ປົກເວັບ 39

ຍອດການຊົມໃຊ້ລົດໄຟຟ້າ (EV) ໃນ ສປປ ລາວ ພຸ່ງທະລຸ 14,400 ຄັນ ພ້ອມສະຖານີສາກທີ່ຂະຫຍາຍກວມເອົາ 14 ແຂວງ ເພື່ອຍູ້ແຮງເປົ້າໝາຍພະລັງງານສະອາດແຫ່ງຊາດຮອດປີ 2030. ແຕ່ວ່າ ການຂາດແຄນໂຄງລ່າງພື້ນຖານ, ສູນບໍລິການຮັກສາ ແລະ ຄວາມກັງວົນດ້ານຄວາມປອດໄພຂອງແບັດເຕີຣີ ຍັງເປັນອຸປະສັກໃຫຍ່ທີ່ຕ້ອງເລັ່ງແກ້ໄຂເພື່ອສ້າງຄວາມໝັ້ນໃຈໃຫ້ຜູ້ບໍລິໂພກ.

.

ຕາມການລາຍງານຂອງ ໜັງສືພີມ ເສດຖະກິດ-ການຄ້າ, ຕົວເລກດັ່ງກ່າວໄດ້ຮັບການເປີດເຜີຍໂດຍ ທ່ານ ຈັນທະລາ ພິມມະຈັກ ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃນກອງປະຊຸມວຽກງານ ຍທຂ ທົ່ວປະເທດ ເມື່ອວັນທີ 5 ພຶດສະພາ 2026 ທີ່ຜ່ານມາ ເຊິ່ງດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ. 

ປັດຈຸບັນ, ມີລົດທີ່ຂຶ້ນທະບຽນເປັນລົດໄຟຟ້າແລ້ວທັງໝົດ 14,466 ຄັນ ເຊິ່ງສ່ວນໃຫຍ່ເປັນປະເພດລົດເບົາເຖິງ 14,115 ຄັນ, ຂະນະທີ່ລົດຈັກ ແລະ ລົດບັນທຸກຍັງມີອັດຕາສ່ວນໜ້ອຍ. 

ຄຽງຄູ່ກັບການເຕີບໂຕດັ່ງກ່າວ, ການລົງທຶນດ້ານໂຄງລ່າງພື້ນຖານກໍເຫັນວ່າມີຄວາມຄືບໜ້າ ໂດຍມີຜູ້ປະກອບການເຖິງ 36 ບໍລິສັດ ໄດ້ສ້າງຕັ້ງສະຖານີສາກລົດໄຟຟ້າ 126 ຈຸດ ກວມເອົາ 14 ແຂວງທົ່ວປະເທດ (ສະເພາະນະຄອນຫຼວງວຽງຈັນມີ 65 ຈຸດ). ພາກລັດຄາດຄະເນວ່າ ຕົວເລກນີ້ຈະເພີ່ມຂຶ້ນໃຫ້ຫຼາຍກວ່າ 150 ຈຸດພາຍໃນປີ 2030 ເພື່ອຮອງຮັບເປົ້າໝາຍແຫ່ງຊາດໃນການຊຸກຍູ້ໃຫ້ມີການນໍາໃຊ້ຍານພາຫະນະພະລັງງານໄຟຟ້າໃຫ້ກວມເອົາ 30 ສ່ວນຮ້ອຍ ຂອງຍານພາຫະນະທັງໝົດໃນປະເທດ.

ເພື່ອຮັບປະກັນການຄຸ້ມຄອງທີ່ເປັນລະບົບ, ພາກສ່ວນກ່ຽວຂ້ອງໄດ້ເລີ່ມຈັດຕັ້ງປະຕິບັດການອອກສະຕິກເກີ EV ຕິດໃສ່ປ້າຍທະບຽນ ເພື່ອໃຫ້ສອດຄ່ອງກັບມາດຕະຖານເຕັກນິກ ແລະ ມະຕິວ່າດ້ວຍການນໍາໃຊ້ລົດໄຟຟ້າໃນປະເທດ. 

ແນວໃດກໍຕາມ, ທ່ານ ຈັນທະລາ ໄດ້ຍົກໃຫ້ເຫັນເຖິງສິ່ງທ້າທາຍຫຼາຍປະການທີ່ຍັງກົດດັນການຫັນປ່ຽນນີ້ ໂດຍສະເພາະຄວາມບໍ່ພຽງພໍຂອງສະຖານີສາກທີ່ເຮັດໃຫ້ຜູ້ຂັບຂີ່ຕ້ອງເພິ່ງພາການສາກໄຟຢູ່ເຮືອນເປັນຫຼັກ, ລາຄາລົດທີ່ຍັງສູງເມື່ອທຽບກັບລົດທີ່ໃຊ້ນໍ້າມັນ, ລວມເຖິງຂໍ້ຈຳກັດຂອງສູນບຳລຸງຮັກສາ ແລະ ບໍລິການຫຼັງການຂາຍທີ່ຍັງບໍ່ທົ່ວເຖິງໃນທົ່ວປະເທດ. 

ນອກຈາກນີ້, ຄວາມຫຍຸ້ງຍາກໃນການຂຶ້ນທະບຽນຍານພາຫະນະໄຟຟ້າໃຫ້ເປັນເອກະພາບ ໂດຍສະເພາະລົດ 2 ຫາ 3 ລໍ້ ແລະ ຄວາມກັງວົນຂອງປະຊາຊົນຕໍ່ປະສິດທິພາບຂອງແບັດເຕີຣີ ເຊັ່ນ: ບັນຫານໍ້າຖ້ວມຂັງໃນເວລາຝົນຕົກໜັກ, ກະແສໄຟຟ້າໃນຄົວເຮືອນບໍ່ພຽງພໍສຳລັບການສາກ, ແບັດເຕີຣີເຊື່ອມສະພາບໄວ ລວມທັງຂ່າວຄວາມສ່ຽງດ້ານອັກຄີໄພ ລ້ວນແຕ່ເປັນປັດໄຈສຳຄັນທີ່ເຮັດໃຫ້ຜູ້ບໍລິໂພກຈຳນວນຫຼາຍຍັງລັງເລໃຈໃນການຕັດສິນໃຈປ່ຽນມານຳໃຊ້ຍານພາຫະນະພະລັງງານສະອາດໃນປັດຈຸບັນ.

#LaoXperts #ລົດໄຟຟ້າລາວ #ພະລັງງານສະອາດ #EVLaos #GreenTechnology #ຍທຂ

Comments are disabled