ທົ່ວໂລກກຳລັງຈັບຕາກັບສະຖານະການການລະບາດຂອງ Hantavirus ຫຼັງອົງກອນອະນາໄມໂລກ ຫຼື WHO ລາຍງານການພົບ Cluster ຜູ້ຕິດເຊື້ອເທິງເຮືອສຳລານ HV Hondius ທີ່ເດີນທາງຈາກອາເມຣິກາໃຕ້ ແລະ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 3 ຄົນ.
ລາຍງານລະບຸວ່າ ຄົນໄຂ້ສ່ວນຫຼາຍກ່ຽວຂ້ອງກັບເຊື້ອສາຍພັນ Andes strain ເຊິ່ງຖືເປັນສາຍພັນຫາຍາກຂອງ Hantavirus ທີ່ສາມາດແຜ່ກະຈາຍຈາກຄົນສູ່ຄົນໄດ້ໃນບາງກໍລະນີ ຕ່າງຈາກ Hantavirus ສ່ວນຫຼາຍທີ່ມັກຈະຕິດຕໍ່ຈາກ “ໜູສູ່ຄົນ” ຜ່ານປັດສະວະ, ອາຈົມ ຫຼື ຝຸ່ນລະອອງທີ່ປົນເປື້ອນດ້ວຍເຊື້ອພະຍາດ.
ອາການຂອງພະຍາດມັກເລີ່ມຈາກໄຂ້, ປວດເມື່ອຍ, ອ່ອນເພຍ ກ່ອນລຸກລາມເປັນປອດອັກເສບ ຫຼື ລະບົບຫາຍໃຈລົ້ມເຫຼວໃນຄົນເຈັບໜັກ ເຊິ່ງບາງສາຍພັນມີອັດຕາການເສຍຊີວິດສູງຮອດປະມານ 30-40%.
ເຖິງແມ້ວ່າການເສຍຊີວິດຂອງຫຼາຍຄົນຈະສ້າງຄວາມກັງວົນໃຫ້ປູ້ຄົນທົ່ວໂລກວ່າຈະລຸກລາມມາຮອດຕົນບໍ່. ແຕ່ທາງ WHO ແລະ ໜ່ວຍງານສາທາລະນະສຸກຫຼາຍປະເທດຍັງປະເມີນວ່າ “ຄວາມສ່ຽງຕໍ່ປະຊາຊົນທົ່ວໄປຍັງຢູ່ໃນລະດັບຕ່ຳ” ແລະ ໂອກາດເກີດການລະບາດໃຫຍ່ແບບ COVID-19 ຄ່ອນຂ້າງຕ່ຳ ເນື່ອງຈາກໄວຣັສຊະນິດນີ້ບໍ່ໄດ້ແຜ່ກະຈາຍງ່າຍຜ່ານອາກາດຄື Coronavirus.
ຄຳຖາມສຳຄັນສຳລັບພີ່ນ້ອງສປປລາວເຮົາ “ແລ້ວປະເທດລາວສ່ຽງບໍ່?”
ເຖິງແມ້ວ່າປັດຈຸບັນຍັງບໍ່ມີລາຍງານພົບຜູ້ຕິດເຊື້ອ Hantavirus ໃນສປປລາວ ແຕ່ຜູ້ຊ່ຽວຊານເຫັນວ່າ ປະເທດໃນພາກພື້ນນີ້ຍັງມີຄວາມ “ສ່ຽງທາງທຳມະຊາດ” ເນື່ອງຈາກມີສັດແຂ້ວແທະ (Rodentia) ຈຳນວນຫຼາຍ. ໂດຍບົດວິໄຈດ້ານລະບາດວິທະຍາພົບວ່າ Hantavirus ເຄີຍຖືກກວດພົບໃນສັດແຂ້ວແທະຫຼາຍປະເທດໃນເຂດອາຊີຕາເວັນອອກສຽງໃຕ້ ເຊັ່ນ ກຳປູເຈຍ, ສິງກະໂປ, ອິນໂດເນເຊຍ ແລະ ໄທ.
ແນວໃດກໍຕາມ, ຈົນຮອດຕອນນີ້ຍັງບໍ່ມີຂໍ້ມູນວ່າສປປລາວມີການລະບາດໃນຄົນ ຫຼື ມີ Cluster ຂະໜາດໃຫຍ່ແບບທີ່ເກີດຂຶ້ນເທິງເຮືອສຳລານ. ນອກຈາກນີ້, ສປປລາວບໍ່ໄດ້ເປັນປະເທດທີ່ມີທາງອອກສູ່ທະເລ ຫຼື ບໍ່ແມ່ນປະເທດປາຍທາງຫຼັກຂອງຜູ້ໂດຍສານຈາກເຮືອລຳດັ່ງກ່າວ ເຮັດໃຫ້ຄວາມສ່ຽງຈາກເຫດການຫຼ້າສຸດຍັງຖືວ່າຕ່ຳຫຼາຍ.
ຜູ້ຊ່ຽວຊານແນະນຳວ່າ ສິ່ງທີ່ຄວນລະວັງຄືການສຳຜັດໜູ ຫຼື ພື້ນທີ່ທີ່ອາດປົນເປື້ນມູນໜູ ໂດຍສະເພາະໃນສາງ, ໂຮງນາ, ຫຼື ພື້ນທີ່ອັບຊຸ່ມ ເພາະ Hantavirus ສ່ວນຫຼາຍຍັງຄົງແຜ່ຜ່ານສັດແຂ້ວແທະເປັນຫຼັກ ບໍ່ແມ່ນຈາກຄົນສູ່ຄົນງ່າຍໆ.
ເຫດການນີ້ຈຶ່ງເປັນຄືສັນຍານເຕືອນ ໃຫ້ຫຼາຍປະເທດກັບມາໃຫ້ຄວາມສຳຄັນກັບພະຍາດຈາກສັດສູ່ຄົນອີກເທື່ອ. ໂດຍສະເພາະໃນຍຸກທີ່ການເດີນທາງລະຫວ່າງປະເທດວ່ອງໄວຫຼາຍຄົນ ເຖິງແມ້ວ່າຄວາມສ່ຽງຈະຕ່ຳ ແຕ່ໄວຣັສຊະນິດນີ້ໃໝ່ ຫຼື ສາຍພັນຫາຍາກກໍສາມາດກາຍເປັນປະເດັນລະດັບໂລກໄດ້ໃນເວລາບໍ່ເທົ່າໃດວັນ.
ແຫຼ່ງຂໍ້ມູນ: WHO, Time, CNA, The Guardian, journals, PLOS


