ພົບເດັກນ້ອຍເກີດໃໝ່ ທີ່ເກີດມາພ້ອມພູມຕ້ານທານໂຄວິດ-19 ກໍລະນີທຳອິດຂອງໂລກ


ຜ່ານມາເຮົາອາດຈະເຄີຍເຫັນຂ່າວທີ່ເດັກນ້ອຍເກີດໃໝ່ ຕິດໂຄວິດ-19 ຈາກແມ່ທີ່ຕິດໂຄວິດ-19 ໃນຂະນະທີ່ກຳລັງຖືພາ,​ ແຕ່ເທື່ອນີ້ ແມ່ນເດັກນ້ອຍເກີດໃໝ່ ທີ່ເກີດມາພ້ອມພູມຕ້ານທານໂຄວິດ-19 ເນື່ອງຈາກວ່າ ແມ່ທີ່ໃຫ້ກຳເນີດໄດ້ສັກວັກຊີນໃນຂະນະທີ່ກຳລັງຖືພາ.

ສຳນັກຂ່າວ ບິສເນສອິນຊາຍເດີ ໄດ້ລາຍງານວ່າ ຜົນການວິໄຈຂອງມະຫາວິທະຍາໄລຟໍລິດ້າແອັດແລນຕິກ ໄດ້ລະບຸວ່າ ແມ່ຍິງຄົນໜຶ່ງ ເຊິ່ງເປັນເຈົ້າໜ້າທີ່ສາທາລະນະສຸກໃນລັດຟໍລິດ້າ ໄດ້ໃຫ້ກຳເນີດລູກສາວ ຫຼັງຈາກທີ່ລາວໄດ້ຮັບການສັກວັກຊີນຕ້ານໂຄວິດ-19 ຂອງບໍລິສັດໂມເດິນາ ໂດສທຳອິດເປັນເວລາ 3 ອາທິດ, ໂດຍວັກຊີນດັ່ງກ່າວກະຕຸ້ນໃຫ້ເກີດພູມຕ້ານທານໄວຣັສ ຫຼື ແອນຕີ້ບໍດີ້ໃນຕົວຂອງລາວ. ແຕ່ຜົນການກວດເພີ່ມຕື່ມພົບວ່າ ສານພູມຕ້ານທານດັ່ງກ່າວຖືກສົ່ງຜ່ານສາຍແຮ່ໄປສູ່ລູກໃນທ້ອງຂອງລາວພ້ອມ ເຊິ່ງອາດເຮັດໃຫ້ເດັກນ້ອຍເກີດໃໝ່ໄດ້ຮັບພູມຕ້ານທານໂຄວິດ-19 ໄປນຳ.

ດຣ. ພອລ ກິລເບີດ ແລະ ດຣ. ແຊດ ຣຸດນິກ ໜຶ່ງໃນຜູ້ຂຽນການວິໄຈນີ້ ເອີ້ນບົດລາຍງານຂອງພວກເຂົາວ່າ ເປັນໂອກາດສຶກສາທີ່ໄດ້ມາຍ້ອນໂຊກຊ່ວຍ ເນື່ອງຈາກພວກເຂົາໄດ້ພົບ ແລະ ຕິດຕາມອາການຂອງແມ່ຍິງທີ່ຖືພາ.

ຢ່າງໃດກໍຕາມ ເຖິງແມ່ນວ່າເດັກນ້ອຍຄົນນີ້ຈະມີພູມຕ້ານທານໄວຣັສໂຄວິດໃນລະດັບໜຶ່ງກໍຕາມ ແຕ່ນັກວິໄຈຍັງບໍ່ສາມາດຫາຄຳຕອບໄດ້ວ່າ ພູມຕ້ານທານນີ້ຈະຢູ່ດົນເທົ່າໃດ ແຕ່ການຄົ້ນພົບນີ້ກໍອາດຈະເຮັດໃຫ້ເກີດການວິໄຈຕໍ່ໃນອະນາຄົດ ວ່າຕອນໃດເປັນເວລາທີ່ເໝາະສົມທີ່ສຸດ ທີ່ແມ່ຍິງຖືພາຈະໄດ້ຮັບວັກຊີນ ເພື່ອມອບພູມຕ້ານທານທີ່ສູງສຸດໃຫ້ແກ່ລູກຂອງເຂົາ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/moremovemag/posts/4127991563879790