“Work now, Balance Later” ຫົນທາງສູ່ຄວາມໝັ້ນຄົງທາງດ້ານການເງິນ ຫຼື ການເພີ່ມຄວາມກົດດັນຕໍ່ຕົນເອງ?


ຍຸກສະໄໝປ່ຽນ ຄົນກໍປ່ຽນ! ໃນປັດຈຸບັນ, ໄດ້ມີການຖົກຖຽງກັນລະຫວ່າງກຸ່ມຄົນຍຸກເກົ່າ ແລະ ຍຸກໃໝ່ ໃນຫົວຂໍ້ທີ່ວ່າ “ພວກເຮົາຈະໃຊ້ຊີວິດແນວໃດເພື່ອໃຫ້ເກີດຄວາມສົມດຸນ ລະຫວ່າງວຽກເຮັດງານທຳ ແລະ ການໃຊ້ຊີວິດ (Work Life Balance) ”. ເຊິ່ງຫົວຂໍ້ດັ່ງກ່າວໄດ້ກາຍມາເປັນປະເດັນຖົກຖຽງທີ່ຮ້ອນແຮງ ແລະ ແຜ່ຂະຫຍາຍໄປໃນວົງກວ້າງຫຼາຍຂຶ້ນໃນຕອນນີ້.

ກ່ອນອື່ນໝົດເຮົາຈະຕ້ອງມາທຳຄວາມຮູ້ຈັກກັບຄຳວ່າ Work Life Balance ມັນມີຄວາມໝາຍວ່າແນວໃດ?

Work Life Balance ຄືຄວາມສົມດຸນລະຫວ່າງວຽກ ແລະ ການໃຊ້ຊີວິດ, ແຕ່ສິ່ງສໍາຄັນທີ່ຈະຕ້ອງເຂົ້າໃຈໃນທີ່ນີ້ກໍຄື “ຄວາມສົມດຸນ” ນັ້ນໝາຍຄວາມວ່າແນວໃດ?

ໂດຍຄໍາວ່າ “ຄວາມສົມດຸນ” ໃນທີ່ນີ້ໝາຍຄວາມວ່າການເຮັດວຽກ ແລະ ການຊີວິດບໍ່ສົ່ງຜົນກະທົບທາງລົບຕໍ່ກັນ ແລະ ກັນ. ໃນບາງຈັງຫວະຂອງຊີວິດ, ກໍອາດຈະເຮັດວຽກໜັກກວ່າການໃຊ້ເວລາສ່ວນຕົວ ຫຼື ໃນບາງຊ່ວງເວລາ ພາລະການຮັບຜິດຊອບຕ່າງໆໃນຊີວິດກໍຮຽກຮ້ອງໃຫ້ເຮົາເອົາໃຈໃສ່ຫຼາຍຂຶ້ນ.

ເພາະສະນັ້ນ, ຄຳ​ວ່າ “ສົມ​ດຸນ” ຫຼື “Balance” ໃນ​ທີ່​ນີ້​ບໍ່​ໄດ້​ໝາຍ​ເຖິງ​ການ​ແບ່ງ​ເວລາ ​ຫຼື ​ພະ​ລັງ​ງານ​​ຂອງ​ຄົນເຮົາແບບເທົ່າໆກັນ 50 : 50 ຫຼື ທິດ​ສະ​ດີ​ການ​ແບ່ງ​ປັນ​ເວ​ລາ 8 : 8 : 8 (ເວລາ​ເຮັດ​ວຽກ, ເວລາ​ພັກ​ຜ່ອນ ແລະ ເວລາ​ໃນ​ການ​ດູ​ແລ​ຊີ​ວິດ​) ທີ່​ມັກ​ຈະ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ມາເວົ້າກັນ​​, ມັນຈຶ່ງບໍ່ແມ່ນຕົວຢ່າງຂອງການປັບສົມດຸນການໃນໃຊ້ຊີວິດ ແລະ ການເຮັດວຽກ. ແລະການທີ່ຄົນໆໜຶ່ງເຮັດວຽກໜັກໃນບາງຈັງຫວະຂອງຊີວິດເພື່ອສ້າງຮາກຖານທີ່ໝັ້ນຄົງ ຫຼື ເຈົ້າຂອງກິດຈະການເຮັດວຽກໜັກກວ່າພະນັກງານ ກໍບໍ່ໄດ້ໝາຍຄວາມວ່າ ພວກເຂົາຂາດ Work Life Balance ສະເໝີໄປ. ທັງໝົດແມ່ນຂຶ້ນຢູ່ກັບ ຈັງຫວະໃນຊີວິດຂອງຊ່ວງເວລານັ້ນໆ ວ່າຈະຕ້ອງເຮັດຫຍັງແນ່? ແລະວຽກງານຂອງເຮົາມີຜົນກະທົບແນວໃດຕໍ່ຊີວິດ, ສຸຂະພາບຂອງເຮົາ ຫຼື ຄວາມສໍາພັນຂອງເຮົາກັບຄົນອ້ອມຂ້າງຫຼາຍປານໃດ?

