WHO ເຝົ້າລະວັງໄວຣັດ”ມາເບີກ” ໄວຣັດສາຍພັນໃໝ່ ທີ່ຍັງບໍ່ມີຢາ ຫຼື ວັກຊີນປ້ອງກັນ


ເມື່ອວັນທີ 10 ສິງຫາ 2021 ທີ່ຜ່ານມາ ອົງການອະນາໄມໂລກໄດ້ລາຍງານວ່າ ປັດຈຸບັນ, ປະເທດກີນີ, ປະເທດທີ່ຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອຂອງທະວີບອາຟຣິກາ ໄດ້ພົບກັບການລະບາດຂອງໄວຣັດສາຍພັນໃໝ່ທີ່ມີຊື່ວ່າ “ໄວຣັດມາເບີກ” (Marburg virus) ໄວຣັດສາຍພັນນີ້ແມ່ນໄວຣັດທີ່ຢູ່ໃນຕະກູນດຽວກັນກັບໄວຣັດອີໂບລາ ແລະ ເມື່ອຕິດແລ້ວແມ່ນ ມີໂອກາດເສຍຊີວິດສູງເຖິງ 88%.

ເຊື້ອໄວຣັດຊະນິດນີ້ ເປັນໜຶ່ງໃນໄວຣັດທີ່ມີຢູ່ໃນໂຕເຈຍ ເຊິ່ງສາມາດແຜ່ກະຈາຍໄປສູ່ມະນຸດຜ່ານການສຳຜັດຖືກຂອງແຫຼວຕ່າງໆໃນຕົວສັດທີ່ມີເຊື້ອຢູ່ ແລະ ຈະເລີ່ມສະແດງອາການປະມານ 2 ຫາ 21 ມື້ ໂດຍອາການຂອງຜູ້ປ່ວຍໄວຣັດຊະນິດນີ້ແມ່ນຈະມີອາການຄື: ເຈັບຫົວ, ມີໄຂ້, ປວດກ້າມຊີ້ນ, ເຈັບທ້ອງ, ອາຈຽນ ຖ້າຮ້າຍແຮງອາດຈະມີອາການຊັອກ ຫຼື ເລືອດໄຫຼອອກຈາກອະໄວຍະວະສ່ວນຕ່າງໆ.

ນອກຈາກນັ້ນ, ສິ່ງທີ່ອັນຕະລາຍຂອງໄວຣັດຊະນິດນີ້ອີກອັນໜຶ່ງກໍຄື ບໍ່ທັນມີການຄິດຄົ້ນຢາຮັກສາ ຫຼື ວັກຊີນປ້ອງກັນໄວຣັດນີ້ເທື່ອ ແພດຈຶ່ງສາມາດເຮັດໄດ້ພຽງແຕ່ ປິ່ນປົວໄປຕາມອາການ ແລະ ໃຫ້ດື່ມນ້ຳຫຼາຍໆເທົ່ານັ້ນ.

ປັດຈຸບັນ, ເຈົ້າໜ້າທີ່ຂອງອົງການອະນາໄມໂລກ, ນັກລະບາດວິທະຍາ, ນັກມະນຸດວິທະຍາ ແລະ ເຈົ້າໜ້າທີ່ສາທາລະນະສຸກຂອງປະເທດກີນີ ແມ່ນກຳລັງປະເມີນຄວາມສ່ຽງ ພ້ອມກັບ ເຝົ້າລະວັງການແຜ່ລະບາດຂອງເຊື້ອພະຍາດນີ້ຢ່າງໃກ້ຊິດ.

ທີ່ມາ: https://bit.ly/2XwXEjz

ທີ່ມາ: News in 24, France 24

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/