ປົກເວັບ 35

ວິກິດການຂັດແຍ້ງໃນຕາເວັນອອກກາງ ພວມຍູ້ໃຫ້ລາຄາຝຸ່ນຍູເຣຍພຸ່ງສູງຂຶ້ນເປັນປະຫວັດການ ສົ່ງຜົນກະທົບຢ່າງໜັກຕໍ່ຊາວກະສິກອນຜູ້ປູກເຂົ້າທົ່ວອາຊີທີ່ຕ້ອງແບກຫາບຕົ້ນທຶນມະຫາສານ. 

Nikkei Asia ລາຍງານວ່າ ປາກົດການນີ້ກຳລັງສ້າງຄວາມສ່ຽງຕໍ່ຜົນຜະລິດທີ່ອາດຫຼຸດລົງຢ່າງຮຸນແຮງ ແລະ ກາຍເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງທາງດ້ານສະບຽງອາຫານໃນພາກພື້ນ ຫາກບໍ່ໄດ້ຮັບການແກ້ໄຂຢ່າງທັນທ່ວງທີ.

ຊາວກະສິກອນໃນພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ກຳລັງປະເຊີນກັບສະພາບຄ່ອງທາງການເງິນທີ່ຫຍຸ້ງຍາກ ຍ້ອນການປະທະກັນໃນຕາເວັນອອກກາງ ໂດຍສະເພາະການຂັດຂວາງເສັ້ນທາງເດີນເຮືອຜ່ານຊ່ອງແຄບຮໍມຸດ (Strait of Hormuz) ທີ່ເຮັດໃຫ້ລາຄາຝຸ່ນເຄມີພຸ່ງຂຶ້ນສູ່ຈຸດສູງສຸດໃນຮອບຫຼາຍປີ. 

ຂໍ້ມູນຈາກທະນາຄານໂລກ (World Bank) ລະບຸວ່າ ລາຄາມາດຕະຖານຂອງຝຸ່ນຍູເຣຍໄດ້ເຕັ້ນຂຶ້ນເຖິງ 857 ໂດລາສະຫະລັດຕໍ່ໂຕນໃນເດືອນເມສາ ຊຶ່ງທຳລາຍສະຖິຕິສູງສຸດໃນຮອບ 4 ປີ ແລະ ເພີ່ມຂຶ້ນຫຼາຍກວ່າສອງເທົ່າເມື່ອທຽບໃສ່ຊ່ວງດຽວກັນຂອງປີກາຍ ໂດຍມີການຄາດການວ່າລາຄາຝຸ່ນຍູເຣຍອາດຈະປັບຕົວສູງຂຶ້ນຕື່ມອີກເຖິງ 60% ໃນປີ 2026.

ສາເຫດຫຼັກແມ່ນມາຈາກການປິດກັ້ນຊ່ອງແຄບດັ່ງກ່າວ ເຊິ່ງເປັນເສັ້ນທາງຂົນສົ່ງນ້ຳມັນ ແລະ ຝຸ່ນຍູເຣຍຫຼາຍກວ່າໜຶ່ງສ່ວນສາມຂອງໂລກ ບວກກັບໂຮງງານຜະລິດໃນກຸ່ມປະເທດອ່າວອາຣັບທີ່ກວມເອົາການສົ່ງອອກເຖິງ 30-35% ໄດ້ຮັບຄວາມເສຍຫາຍຈາກການໂຈມຕີ ເຮັດໃຫ້ທັງຕົ້ນທຶນການຂົນສົ່ງ ແລະ ປະກັນໄພສູງຂຶ້ນຢ່າງໜ້າຕົກໃຈ.

ໃນຂະນະທີ່ລະດູການປູກຝັງທີ່ສຳຄັນລະຫວ່າງເດືອນພຶດສະພາຫາສິງຫາພວມດຳເນີນຢູ່ ຊາວກະສິກອນຈຳນວນຫຼາຍຈຳເປັນຕ້ອງຕັດສິນໃຈຫຼຸດປະລິມານການໃສ່ຝຸ່ນລົງໃນຊ່ວງເວລາທີ່ພືດຕ້ອງການສານອາຫານຫຼາຍທີ່ສຸດ ເນື່ອງຈາກຕົ້ນທຶນການຜະລິດລວມທັງຄ່າຝຸ່ນ, ຄ່ານ້ຳມັນ ແລະ ຄ່າຂົນສົ່ງ ຄາດວ່າຈະເພີ່ມຂຶ້ນເຖິງ 50 ຫາ 80 ສ່ວນຮ້ອຍ. 

ບົດລາຍງານຈາກ Nikkei Asia ພົບວ່າ ປະເທດຜູ້ຜະລິດ ແລະ ສົ່ງອອກເຂົ້າລາຍໃຫຍ່ເຊັ່ນ: ອິນເດຍ, ຫວຽດນາມ ແລະ ໄທ ລ້ວນແຕ່ໄດ້ຮັບຜົນກະທົບ. ຫວຽດນາມກຳລັງຫຼຸດຜ່ອນການຜະລິດລົງຍ້ອນຕົ້ນທຶນພະລັງງານທີ່ກັດກິນກຳໄລ ໃນຂະນະທີ່ຟີລິບປິນອອກມາເຕືອນວ່າຜົນຜະລິດພາຍໃນປະເທດອາດຫຼຸດລົງເຖິງ 20-50% ຫາກບໍ່ມີການແຊກແຊງຈາກລັດຖະບານ.

ສຳລັບອິນເດຍ ເຖິງແມ່ນວ່າຈະມີການອຸດໜູນລາຄາຝຸ່ນ ແຕ່ການເພິ່ງພາການນຳເຂົ້າຝຸ່ນຈາກຕາເວັນອອກກາງເຖິງ 40% ກໍເຮັດໃຫ້ເກີດຄວາມສ່ຽງທີ່ລັດຖະບານອາດຕ້ອງແບກຫາບພາລະທາງການເງິນຢ່າງໜັກ ແລະ ອາດຈຳເປັນຕ້ອງຈຳກັດການສົ່ງອອກເຂົ້າອີກຄັ້ງ ເຊິ່ງຈະເປັນການຊ້ຳເຕີມຕະຫຼາດສະບຽງອາຫານໂລກຢ່າງຮຸນແຮງ ເນື່ອງຈາກບໍ່ມີປະເທດໃດສາມາດທົດແທນກຳລັງການຜະລິດຂອງອິນເດຍໄດ້.

#LaoXPerts #ວິກິດຝຸ່ນເຄມີ #ຄວາມໝັ້ນຄົງທາງອາຫານ #ເຂົ້າອາຊີ #ຊາວກະສິກອນ #ວິກິດການຕາເວັນອອກກາງ

Comments are disabled