ເນື່ອງຈາກວ່າມຸມມອງຂອງແຕ່ລະຄົນ ແຕ່ລະຍຸກສະໄໝທີ່ແຕກຕ່າງກັນ. ດັ່ງນັ້ນ, ສະຖານະທາງດ້ານການເງິນ ການແຂ່ງຂັນກັນທາງດ້ານທຸລະກິດ ຫຼື ໂອກາດທາງທຸລະກິດຈຶ່ງແຕກຕ່າງກັນໂດຍສິ້ນເຊີງ.

ໃນຍຸກຂອງກຸ່ມຄົນທີ່ເກີດຫຼັງສົງຄາມໂລກຄັ້ງທີ 2 (Baby Boomers) ຈະຖືກລ້ຽງໂດຍພໍ່ແມ່ທີ່ຜ່ານຄວາມກົດດັນອັນໃຫຍ່ຫຼວງທີ່ໄດ້ຮັບມາຈາກຍຸກຂອງຄວາມບໍ່ແນ່ນອນຂອງສົງຄາມ (The Great Depression). ເພາະສະນັ້ນ, ຫຼັງຈາກສົງຄາມສິ້ນສຸດລົງ ຄົນເຫຼົ່ານີ້ປາຖະໜາພຽງແຕ່ຂໍມີວຽກເຮັດ ແລະ ໃຊ້ຊີວິດເພື່ອຢູ່ລອດເທົ່ານັ້ນ. ກຸ່ມຄົນ Baby Boomers ຈຶ່ງເຕີບໃຫຍ່ຂຶ້ນມາພ້ອມກັບແນວຄິດທີ່ວ່າ “Work hard and you’ll get ahead” ຈົ່ງເຮັດວຽກໜັກ ແລ້ວຊີວິດເຮົາຈະປະສົບຜົນສຳເລັດ.

ໃນຂະນະທີ່, ກຸ່ມຄົນຍຸກໃໝ່ ຫຼື Gen Z ທີ່ເຕີບໂຕມາຈາກພໍ່ແມ່ທີ່ອາດຈະບໍ່ໄດ້ປະ​ເຊີນ​ກັບ​ຄວາມ​ລໍາ​ບາກ​ຄື​ກັບຄົນທີ່ເກີດໃນ​ສະໄໝ​ສົງ​ຄາມ. ແຕ່ຢູ່ໃນຍຸກທີ່ເສດຖະກິດມີການປ່ຽນແປງ ແລະ ອາດຈະເຫັນການເຮັດວຽກໜັກນັ້ນ ບໍ່ໄດ້ໃຫ້ຜົນຕອບແທນທີ່ກຸ້ມຄ່າກັບແຮງ ແລະ ເວລາທີ່ເສຍໄປ.

ເນື່ອງຈາກວ່າ ຜົນຕອບແທນທີ່ໄດ້ຮັບຈາກຄວາມຄວາມພະຍາຍາມອາດຈະບໍ່ໄດ້ຫຼາຍເທົ່າກັບໃນອະດີດ. ເຮັດໃຫ້ອັດຕາສ່ວນຂອງຜົນຕອບແທນເມື່ອທຽບກັບຄວາມພະຍາຍາມອາດຈະບໍ່ສູງເທົ່າທີ່ຄາດໄວ້.

ດັ່ງນັ້ນ, Gen Z ຈຶ່ງຈຳເປັນຕ້ອງການທີ່ຈະເຮັດວຽກແບບຖວາຍຊີວິດໃຫ້ຫຼາຍກວ່າຄົນຍຸກເກົ່າ. ຍິ່ງໄປກວ່ານັ້ນ, Gen Z ຍັງເຕີບໂຕມາໃນຍຸກທີ່ເຕັກໂນໂລຊີມີຄວາມທັນສະໄໝ ທີ່ຈະຊ່ວຍໃຫ້ການເຮັດວຽກມີປະສິດທິພາບຫຼາຍຂຶ້ນ ແລະ ໃຊ້ເວລາໃນການເຮັດວຽກໜ້ອຍລົງ. ແຕ່ກໍອາດຈະມີສິ່ງລົບກວນໃນການເຮັດວຽກເຊັ່ນ: Social Media ທີ່ເຮັດໃຫ້ເຮົາຮູ້ສຶກວ່າຊີວິດຕ້ອງມີ Life-style ຫຼື ກິດຈະກໍາເວລາຫວ່າງຕ່າງໆ ຫຼື ແມ່ນວ່າການເຂົ້າເຖິງຂໍ້ມູນຂ່າວສານການບັນເທີງຢູ່ໃກ້ກັບປາຍນິ້ວ ກໍອາດຈະເຮັດໃຫ້ເຮົາຫຼຸດຄວາມສົນໃຈໃນການເຮັດວຽກລົງ. ອີງຈາກຂໍ້ມູນຂອງການສໍາຫຼວດຈາກຫຼາຍອົງກອນຊີ້ໃຫ້ເຫັນວ່າ Gen Z ມີຄວາມກັງວົນກ່ຽວກັບ Work Life Balance ຫຼາຍກວ່າຄົນໃນຮຸ່ນ Baby Boomer ຫຼື Gen X.

