Graduateai web

ຄິບຈາກພິທີຮັບປະລິນຍາຂອງ  University of California, Los Angeles (UCLA) ກຳລັງກາຍເປັນກະແສໃນໂລກອອນໄລຫຼັງນັກສຶກສາຊາຍຜູ້ໜຶ່ງຍົກຄອມຂຶ້ນໂຊໜ້າຈໍທີ່ເປີດ ChatGPT ເຊິ່ງເຕັມໄປດ້ວຍສຽງເຊຍ ແລະ ສຽງຫົວຈາກໝູ່ເພື່ອພາຍໃນງານ.

ໃນຄິບສະແດງໃຫ້ເຫັນວ່າ ນັກສຶກສາຊາຍດັ່ງກ່າວຢູ່ໃນຊຸດຄຸຍເຕັມຍົດ ກ່ອນຈະຫັນໜ້າຈໍຄອມໃຫ້ກ້ອງ ແລະ ຜູ້ຄົນອ້ອມໂຕເບິ່ງ ຄ້າຍວ່າຕ້ອງການສື່ວ່າ AI ມີສ່ວນຊ່ວຍໃນການຮຽນ ຫຼື ການເຮັດວຽກເຮັດໂປຣເຈັກໃນຊ່ວງຊີວິດໃນຮົ້ວມະຫາວິທະຍາໄລ ເຮັດໃຫ້ຄິບຖືກແຊຕໍ່ຢ່າງວ່ອງໄວໃນ TikTok, X ແລະ Facebook ພ້ອມຂໍ້ຄວາມລໍ້ລຽນວ່າ “ຈົບຍ້ອນ ChatGPT” ຫຼື “AI ແມ່ນໝູ່ຮັກໝູ່ແພງຂອງນັກສຶກສາ”.

ແນວໃດກໍຕາມ ຂໍ້ຄວາມທີ່ຖືກແຊຕໍ່ກັນວ່າ ນັກສຶກສາຖືກຖອນປະລິນຍາພາຍໃນ 2 ຊົ່ວໂມງນັ້ນຍັງບໍ່ມີຫຼັກຖານ ຫຼື ລາຍງານຈາກ UCLA ຢືນຢັນຢ່າງເປັນທາງການ ແລະ ຈົນຮອດຕອນນີ້ກໍຍັງບໍ່ພົບວ່າສື່ຫຼັກໃນສະຫະລັດລາຍງານເລື່ອງການລົງໂທດດັ່ງກ່າວ.

ຫຼາຍຝ່າຍເຫັນວ່າ ຂໍ້ຄວາມເລື່ອງການຍຶດປະລິນຍາ ເປັນພຽງແຕ່ແຄັບຊັ່ນໄວ້ຫາຍອດວິວ ແລະ ສ້າງດຣາມ່າໃນໂລກໂຊຊຽວຫຼາຍກວ່າ ຂະນະທີ່ໂຕຄິບແທ້ໆກໍສະແດງພຽງແຕ່ບັນຍາກາດມ່ວນຊື່ນພາຍໃນງານຮັບປະລິນຍາເທົ່ານັ້ນ.

ເຫດການນີ້ຍັງສະທ້ອນໃຫ້ເຫນການປ່ຽນແປງຄັ້ງໃຫຍ່ໃນວົງການການສຶກສາ ຫຼັງ AI ຢ່າງ ChatGPT ກາຍເປັນເຄື່ອງມືທີ່ນັກຮຽນ ແລະ ນັກສຶກສາທົ່ວໂລກໃຊ້ງານກັນຢ່າງແຜ່ຫຼາຍ ທັງໃນການຄົ້ນຄວ້າ, ສະຫຼຸບບົດຮຽນ, ຊ່ວງຂຽນ ຫຼື ວາງແຜນໂປຣເຈັກຕ່າງໆ.

ໃນຊ່ວງປີກ່ອນໜ້າ ຫຼາຍມະຫາວິທະຍາໄລເລີ່ມອອກກົດກ່ຽວກັບການໃຊ້ AI ຢ່າງຈິງຈັງ ບາງບ່ອນອະນຸຍາດໃຫ້ໃຊ້ເປັນຜູ້ຊ່ວຍໄດ້ ແຕ່ບາງບ່ອນກໍເຫັນວ່າການໃຊ້ AI ໃນວຽກງານໂດຍບໍ່ເປີດເຜີຍ ແມ່ນຢູ່ໃນກຸ່ມດຽວກັນກັບການທຸຈະລິດທາງດ້ານວິຊາການ.

ດ້ານຊາວເນັດກໍແບ່ງອອກເປັນຫຼາຍມູມ ບາງຄົນເບິ່ງວ່າການໂຊ ChatGPT ກາງພິທີຮຽນຈົບເປັນມຸກຕະຫຼົກຂອງຍຸກໃໝ່ ແລະ ສະທ້ອນຄວາມຈິງວ່າ AI ກາຍເປັນສ່ວນໜຶ່ງຂອງຊີວິດນັກສຶກສາໄປແລ້ວ ແຕ່ບາງສ່ວນກໍເຫັນວ່ານີ້ແມ່ນພາບທີ່ສະທ້ອນບັນຫາຂອງລະບົບການສຶກສາ ທີ່ນັກຮຽນອາດເພິ່ງພາ AI ຫຼາຍເກີນໄປ.

ເຖິງແມ້ວ່າຄວາມຈິງເລື່ອງ “ຍຶດປະລິດຍາ” ຈະຍັງບໍ່ຖືກຢືນຢັນ ແຕ່ຄິບນີ້ກໍກາຍເປັນອີກໜຶ່ງກະແສທີ່ຈຸດປະເດັນຖົກຖຽງສຳຄັນວ່າ ໃນອະນາຄົດ AI ຈະເປັນພຽງເຄື່ອງມືຊ່ວຍຮຽນ ຫຼື ກຳລັງປ່ຽນວິທີການສຶກສາໄປຢ່າງຖາວອນແລ້ວອີຫຼີ.

Comments are disabled