ເຈົ້າໜ້າທີ່ຕຳຫຼວດໄທບຸກລວບຕົວ ທີ່ກໍ່ເຫດປີນກຳແພງວັດໂພທິ ໃນກຸງເທບ ເພື່ອງັດຕູ້ບໍລິຈາກ, ເຖິງແມ່ນວ່າຈະໃຊ້ຜ້າປົກປິດໃບໜ້າ ແລະອຸດສາວ່າ ສູດມົນຄາຖາບັງຕາ ແຕ່ກໍບໍ່ລອດພົ້ນກ້ອງວົງຈອນປິດ.

ການຈັບກຸມຄັ້ງນີ້ໄດ້ຮັບການເປີດເຜີຍໃນວັນທີ 4 ມິຖຸນາ 2026 ໂດຍກອງບັນຊາການຕຳຫຼວດນະຄອນບານ ທີ່ໄດ້ນຳກຳລັງເຂົ້າຈັບກຸມ ທ້າວ ຣັດຊະຖານ ອາຍຸ 43 ປີ ຢູ່ບໍລິເວນປາກຊອຍລາດພ້າວ 136 ເຂດບາງກະປິ. ຕາມການລາຍງານຂອງ ຂ່າວສົດ

ຈາກການສອບສວນ ຜູ້ກ່ຽວເຊິ່ງປັດຈຸບັນເຮັດວຽກເປັນພະນັກງານຮັກສາຄວາມປອດໄພໃນເຂດປິ່ນເກົ້າ ໄດ້ໃຫ້ການຮັບສາລະພາບວ່າ ຕົນໄດ້ປີນກຳແພງວັດເຂົ້າໄປກໍ່ເຫດຈິງ ຍ້ອນເຄີຍມາທ່ຽວຊົມ ແລະ ຮູ້ວ່າມີເງິນຢູ່ໃນຕູ້ບໍລິຈາກ ຈຶ່ງຕັດສິນໃຈລົງມືເພື່ອຫາເງິນໄປຈ່າຍຄ່າເຊົ່າຫ້ອງ ແລະ ຄ່າຄອງຊີບ.

ສິ່ງທີ່ໜ້າສົນໃຈຄື ຜູ້ກ່ຽວອ້າງວ່າກ່ອນລົງມື ຕົນໄດ້ຂໍຂະມາສິ່ງສັກສິດພາຍໃນວັດ ແລະ ໄດ້ທ່ອງຄາຖາບັງຕາຕາມຄວາມເຊື່ອສ່ວນບຸກຄົນ ໂດຍຄິດວ່າຈະຊ່ວຍອຳພາງຕົວບໍ່ໃຫ້ມີໃຜເຫັນ ແຕ່ສຸດທ້າຍກໍບໍ່ສາມາດລອດພົ້ນຈາກເຕັກໂນໂລຊີກ້ອງວົງຈອນປິດໄປໄດ້. 

ເຈົ້າໜ້າທີ່ຍັງເປີດເຜີຍຕື່ມວ່າ ຜູ້ກ່ຽວເຄີຍມີປະຫວັດກໍ່ເຫດລັກຊັບໃນຕ່າງແຂວງມາກ່ອນ ແລະ ຫຼັງຈາກພົ້ນໂທດກໍໄດ້ຍ້າຍມາກຸງເທບ.

ຄົນຮ້າຍໄດ້ເງິນສົດໄປປະມານ 2,000 ບາດ ເຊິ່ງເປັນທະນະບັດໃບ 20 ບາດຈຳນວນ 100 ໃບ. ໃນທີ່ເກີດເຫດ ເຈົ້າໜ້າທີ່ພົບຂາຕັ້ງກ້ອງຂະໜາດນ້ອຍຕົກຢູ່ໃກ້ຄຽງ ທີ່ຄາດວ່າຖືກໃຊ້ເປັນອຸປະກອນໃນການທັບທຳລາຍຕູ້.

ປັດຈຸບັນ ເຈົ້າໜ້າທີ່ໄດ້ແຈ້ງຂໍ້ຫາລັກຊັບໃນເວລາກາງຄືນ, ບຸກລຸກໃນຍາມວິການ, ເຮັດໃຫ້ເສຍຊັບ ແລະ ປົກປິດໃບໜ້າເພື່ອອຳພາງຕົວໃນເວລາການກະທຳຜິດ ພ້ອມທັງສົ່ງຕົວໃຫ້ພະນັກງານສອບສວນ ສະຖານີຕຳຫຼວດພະຣາດຊະວັງ ເພື່ອດຳເນີນຄະດີຕາມກົດໝາຍຕໍ່ໄປ.

#LaoX #ຂ່າວອາຊະຍາກຳ #ລັກຊັບວັດໂພ #ຄາຖາບັງຕາ #ກ້ອງວົງຈອນປິດ #ຂ່າວຕ່າງປະເທດ

Comments are disabled