ຢ່າງໃດກໍຕາມ, ຖ້າຫາກ Gen Z ຕ້ອງການທີ່ຈະປັບສົມດຸນໃນການເຮັດວຽກ ແລະ ການໃຊ້ຊີວິດຄືນໃໝ່. Gen Z ຈໍາເປັນຕ້ອງໄດ້ຮຽນຮູ້ ແລະ ທໍາຄວາມເຂົ້າໃຈເລື່ອງ “ດອກເບ້ຍທົບຕົ້ນທຶນ” ທີ່ອາດຈະເຮັດໃຫ້ເຮົາເຮັດວຽກຢ່າງໜັກໃນຕອນນີ້ ແຕ່ໄດ້ຜົນຕອບແທນທີ່ດີໃນອະນາຄົດ, ເພາະໃນທຸກໆນາທີທີ່ເຮົາຍອມເສຍສະຫຼະ “Work Life Balance” ໃນຕອນທີ່ເຮົາຍັງອາຍຸນ້ອຍ ແລ້ວນຳລາຍໄດ້ທີ່ເພີ່ມເຂົ້າມາເຫຼົ່ານັ້ນໄປລົງທຶນໃນສິນຊັບບາງຢ່າງໃນໄລຍະຍາວ. ເມື່ອປຽບໃນໄລຍະເວລາ 1 ຊົ່ວໂມງທີ່ເຮົາຍອມເມື່ອຍສຳລັບການເຮັດວຽກ ແລະ ເສຍສະຫຼະເວລາໃນມື້ນີ້, ເມື່ອເວລາຜ່ານໄປ 10 ປີລາຍໄດ້ນັ້ນຈະມີຄ່າເທົ່າກັບລາຍໄດ້ທີ່ໄດ້ຮັບຈາກການເຮັດວຽກ 1 ມື້ໃນອະນາຄົດ!

ເວົ້າງ່າຍໆກໍຄື ເຮົາສາມາດແບ່ງເງິນຈາກການເຮັດວຽກພຽງ 10 % ເພື່ອນຳໄປລົງທຶນໄລຍະຍາວເຊັ່ນ: ຖ້າພວກເຮົາລົງທຶນໃນຮຸ້ນດັດຊະນີ S&P500 ທີ່ໃຫ້ຜົນຕອບແທນໂດຍລວມສະເລ່ຍ 12% ຂອງທຸກໆປີ. ຖ້າເຮົາລົງທຶນ 100,000 ກີບທີ່ໄດ້ຈາກການເຮັດວຽກ 1 ຊົ່ວໂມງມື້ນີ້ ແລະ ເພີ່ມ 100,000 ກີບ ຫຼື 1 ຊົ່ວໂມງໃນທຸກໆປີ. ໃນອີກ 10 ປີຂ້າງໜ້າ, ເງິນໃນສ່ວນນີ້ກໍຈະເຕີບໂຕກາຍເປັນເປັນ 2,500,000 ຫາ 3,000,000 ກີບໃນອະນາຄົດ.

ຫຼື ເວົ້າໄດ້ວ່າຫາກເຮົາຍອມເມື່ອຍ 1 ຊົ່ວໂມງໃນມື້ນີ້ ເຮົາອາດຈະໄດ້ພັກ 1 ມື້ໃນອະນາຄົດ ແລະ ສິ່ງເຫຼົ່ານີ້ກໍຈະເຮັດໃຫ້ພວກເຮົາມີເວລາ Balance Life ກັບຄືນມາໃນອະນາຄົດ.

ຖ້າພວກເຮົາເຂົ້າໃຈຢ່າງແທ້ຈິງກ່ຽວກັບ ມູນຄ່າຂອງເງິນຕາມເວລາ “Time Value of Money” ເຊື່ອວ່າມັນຈະແຮງບັນດານໃຈໃຫ້ກັບ Gen Z ເພື່ອຫຼຸດຜ່ອນຄວາມສົນໃຈໃນ Work Life Balance ໜ້ອຍລົງ ແລະ ອາດຫັນມາ “Work now, Balance Later” ຫຼາຍຂຶ້ນ. ແຕ່ກໍບໍ່ໄດ້ໝາຍຄວາມວ່າຈະຕ້ອງເຮັດວຽກໝົດມື້ໝົດຄືນ ພຽງແຕ່ສະຫຼະເວລາໃນການໄປທ່ຽວໄປຫຼິ້ນ ແລ້ວຕັ້ງໃຈເຮັດວຽກໃນຕອນຍັງອາຍຸຍັງນ້ອຍ, ຮູ້ເກັບອອມ ແລະ ລົງທຶນໃຫ້ເປັນ. ພຽງເທົ່ານີ້ ເຮົາກໍສາມາດລວຍໄດ້ໄວຂຶ້ນ ຫຼື ມີຜົນຕອບແທນທີ່ຫຼາຍຂຶ້ນຫຼາຍກວ່າຄົນສ່ວນໃຫຍ່ແລ້ວ.

ທີ່ມາ:

facebook

pwc

everydayhealth

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/