍ່ໄດ້ໝົດເທົ່ານັ້ນ ເພາະວ່າຫຼັງຈາກທີ່ປ່ອຍວີດິໂອນີ້ອອກໄປ ກໍໄດ້ມີໝາຍສານຮັບຊາບຂໍ້ກ່າວຫາມາທີ່ບ້ານຂອງສອງໜຸ່ມຝາແຝດ, ໂດຍສານໄດ້ຢືນຢັນໃຫ້ພວກເຂົາມີຄວາມຜິດຖານແຈ້ງເຫດສຸກເສີນທີ່ກ່ຽວກັບການຫຼິ້ນທີ່ແປກໆ, ເຊິ່ງສອງແຝດຕ້ອງໄດ້ຮັບໂທດ ໂດຍການບໍລິການຊຸມຊົນດົນເຖິງ 160 ຊົ່ວໂມງ ແລະ ຖືກຄຸມການປະພຶດເຖິງ 1 ປີ ຖ້າຫາກຝ່າຝືນກໍອາດຈະເຮັດໃຫ້ພວກເຂົາຕິດຄຸກຄົນລະ 5 ປີ.

ເຊິ່ງນີ້ກໍເປັນບົດຮຽນໃຫ້ກັບສອງແຝດເປັນຢ່າງດີກ່ຽວກັບການເຮັດຄອນເທັ້ນຢ່າງລະມັດລະວັງ ແລະ ເປັນອຸທາຫອນໃຫ້ກັບບັນດາ YouTuber ຫຼື ຄົນທີ່ເຮັດຄລິບວີດິໂອໃນຄອນເທັ້ນຄ້າຍຄືກັບແຝດ Alan-Alex.​ ກ່ອນໜ້ານີ້ເຮົາກໍອາດຈະໄດ້ເຫັນຂ່າວກໍລະນີທີ່ຮ້າຍແຮງໃນການເຮັດຄອນເທັ້ນປະເພດນີ້ມາແລ້ວ ທີ່ມີໜຸ່ມ YouTuber ປອມເປັນໂຈນໄປປຸ້ນຄົນແລ້ວຖືກຍິງປ້ອງກັນຕົວຈົນເສຍຊີວິດ, ນອກຈາກບໍ່ສ້າງສັນແລ້ວ ຍັງເປັນອັນຕະລາຍອີກດ້ວຍ.

ຂອບໃຈຂໍ້ມູນຈາກ: https://www.catdumb.tv/alan-alex-prank-plead-guity-427/?fbclid=IwAR2aiuApALrrym-r3FqangD7U5zr-1r6pcVAFe1Ue04GJKKLA8JGzO4SsI0