ຂະແໜງໂຍທາທິການ ແລະ ຂົນສົ່ງ ກຳລັງສຶກສາຄວາມເປັນໄປໄດ້ ໃນການກໍ່ສ້າງທາງຮອບນອກ ທາງດ່ວນວຽງຈັນ-ວັງວຽງ


ກອງປະຊຸມປະຖົມມະລືກ ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີສອງ ເຊິ່ງຈັດຂຶ້ນໃນວັນທີ 2 ເມສາ 2021 ຢູ່ທີ່ສະພາແຫ່ງຊາດ ຫຼັກ 6 ທີ່ຜ່ານມາ, ພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ.

ການຂຶ້ນຊີ້ແຈງບັນຫາຂອງທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ແມ່ນບັນຫາປາກົດການຫຍໍ້ທໍ້ ທີ່ເກີດຂຶ້ນຢູ່ເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ເຊິ່ງເສັ້ນທາງດັ່ງກ່າວ ໄດ້ຕັດຜ່ານເມືອງໜຶ່ງຂອງນະຄອນຫຼວງວຽງຈັນຄື: ເມືອງນາຊາຍທອງ ເຮັດໃຫ້ປະຊາຊົນໃນເຂດນັ້ນ ພົບຄວາມຫຍຸ້ງຍາກໃນການປ່ຽນແປງຄວາມລຶ້ງເຄີຍ ການຊົມໃຊ້ເສັ້ນທາງ, ການຜະລິດກະສິກຳ ແລະ ອື່ນໆ. ເຊິ່ງບັນຫານີ້ຈະໄດ້ສືບຕໍ່ແກ້ໄຂ ໂດຍສະເພາະແມ່ນການຕັດທາງຜ່ານເສັ້ນທາງທຽວ ແລະ ເຂດທີ່ມີການເຂົ້າ-ອອກສູ່ການຜະລິດຂອງປະຊາຊົນ. ປັດຈຸບັນ ທາງຂະແໜງໂຍທາທິການ ແລະ ຂົນສົ່ງ ກຳລັງສຶກສາຄວາມເປັນໄປໄດ້ ໃນການກໍ່ສ້າງເສັ້ນທາງຮອບນອກ ເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/watch/live/?v=135966081794268&ref=watch_permalink